ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ແຜນ​ການ​ ຍຸດ​ທະ​ສາດ ​ຕົ້ນ​ຕໍ ຂອງ​ຈີນ ແມ່ນ​ເປັນ​ ໄພຂົ່​ມຂູ່ ຕໍ່​ແມ່​ນ້ຳ​ຂອງ


Chinese Initiatives Threaten Mekong Changes
please wait

No media source currently available

0:00 0:01:58 0:00

ໃນ​ຂະ​ນະ​ທີ່​ຈີນ​ກຳລັງພັກ​ດັນ​ໂຄງ​ການ “ນຶ່ງ​ແລວ​ທາງ​ນຶ່ງ​ເ​ສັ້ນ​ທາງ” ຢູ່ໃນ​ທົ່ວ​ເອ​ເຊຍ
ເວລານີ້ ເພື່ອ​ເສີມ​ຂະ​ຫຍາຍສະ​ມັດ​ຖະ​ພາບ​ ທາງດ້ານເສດ​ຖະ​ກິດ ​ດ້ວຍ​ເສັ້ນ​ທາງໃໝ່​ນັ້ນ,
ແມ່​ນ້ຳ​ຂອງ ກໍແມ່ນອາດຈະປະ​ເຊີນ​ໜ້າ​ກັບ​ການ​ປ່ຽນ​ແປງ​ທີ່​ບໍ່ອາດ​ສາ​ມາດ​ຈະຕ່າວປີ້ນ
ໄດ້ ໃນ​ຂະ​ນະ​ທີ່​ພວກ​ນັກ​ວິ​ສະ​ວະ​ກອນຈີນ ຊອກ​ຫາຊ່ອງທາງທີ່ຈະລະເບີດລະເບີດ
​ແມ່​ນ້ຳ​ດັ່ງກ່າວ ເພື່ອໃຫ້ກຳ​ປັ່ນ​ບັນທຸກນ້ຳ​ໜັ​ກ 500 ໂຕນ ໄດ້ແລ່ນໄປມາສະດວກ.
ສ​ຕິ​ວ໌ ແຊນ​ຟອ​ຣ໌ດ ລາຍ​ງານ​ມາ​ຈາກ​ເມືອງທ່າຂອງ​ໄທ ທີ່​ເມືອງ​ຊຽງຂອງ ກ່ຽວ​ກັບວ່າ
ການ​ລະເບີດດັ່ງກ່າວ ຈະ​ສົ່ງ​ຜົ​ນ​ກະ​ທົບຢ່າງໃດ ຕໍ່ແມ່​ນ້ຳ​ຂອງທີ່​ໄຫຼ​ຜ່ານ 6 ປະ​ເທດ
ໃນ​ເອ​ເຊຍ ຊຶ່ງວັນນະສອນຈະນຳລາຍລະອຽດມາສະເໜີທ່ານ.

​ຕາມ​ລຳ​ແມ່​ນ້ຳ​ຂອງ ການ​ພັດ​ທ​ະ​ນາ​ແລະ​ການ​ຄ້າຂາຍ ໄດ້​ປ່ຽນ​ສະ​ຖານະ​ການ​ທາງ​ດ້ານ
ເສດ​ຖະ​ກິດຂອງ​ພວກຜູ້ຄົນທີ່​ອາ​ໄສ​ຢູ່ຕາມ​ແຄມ​ຝັ່ງແມ່ນໍ້າດັ່ງກ່າວ.

