ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໓໐ ກັນຍາ ໒໐໒໓

ຈີນ ຈຳກັດ ການສົ່ງອອກ ນ້ຳມັນ ໄປຍັງ ເກົາຫຼີເໜືອ


ຖັງເກັບນ້ຳມັນ ຂອງບໍລິສັດ Sinopec ໃນເມືອງ Hefei ແຂວງ Anhui. (ວັນທີ 31 ພຶດສະພາ 2009)

ຈີນໄດ້​ປະກາດ​ໃນວັນ​ເສົາ​ມື້ນີ້ວ່າ ຕົນ​ຈະ​ຈຳກັດ​ການ​ສົ່ງ​ອອກ​ຜະ​ລິດຕະພັນ​ນ້ຳມັນໄປ​
ຍັງ​ເກົາຫຼີ​ເໜືອ ​ເພື່ອ​ປະຕິບັດ​ຕາມ​ ການ​ລົງ​ໂທດ​ ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະ
ຊາ​ຊາດ ກ່ຽວກັບ​ການ​ພັດທະນາ ໂຄງການ​ອາວຸດ​ນິວ​ເຄລຍ ​ແລະ ​ລູກ​ສອນ​ໄຟ ຂອງ​
ເກົາຫຼີ​ເໜືອ.

ກະຊວງ​ການ​ຄ້າ​ຂອງ​ຈີນ ກ່າວ​ໃນ​ຖະ​ແຫຼງການ​ສະບັບນຶ່ງ ທີ່​ນຳ​ອອກ​ເຜີຍ​ແຜ່ທາງ​ເວັບ​
ໄຊ​ຂອງ​ຕົນ​ວ່າ ການ​ສົ່ງ​ອອກ​ນ້ຳມັນ​ທີ່​ກັ່ນ​ແລ້ວ​ໄປ​ຍັງພຽງ​ຢາງ​ຈະ​ຈຳກັດ​ໃນ​ປະລິມານ
2 ລ້ານ​ຖັງຕໍ່​ປີ​ໂດຍ​ຈະ​ເລີ້ມມີ​ຜົນ​ບັງຄັບໃຊ້​ໃນ​ວັນ​ທີ 1 ຕຸລານີ້. ກະຊວງ​ດັ່ງກ່າວ​ຍັງ​ເວົ້າ
ວ່າ ການ​ຂາຍ​ແກັສທຳ​ມະ​ຊາດ​ທີ່​ເປັນ​ຂອງ​ແຫລວນັ້ນ ຈະ​ຖືກ​ຫ້າມ​ໃນ​ທັນທີ.

ຖະ​ແຫຼງການ​ກ່າວ​ວ່າ ການ​ສົ່ງ​ອອກ​ນ້ຳມັນ ​ເພື່ອ​ນຳ​ໃຊ້​ໃນ​ໂຄງການ​ລູກ​ສອນ​ໄຟ​ຂີ​ປະ
​ນາ​ວຸດ​ຂອງ​ເກົາຫຼີ​ເໜືອຫຼືກິດຈະກຳ​ອື່ນໆ​ ​ແມ່ນ​ໄດ້​ຖືກ​ຫ້າມ​ໂດຍ​ການ​ລົງ​ໂທດ​ຂອງ​ອົງ
ການ​ສະຫະ​ປະຊາ​ຊາດ.

ປັກ​ກິ່ງ​ ຍັງ​ໄດ້​ຫ້າມ ​ບໍ່​ໃຫ້​ນຳ​ເຂົ້າຜ້າ​ແພ​ ຈາກ​ເກົາຫຼີ​ເໜືອ ໃນ​ທັນທີ. ຜ້າ​ແພ​ແມ່ນ​ເປັນ​
ແຫຼ່ງລາຍ​ໄດ້ທີ່​ສຳຄັນ​ຈາກ​ຕ່າງປະ​ເທດ​ແຫຼ່ງ​ສຸດສຳລັບ​ພຽງ​ຢາງ ຫຼັງຈາກ​ທີ່​ໄດ້​ມີ​ການ​
ລົງ​ໂທດ​ຊ້ຳ​ແລ້ວ​ຊ້ຳ​ອີກໂດຍ​ອົງການ​ສະຫະ​ປະຊາ​ຊາດ ຊຶ່ງ​ພາຍ​ໃຕ້ການ​ລົງ​ໂທດ​ດັ່ງ
ກ່າວ ຈີນ​ໄດ້​ຢຸດ​ເຊົາການ​ຊື້ຖ່ານ​ຫີນ ​ແຮ່ເຫຼັກ ອາຫານ​ທະ​ເລ ​ແລະ​ສິນຄ້າ​ປະ​ເພດ​ອື່ນ
​ອີກ.

ການ​ຄ້າຈີນ​ແມ່ນ​ປະກອ​ບ​ເປັນ 90 ​ເປີ​ເຊັນ​ໃນ​ການ​ຄ້າ​ທັງ​ໝົດຂອງ​ເກົາຫຼີ​ເໜືອ. ການ
​ຮ່ວມ​ມື​ໃນ​ທຳນອງ​ນີ້​ແມ່ນ​ມີ​ຄວາມ​ສຳ​ຄັນສຳລັບ​ພຽງ​ຢາງແລະ​ການ​ລົງ​ໂທດ​ເມື່ອ​ໄວໆ
​ມານີ້ ​ແມ່ນ​ເພີ້ມຄວາມ​ກົດ​ດັນ​ຢ່າງ​ໃຫຍ່ ຕໍ່​ປະ​ເທດ​ຄອມ​ມູນິສດັ່ງກ່່າວ​ເພື່ອ​ໃຫ້​ຢຸດ​ເຊົາ​
ການ​ພັດທະນາ​ອາວຸດ​ນິວ​ເຄລຍ​ແລະ​ລູກ​ສອນ​ໄຟທີ່​ຍິງ​ໄດ້​ໃນ​ໄລ ຍະ​ໄກ.

ພວກ​ຜູ້ນຳ​ຂອງ​ຈີນ​ໄດ້​ທຳ​ການ​ປົກ​ປ້ອງ​ເກົາຫຼີ​ເໜືອ​ມາ​ເປັນ​ເວລາ​ດົນ​ນານ​ແລ້ວ ​ແຕ່​ກໍ​
ໄດ້​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຫຼາຍຂຶ້ນ ກັບ​ລັດຖະບານ​ຂອງ​ກິມຈົງ​ອຸນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG