ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ ກ່າວວ່າ ຈະເປັນວັນ ໂສກເສົ້າທີ່ສຸດ ຖ້າ ສຫລ ຫາກໂຈມຕີ ເກົາຫຼີເໜືອ


ປະທານາທິບໍດີ ດໍໂນລ ທຣໍາ ກຳລັງຟັງ ໃນຂະນະທີ່ Emir ແຫ່ງຄູເວດ Sheikh Sabah Al-Ahmad Al-Jaber Al-Sabah ກ່າວໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວ ທີ່ທຳນຽບຂາວ.
ປະທານາທິບໍດີ ດໍໂນລ ທຣໍາ ກຳລັງຟັງ ໃນຂະນະທີ່ Emir ແຫ່ງຄູເວດ Sheikh Sabah Al-Ahmad Al-Jaber Al-Sabah ກ່າວໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວ ທີ່ທຳນຽບຂາວ.

ປະທານາທິບໍດີ​ດໍ​ໂນ​ລ ທຣໍາ ​ເຕືອນ​ວ່າ “ຈະ​ເປັນ​ວັນ​ໂສກ​ເສົ້າທີ່​ສຸດ​ສຳລັບ​ເກົາຫຼີ​ເໜືອ”
ຖ້າ​ຫາກ​ສະຫະລັດ​ເອົາ​ມາດ​ຕະການ​ທາງ​ທະຫານຕໍ່​ປະ​ເທດ​ດັ່ງກ່າວ.

ປະທານາທິບໍດີທຣຳ ທີ່​ຢືນ​ຄຽງຂ້າງ Emir ຂອງ​ຄູ​ເວດ Sheikh Sabah al-Ahmad Al-Sabah ​ໄດ້ຕອບ​ຄຳ​ຖາມນັກ​ຂ່າວຄົນ​ນຶ່ງ ​ໂດຍ​ກ່າວວ່າ “ຫວັງ​ວ່າ​ພວກ​ເຮົາ​ຈະ​ບໍ່​ໄດ້
​ໃຊ້ກຳລັງ​ຕໍ່​ເກົາຫຼີ​ເໜືອ” ​ໃນ​ການກ່າວ​ເຖິງ​ກອງທັບ​ສະຫະລັດນັ້ນ.

ປະທານາທິບໍດີ​ທຣໍາ ປະ​ຕິ​ເສດ​ສອງເທື່ອ ​ຕໍ່​ການ​ຕອບ​ຄຳ​ຖາ​ມທີ່​ວ່າ ຈະ​ເປັນ​ທີ່​ຮັບ​ເອົາ
​ໄດ້​ຫຼືບໍ່ ​ທີ່​ຈະ​ໃຫ້ເກົາ​ຫລີເໜືອ ມີ​ອາວຸດ​ນິວ​ເຄລຍຢູ່​ໃນ​ຄວາມ​ຄອບ​ຄອງ ​ແຕ່​ວ່າ “ຢູ່​ໃນ​
ການ​ຄວບ​ຄຸມ ​ແລະ​ສະກັດ​ກັ້ນ​ເອົາ​ໄວ້.”

ປະທານາທິບໍດີ​ທຣໍາ ​ໄດ້ຕອບ​ຄຳ​ຖາມ​ໃນລະຫວ່າງ​ກອງ​ປະຊຸມຖະ​ແຫຼງຢູ່ຫ້ອງ ​East
Room ຫຼືຫ້ອງຕາ​ເວັນ​ອອກ ຂອງ​ທຳນຽບຂາວວ່າ “ຂ້າພະ​ເຈົ້າ​ຈະ​ບໍ່​ເຈລະ​ຈາກັບ​ທ່ານ.
ບາງ​ທີ​ພວກ​ເຮົາອາດ​ຈະ​ມີ​ໂອກາດໄດ້​ເຈລະຈາ​ກັບ​ຄົນ​ອື່ນ ​ແຕ່​ວ່າ​ຢ່າ​ເອົາການເຈລະຈາ
ຂອງ​ຂ້າພະ​ເຈົ້າ​ມາ​ວາງໄວ້​ເທິງ​ໂຕະ ບໍ່​ຄື​ກັນ​ກັບ​ລັດຖະ ບານ​ຊຸດ​ກ່ອນ. ​ແຕ່​ຂ້າພະ​ເຈົ້າ​
ສາມາດ​ບອກ​ທ່ານ​ວ່າ ​ເກົາຫລີ​ເໜືອ​ໄດ້ປະພຶດ​ໂຕ ​ບໍ່​ດີ​ຫລາຍ ​ແລະ​ຈະ​ຕ້ອງ​ໄດ້​ຢຸດ​ເຊົາ.”