ສຳລັບທ້າວ​ ມະ​ນັ​ດ ສຸດ​ທະ​ວົງ ຊາວ​ປະ​ມົງໄທແລ້ວແມ່ນວ່າ ລາຍໄດ້ຂອງລາວໄດ້ຫຼຸດລົງ
ຍ້​ອນຜົນກະທົບໃນທາງລົບຂອງເຂື່ອນຢູ່ທາງເໜືອເຈັດແຫ່ງຂອງຈີນທີ່ຄວບຄຸມການໄຫຼ
ຂອງນໍ້າແລະຊີວິດຂອງປາ. ລາວ​ກ່າວວ່າ “ໃນ​ອະ​ດີດ ພວກ​ເຮົາ​ໃຊ້ 16 ຊັງ​ຕີ​ແມັດ ແລະ
14 ຊັງ​ຕີ​ແມັດ, ແຕ່ມາບັດນີ້ ພວກເຮົາໃຊ້ແຕ່​ພຽງ​ແຕ່ 10 ຊັງ​ຕີ​ແມັດ. ​ພວກ​ປາໃຫຍ່
ກໍຍັງເຫຼືອຄ້າງຢູ່, ແຕ່ກໍ​ບໍ່ຫຼາຍ​ເໝືອນ​ເມື່ອ​ກ່ອນ.”

ຖະ​ໜົນ​ເສັ້ນ​ຫຼັກ ທີ່​ເສື່ອມ​ຕໍ່ ຫຼາຍ​ປະ​ເທດ ແມ່ນໄດ້ຖືກສ້າງຂຶ້ນ​ແລ້ວ, ແຕ່​ວ່າ ຈີນກໍ​ຍັງ
ຢືນ​ຢັດວ່າ​ ​ຈະ​ຂະ​ຫຍາຍ ແມ່ນ້ຳຂອງຢູ່ ເພື່ອ​ລະເບີດໂງ່ນ​ຫີນ​ແລະຫາດ​ຊາຍຢູ່ຕາມ
ລຳແມ່ນໍ້ານັ້ນ.

ປີ​ກາຍ​ນີ້ ການປະທ້ວງຂອງພວກປົກ​ປ້ອງ​ສະ​ພາບ​ແວດ​ລ້ອມ ໄດ້ເຮັດໃຫ້​ແຜນ​ການ​ນີ້
​ຖືກໂຈະໄວ້ ແຕ່​ເຖິງ​ແມ່ນຈະມີ​ຫຼັກ​ຖານວ່າຈະມີໄພ​ອັນ​ຕະ​ລາຍ ຕໍ່ການ​ຂະ​ຫຍາຍ​ພັນ​
ຂອງປາ ແລະ​ດິນປູກຝັງກໍຕາມ​ ແຕ່ພວກນັກສະ​ພາບ​ແວດ​ລ້ອມ ກໍຍັງຢ້ານ​ວ່າ ວຽກງານ
ດັ່ງກ່າວ​ແມ່ນຍັງຈະ​ດຳ​ເນີນ​ຕໍ່​ໄປຢູ່.

ທ່ານນິ​ວັ​ຕ ຣອຍ​ແກ້ວ ຜູ້​ກໍ່​ຕັ້ງ​ຫຼັກ​ຊຽງ​ຂອງ ຊາວ​ໄທ​ກ່າວ​ວ່າ “ຈີນພວມຂະ​ຫຍາຍ​ອຳ​ນາດ
​ທາງ​ດ້ານເສດ​ຖະ​ກິດຂອງ​ເຂົາເຈົ້າ. ​ນີ້​ເປັນ​ສ່ວນ​ນຶ່ງ​ຂອງ​ແຜນ​ຍຸດ​ທະ​ສາດ​ຂອງ​ພວກ​
ເຂົາເຈົ້າ ເພື່ອ​ຄວ​ບ​ຄຸມ ແລະມີ​ອຳ​ນາດ ໃນ​ໂຄງ​ການນຶ່ງ​ແລວ​ທາງ​ນຶ່ງ​ເ​ສັ້ນ​ທາງ. ນີ້​ແມ່ນ​
ພື້ນ​ຖານ​ຂອງ​ແຜນ​ການຂອງ​ພວກ​ເຂົາ​ເຈົ້າ ທີ່​ຈະ​ຄວບ​ຄຸມ​ເສດ​ຖະ​ກິດຂອງ​ໂລກ. ຜົນ​ປະ​ໂຫຍດ​ທັງ​ໝົດ​ຈະ​ເຂົ້າຖົງ​ພວກ​ເຂົາ​ເຈົ້າ​.”

