ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ລະດັບ ລມຕ ຂອງຈີນ ຢ້ຽມຢາມ ໄຕ້ຫວັນ (ວີດີໂອ/ສະໄລດ໌)


China Taiwan SOTVO
please wait
Embed

No media source currently available

0:00 0:00:43 0:00

ຈີນ​ໄດ້​ສົ່ງ​ເຈົ້າ​ໜ້າ​ທີ່​ລະດັບ​ລັດຖະມົນຕີ ໄປຍັງໄຕ້ຫວັນ​ ເປັນ​ຄັ້ງ
​ທຳ​ອິດໃນ​ປະ​ຫວັດ​ສາດ ໃນການຢ້ຽມຢາມທີ່​ສື່​ຂອງ​ລັດ​ເອີ້ນ​ວ່າ
“ການກ້າວ​ກະ​ໂດດ​ ທີ່​ຍິ່ງ​ໃຫຍ່” ໃນຄວາມສຳພັນ ຂ້າມຊ່ອງ
ແຄບໄຕ້ຫວັນນັ້ນ.

ທ່ານ Zhang Zhijun ຫົວໜ້າຮັບຜິດຊອບ​ຂອງຈີນ ​ກ່ຽວກັບ
​ກິດຈະກຳ​ໄຕ້​ຫວັນ ​ໄດ້​ໄປ​ຮອດ​ສະໜາມ​ບິນ​ໃຫຍ່​ຂອງ​ໄຕ້​ຫວັນ ​
ໃນ​ວັນ​ພຸດ ມື້​ນີ້ ເພື່ອ​ເລີ້ມ​ການ​ຢ້ຽມຢາມ 4 ມື້ ໃນປະ​ເທດ​ເກາະ
ດອນ​ທີ່​ປົກຄອງຕົນເອງນັ້ນ.

ທ່ານ Zhang ກ່າວ​ໃນ​ຕອນ​ໄປ​ຮອດ​ວ່າ ທັງ​ສອງ​ປະ​ເທດ​ມີ​ຄວາມ
​ຮັບຜິດຊອບ ທີ່​ຈະ​ຕ້ອງ “ຮັກສາ​ສະຖານະ​ການ​ທີ່​ເປັນ​ຢູ່​ໃນ​ປັດຈຸບັນ​ນີ້​ໄວ້ ​ແລະ​ສະ​ແຫວ​ງ ຫາ​ການ​ພັດທະນາ​ທີ່ ສັນຕິ.”

ຕໍ່​ມາ ທ່ານ​ໄດ້​ພົບ​ປະ​ກັບ​ຄູ່​ຕຳ​ແໜ່​ງຝ່າຍໄຕ້​ຫວັນ ທ່ານ Wang Yu-chi ​ທີ່​ໄດ້ໄປຢ້ຽມ ຢາມ​ປັກ​ກິ່ງ​ ໃນ​ເດືອນ​ກຸມພາຕົ້ນ​ປີ​ນີ້ ແລະ​ໄດ້​ທຳການ​ເຈລະຈາ​ທາງ​ການ​ເມືອງຄັ້ງ​ທຳ​ອິດ ຂອງໄຕ້ຫວັນ ກັບ​ຈີນ ນັບ​ຕັ້ງ​ແຕ່​ສົງຄາມ​ກາງ​ເມືອງ ​ເມື່ອ 65 ປີ ຜ່ານມາ​ແລ້ວ​ນັ້ນ.

​ຫົວຂໍ້ໃນການໂອ້ລົມຂອງ​ພວກ​ທ່ານ ​ແມ່ນ​ຮວມທັງ ການ​ຂະຫຍາຍ​ສາຍ​ພົວພັນ​ທາງ​ການ​ຄ້າ ​ແລະຈັດ​ຕັ້ງ​ສະຖານ​ກົງສຸນຂອງ​ຕົນຂຶ້ນ ​ໃນ​ດິນແດນຂອງອີກປະເທດນຶ່ງ ເພື່ອຊ່ວຍ​ອຳນວຍ​ຄວາມ​ສະດວກ ​ໃນການມີຄວາມສຳ​ພັນ​ທີ່ໃກ້ຊິດ​ກັນ​ຍິ່ງ​ຂຶ້ນນັ້ນ.

ພວກນັກສຶກສາເຂົ້າຍຶດ ສະພາແຫ່ງຊາດໄຕ້ຫວັນ ເມື່ອເດືອນມີນາ:

​ເຖິງ​ແມ່ນ​ວ່າ​ຄວາມສຳພັນສອງ​ຝ່າຍໄດ້ອົບອຸ່ນຂຶ້ນກໍ​ຕາມ ແຕ່ຊາວ​ໄຕ້​ຫວັນຫລາຍໆ​ຄົນ​ກໍ​ຍັງມີ​ຄວາມ​ເປັນ​ຫວ່ງ​ ກ່ຽວ​ກັບ​ວ່າ ​ໄຕ້​ຫວັນອາດຈະກາຍມາ​ເພິ່ງ​ພາ​ອາ​ໄສ​ຈີນ ​ຫຼາຍ​ເກີນ​ໄປນັ້ນ ຊຶ່ງ​ເວລານີ້ ຈີນ​ແມ່ນເປັນພາຄີເສດຖະກິດທີ່ສຳຄັນຂອງ​ໄຕ້​ຫວັນຢູ່​ແລ້ວນັ້ນ.

​ໃນ​ເດືອນ​ມີນາ ​ຕົ້ນ​ປີ​ນີ້ ພວກ​ນັກ​ສຶກສາ​ໄຕ້​ຫວັນ​ໄດ້​ພາກັນ ​ບຸກ​ເຂົ້າ​ຄອບ​ຄອງ​ຕຶກ​ສະພາ​ແຫ່ງ​ຊາດ ​ແລະ​ທວງ​ໃຫ້​ລັດຖະບານ​ລົບ​ລ້າງ ​ຂໍ້​ຕົກລົງ​ການ​ຄ້າ​ສະບັບ​ນຶ່ງ​ກັບ​ຈີນ ທີ່​ເປັນ​ຂໍ້ໂຕ້​ແຍ້​ງກັນ​ນັ້ນ ​ໂດຍ​ກ່າວ​ວ່າ ມັນ​ບໍ່​ໂປ່​ງ​ໃສ​ພຽງພໍ.

ຕຳຫລວດຂັບໄລ່ ພວກປະທ້ວງ ອອກຈາກສະພາ:

XS
SM
MD
LG