ປະທານາທິບໍດີ ດໍໂນລ ທຣໍາ ກຳລັງຟັງໃນຂະນະທີ່ Emir ແຫ່ງຄູເວດ Sheikh Sabah Al-Ahmad Al-Jaber Al-Sabah ກ່າວລະຫວ່າງກອງປະຊຸມ ລາຍງານຂ່າວ ທີ່ທຳນຽບຂາວ.
ປະທານາທິບໍດີ ດໍໂນລ ທຣໍາ ກຳລັງຟັງໃນຂະນະທີ່ Emir ແຫ່ງຄູເວດ Sheikh Sabah Al-Ahmad Al-Jaber Al-Sabah ກ່າວລະຫວ່າງກອງປະຊຸມ ລາຍງານຂ່າວ ທີ່ທຳນຽບຂາວ.

ປະທານາທິບໍດີ​ທຣໍາ ​ໄດ້​ກ່າວ​ຢ້ຳ​ວ່າ​ ​ໃນ​ໄລຍະ 25 ປີ​ທີ່​ຜ່ານ​ມານີ້ ​ລັດຖະບານ​ສະຫະລັດ
​ ​ໄດ້ພົບ​ເຫັນວ່າ “ນຶ່ງ​ມື້ຫລັງຈາກ​ໄດ້​ບັນລຸການ​ຕົກລົງ​ກັນ​ແລ້ວ ວຽກ​ການໃໝ່​ກໍ​ໄດ້ເລີ້ມ​
ຂຶ້ນຢູ່ໃນ​ເກົາຫລີ​ເໜືອ ​ເພື່ອ​ສືບ​ຕໍ່​ໃນ​ເລື່ອງ​ນິວ​ເຄລຍ." ​

ຫລັງ​ຈາກ​ປະທານາທິບໍດີ​ໃຫ້​ຄວາມ​ເ​ຫັນ​ແລ້ວ ​ເຈົ້າ​ໜ້າ​ທີ່​ຂັ້ນສູງ​ຄົນ​ນຶ່ງ​ຂອງລັດ ຖະບານ
​ທ່ານ​ທຣໍາ ກໍ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ວ່າ ​ເກົາຫລີ​ເໜືອ​ບໍ່​ສາມາດ​ທີ່​ຈະ​ໄດ້​ຮັບ​ການ​
ສະກັດ​ກັ້ນ​ເອົາ​ໄວ້.

ເອກອັກຄະລັດທະທູດສະຫະລັດ ປະຈຳສະຫະປະຊາຊາດ ທ່ານນາງ Nikki Haley ຖະແຫລງຕໍ່ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ.
ເອກອັກຄະລັດທະທູດສະຫະລັດ ປະຈຳສະຫະປະຊາຊາດ ທ່ານນາງ Nikki Haley ຖະແຫລງຕໍ່ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ.

ໃນ​ການ​ຖະ​ແຫຼງ​ຕໍ່​ບັນດາ​ນັກ​ຂ່າ​ວນັ້ນ ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເປັນ​ການ​ສ່ຽງ​ທີ່​ຮ້າຍ​ແຮງ​ສຸດ
​ໂດຍ​ຜູ້ນຳ​ເກົາຫລີ​ເໜືອ ທ່ານ Kim Jong Un ທີ່ອາດ​ຈະ​ຄາດ​ຄະ​ເນ​ຜິດພາດ ກ່ຽວ​ກັບ
ການ​ຕອບ​ໂຕ້ຂອງ​ສະຫະລັດ ​ຕໍ່​ການ​ທ້າ​ທາຍ​ເກາະ​ຜິດ​ຂອງ​ຕົນ ​ແລະ​ເຕືອນ​ວ່າ ພຽງ
​ຢາງ​ບໍ່​ຄວນ​ “ປະເມີນຕໍ່າ​ເກີນ​ໄປ​ໃນ​ຄວາມ​ຕັ້ງ​ໃຈ​ຂອງ ອາ​ເມຣິກັນ​ທີ່​ຈະ​ປົກ​ປ້ອງ​ພວກ
​ເຮົາ​ເອງ ​ແລະ​ບັນດາ​ພັນທະ​ມິດ.”

ລະບົບລູກສອນໄຟຕໍ່ຕ້ານຍິງມາລະດັບສູງ ທີ່ເອີ້ນວ່າ THAAD ສະກັດກັ້ນກຳລັງຍິງຈາກ Pacific Spaceport ທີ່ລັດ Alaska ໃນເມືອງ Kodiak ລະຫວ່າງການທົດລອງ.
ລະບົບລູກສອນໄຟຕໍ່ຕ້ານຍິງມາລະດັບສູງ ທີ່ເອີ້ນວ່າ THAAD ສະກັດກັ້ນກຳລັງຍິງຈາກ Pacific Spaceport ທີ່ລັດ Alaska ໃນເມືອງ Kodiak ລະຫວ່າງການທົດລອງ.

​ເກົາຫລີ​ເໜືອໄດ້​ກ່າວອ້າ​ງວ່າ​ ໄດ້​ທົດ​ລອງ​ລະ​ເບີດ hydrogen ​ໃນ​ວັນ​ອາທິດ​ທີ່​ຜ່ານ​
ມາ ​ຢູ່ບ່ອນ​ທົດ​ລອງນິວ​ເຄລຍ Punggye-ri.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

NOKOR Nuclear
please wait
Embed

No media source currently available

0:00 0:01:35 0:00

XS
SM
MD
LG