ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນວ່າຈະເຮັດໂຄງການເສັ້ນທາງການຄ້າ ​ອ້ອມ​ໂລກ ໃຫ້ແລ້ວໃນເດືອນນີ້


ຢູ່ໃນແຜນທີ່ນີ້ມີເສັ້ນທາງການຄ້າຫລາຍສາຍລະຫວ່າງປະເທດໃນເຂດຕະເວັນອອກ ແລະພາກພື້ນຕາເວັນຕົກ. ສ່ວນເສັ້ນສີແດງແມ່ນເສັ້ນທາງສາຍໃໝ.
ຢູ່ໃນແຜນທີ່ນີ້ມີເສັ້ນທາງການຄ້າຫລາຍສາຍລະຫວ່າງປະເທດໃນເຂດຕະເວັນອອກ ແລະພາກພື້ນຕາເວັນຕົກ. ສ່ວນເສັ້ນສີແດງແມ່ນເສັ້ນທາງສາຍໃໝ.

ຈີນ​ກຳລັງ​ຮີບ​ຮ້ອນ​ສ້າງ​ໂຄງການ​ທີ່​ມີມູນ​ຄ່າຫລາຍ​ພັນ​ລ້ານ​ໂດ​ລາ ​ໃຫ້ສຳ​ເລັດລົງ ​
ກ່ອນໜ້າ​ກອງ​ປະຊຸມ​ສາກົນກ່ຽວກັບສາຍ​ທາງ​ອ້ອມ​ຮອບໂລກສາຍນຶ່ງ ມີທາງ​ເສັ້ນ​ນຶ່ງ
ຫລື “One Belt, One Road” ທີ່​ເອີ້ນຫຍໍ້​ວ່າ OBOR ຂອງ​ຕົນ ທີ່​ຈະ​ມີ​ຂຶ້ນ​ໃນ​ເດືອນ​
ໜ້ານີ້. ຂໍ້ຕົກລົ​ງຢູ່​ໃນ​ຫລາຍ​ປະທດ ແນ​ໃສ່ສ້າງ​ພາບຂອງ​ຄວາມ​ສຳເລັດຜົນ​ຂອງ​ໂຄງ
ການທີ່​ໄດ້​ກາຍ​ມາ​ເປັນຂີດໝາຍສໍາຄັນ​ຂອງ​ລັດຖະບານ​ ປະທານາທິບໍດີ ທ່່ານ Xi Jingping.

ບັນດາ​ຜູ້​ນໍາ​ປະ​ເທດ​ຂອງ​ຢ່າງ​ໜ້ອຍ​ຈາກ 20 ປະ​ເທດ​ຄາດ​ວ່າຈະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ
OBOR ​ໃນ​ກາງ​ເດືອນ​ພຶດສະພາທີ່​ຈະ​ມາ​ເຖິງ​ນີ້ ທີ່​ຈະ​ເປັນ​ເຫດການ​ດ້ານ​ການທູດທີ່​
ໃຫຍ່ທີ່ສຸດຢູ່ໃນລາຍການ​ດ້ານ​ການ​ເມືອງ​ຂອງປັກ​ກິ່ງ​ໃນ​ປີ​ນີ້.

ນັບ​ແຕ່​ເ​ດືອນມີນາ​ເປັນຕົ້ນມາ ບັນດາ​ລັດຖະມົນຕີ​ຈີນ​ໄດ້​ບິນ​ໄປ​ທົ່ວ​ໂລກ ​ເພື່ອ​ເຊັນ
​ສັນຍາ​ການ​ກໍ່ສ້າງ​ທີ່​ສຳ​ຄັນດັ່ງກ່າວ. ​ໃນ​ນັ້ນ​ຮວມມີ ຂໍ້​ຕົກລົງດ້ານ​ການ​ລົງ​ທຶນ ທີ່​ມີ​ມູນ​ຄ່າ
65 ພັນ​ລ້ານ​ໂດ​ລາ​ກັບ ຊາ​ອຸ​ດີ ອາຣາ​ເບຍ, ຂໍ້​ຕົກ​ລົງທີ່ມີ​ມູນ ຄ່າ 4 ພັນ 700 ​ລ້ານ​ໂດ​ລາ​ ສໍາລັບການ​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ Jakarta-Bandung ​ແລະ​ໂຄງການກໍ່ສ້າງ​
ໂຄງ​ຫລ່າ​ງພື້ນຖານທີ່​ມີ​ມູນ​ຄ່າ 3 ພັນ 750 ລ້ານ​ໂດ​ລາ​ຢູ່​ພາກຕາ​ເວັນ​ຕົກ​ຂອງ​ອອສ
​ເຕຣຍ​ເລຍ. ຈີນ​ຍັງ​ບັນລຸ​ຂໍ້​ຕົກລົງທີ່​ມີ​ມູນ​ຄ່າ 850 ລ້ານ​ໂດ​ລາ​ໃນ​ການ​ສ້າງ​ໂຮງກັ່ນ​ນໍ້າ
ມັນ​ຊີວະ​ພາບ​ກັບປະ​ເທດ Finland ​ເວລາ​ທີ່ປະທານ​ປະ​ເທດ Xi Jingping ​ໄດ້​ໄປ​ຢ້ຽມ
ຢາມ​ປະ​ ເທ​ດດັ່ງກ່າວ​ໃນ​ຕົ້ນ​ເດືອນ​ນີ້.

ຈຸດປະສົງຂອງ​ໂຄງການ OBOR ຂອງ​ຈີນ​ແມ່ນ​ເພື່ອ​ເປີດ​ກວ້າ​ງ​ ແລະ​ຂະ​ຫຍາ​ຍ​ເສັ້ນ
ທາງ​ການ​ຄ້າສາຍໄໝ​ເກົ່າຂອງ​ຕົນ ຜ່ານ​ເອ​ເຊຍ​ກາງ ​ແລະ​ໄປ​ຫາ​ຢູ​ໂຣບ ພ້ອມ​ທັງ​ເສັ້ນ
ທາງ​ເຊື່ອມ​ຕໍ່​ທາງທະ​ເລ​ໃນ​ເຂດ​ເອ​ເຊຍ​ຕາອອກສຽງ​ໃຕ້ ຜ່ານ​ຊ່ອງແຄບ Malacca ​ແລະ​ກ້ຽວອ້ອມ​ອິນ​ເດຍ ​ໄປ​ຫາ​ເຂດ​ຕາ​ເວັນ​ອອກາງ.

ແຕ່ຢ່າງ​ໃດ​ກໍ​ຕາມ ພວກ​ນັກວິໄຈກໍ​ເວົ້າວ່າ ຮູບພາບ​ອັນ​ໃຫຍ່​ທີ່​ຈີນ​ແຕ້ມໄວ້ ກ່ຽວກັບ
​ຄວາມ​ສາມາດ​ຂອງ​ຕົນ​ທີ່​ຈະ​ສົ່ງ​ເສີມການ​ຄ້າທີ່​ຮຸ່ງ​ເຮືອງ ​ແລະ​ພົວພັນ​ທາງ​ດ້ານ​ການ
​ທູດນັ້ນ ​ເປັນ​ພຽງ​ແຕ່​ສ່ວນ​ນຶ່ງ​ຂອງແຜນການ​ເທົ່າ​ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG