ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຖານເຈາະນໍ້າມັນຂອງຈີນ ຢູ່ທະເລຈີນໃຕ້ ເລີ່ມເຈາະຫານໍ້າມັນແລ້ວ


ສື່​ມວນ​ຊົນ​ຂອງທາງ​ການ​ຈີນ​ກ່າວ​ວ່າ ຖານ​ເຈາະ​ນໍ້າມັນ​ນໍ້າ​ເລິກແຫ່ງ​ທໍາ​ອິດ ຂອງ​ປະ​ເທດ ​ແມ່ນ​ໄດ້​ເລີ່​ມລົງມື​ປະຕິບັດ​ການແລ້ວ​ຢູ່​ໃນ​ເຂດ​ທະ​ເລ​ຈີນ​ໃຕ້.

ອົງການ​ຂ່າວ​ຊິນ​ຫົວ​ກ່າວ​ວ່າ ຖານ​ເຈາະ​ນໍ້າມັນໄດ້​ເລີ່​ມ​ເຈາະ​ຫານໍ້າມັນເມື່ອ ​ວັນ​ພຸດ​ມື້​ນີ້ ໃນ​ຄວາມ​ເລິກ 1,500 ​ແມັດ ​ໃນບໍລິ​ເວນທີ່​ຕັ້ງ​ຢູ່​ປະມານ 320 ກິ​ໂລ​ແມັດ ທາງ​ກໍ້າ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ເກາະ​ຮ່ອງ​ກົງ.

ບໍລິສັດ​ລັດ​ວິ​ສາ​ຫະກິດນໍ້າມັນ​ນອກ​ຝັ່ງ​ທະ​ເລ​ແຫ່ງຊາດ​ຈີນຊຶ່ງ​ເປັນຜູ້ດໍາ​ເນີນ​ ການ​ຖານ​ເຈາະ​ນໍ້າມັນດັ່ງກ່າວ ໄດ້​ເອີ້ນການ​ເຄື່ອນ​ໄຫວ​ນີ້​ວ່າ​ເປັນບາດກ້າວ ທີ່​ສຳຄັນ ສໍາລັບ​ວົງ​ການ​ອຸດສາຫະກໍາ​ນໍ້າມັນ​ທະ​ເລ​ເລິກ​ຂອງ​ຈີນ. ຜ່ານ​ມາ ການ​ຜະລິດແລະ​ການ​ສໍາ​ຫຼວດ​ນໍ້າມັນຂອງ​ຈີນມີ​ຂີດ​ຈໍາກັດ​ບໍ່​ເລິກເກີນ 300 ​ແມັດ.

ຈີນ​ແມ່ນ​ເພິ່ງ​ພາ​ນໍ້າມັນ​ນໍາ​ເຂົ້າຫຼາຍ​ທີ່​ສຸດ​ເພື່ອ​ຫລໍ່ລ້ຽງ​ເສດຖະກິດ​ຂອງຕົນ. ​ແຕ່​ໃນ​ໄລຍະ​ບໍ່​ເທົ່າ​ໃດ​ເດືອນ​ຜ່າ​ນມາ​ນີ້ ຈີນ​ແມ່ນ​ມີ​ຄວາມ​ຫ້າວ​ຫັນ​ຕັ້ງໜ້າ​ຫຼາຍຂຶ້ນ ​ໃນ​ການ​ອ້າງ​ກຳມະສິດ​ເອົາ​ເຂດ​ນໍ້າ​ແດນ​ດິນ​ຂອງ​ຕົນຢູ່​ໃນ​ທະ​ເລ​ຈີນ​ໃຕ້ ຊຶ່ງ​ເຂົ້າ​ໃຈ​ວ່າ​ເປັນເຂດ​ທີ່​ອຸດົມສົມບູນ​ດ້ວຍ​ນໍ້າມັນ​ແລະ​ແກັ​ສທໍາ​ມະ​ຊາດ​ນັ້ນ.

ບໍລິ​ເວນ​ບ່ອນ​ຂຸດ​ເຈາະ​ນໍ້າມັນ​ທະ​ເລ​ເລິກ​ດັ່ງກ່າວ ບໍ່​ປະກົດ​ວ່າຢູ່​ໃນ​ເຂດທີ່ ​ມີ​ການ​ຂັດ​ແຍ້​ງກັນ​ໃນ​ທະ​ເລ​ຈີນ​ໃຕ້​ແຕ່​ຢ່າງ​ໃດ. ແຕ່​ບໍ່​ໄກ​ຈາກ​ບໍລິ​ເວນ​ດັ່ງ ກ່າວ ​ໄປ​ທາງ​ກໍ້າ​ຕາ​ເວັນ​ອອກສຽງ​ໃຕ້​ນັ້ນ ຈີນ​ໄດ້ປະ​ເຊີນ​ໜ້າກັບ​ຟິລິບ​ປິນ ມາເປັນ​ເວ​ລາ​ນຶ່ງ​ເດືອນ​ແລ້ວ ​ໃນເຂດເກາະ Scarborough ທີ່​ບໍ່​ມີ​ຄົນ​ຢູ່​ອາ​ໃສ​ນັ້ນ.

XS
SM
MD
LG