ເຖິງ​ແມ່ນ​ວ່າຈະມີ​ການຂັດ​ຄ້ານ​ກໍ​ຕາມ, ແຕ່ກຸ່ມ​ທຸ​ລະ​ກິດ​ທ້ອງ​ຖິ່ນ ກໍມອງເຫັນວ່າເປັນ
​ໂອ​ກາດ ທີ່​ຈະ​ນຳ​ເງິນ​ໂດ​ລາ​ຈາກ​ພວກ​ນັກ​ທ່ອງ​ທ່ຽວເຂົ້າ​ມາ.

ທາງ​ລຸ່ມ​ລົງມາ ຈາກ​ບ່ອນ​ທີ່ຈະລະ​ເບີດ​ຫີນ ໃນ​ສາມ​ຫຼຽມ​ຄຳ ແມ່ນມີການວາງ​ແຜນໄວ້ວ່າ
ຈະເປັນ​ເມືອງ​ທ່າ​ ເພື່ອ​ຫັນ​ປ່ຽນໃຫ້ເປັນ​ສູນ​ກາງ​ຂອງ​ພວກ​ນັກທ່ອງ​ທ່ຽວ ເພື່ອ​ດຶງ​ດູດ​ເອົາ
ພວກ​ສະ​ໜັບ​ສະ​ໜຸນໃນທ້ອງ​ຖິ່ນ.

ທ່ານ​ສິດ​ທັ​ຕ ນໍຣະ​ສິງ ຜູ້​ຈັດ​ການ​ທ່າເຮືອຊຽງ​ແສນ ກ່າວ​ວ່າ “ໃນ​ຄວາມ​ຄິດ​ຂອງ​ຂ້າ​ພະ​
ເຈົ້າແລ້ວ ​ຂ້າ​ພະ​ເຈົ້າ​ຢາກໃຫ້ໂຄງ​ການ​ນີ້​ເກີດ​ຂຶ້ນ. ເຮັດ​ໂລດ ເຮັດ​ໃຫ້​ມັນ​ໃຫຍ່ຂຶ້ນ
ກວ້າງ​ຂຶ້ນ.ມີ​ຜູ້​ຄົນ​ຈຳ​ນວນ​ຫຼວງ​ຫຼາຍ ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ວ່າ ຖ້າ​ຫາກວ່າ
ພວກ​ເຮົາ​ເຮັດ​ໃຫ້​ແມ່​ນ້ຳ​ກວ້າງ​ອອກ ແລະ​ກຳ​ປັ່ນ​ຂອງ​ຈີນ ຈະ​ແລ່ນ​ຜ່ານ​ໄປມາ
ໃນ​ຊຽງ​ແສນ ແລະ​ບໍ່​ຈອດແລ້ວ​ພວກ​ເຂົາ​ກໍຈະ​ໄປ​ຊື້​ສິນ​ຄ້າ ຢູ່ບ່ອນ​ອື່ນ. ​ນັ້ນບໍ່​ແມ່ນ​
ຄວາມ​ຈິງ.”

ສ່ວນກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ ກ່າວ​ວ່າ ໂຄງ​ການ​ຈະດຳ​ເນີນ​ຕໍ່​ໄປ ກໍຕໍ່ເມື່ອ​
ມີການ​ເຫັນດີເຫັນພ້ອມ​ຈາກ​ທຸກ​ພັກ​ຝ່າຍ ແຕ່​ກໍ​ມີ​ຫຼາຍໆ​ຄົນສົງ​ໄສວ່າ ​ຜົນ​ກະ​ທົບຕໍ່
ສະ​ພາບ​ແວດ​ລ້ອມ ຈາກໂຄງ​ການ​ນີ້ ຈະເປັນການ​ຄຸ້ມ​ຄ່າ​ຫຼືບໍ່.

ອ່ານ​ຂ່າວນີ້ເປັນ​ພາ​ສາ​ອັງ​ກິດ​ເພີ້ມ​ຕື່ມ

XS
SM
MD
LG