ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໒ ມີນາ ໒໐໒໓

ຈີນຄັດຄ້ານ ຕໍ່ຂໍ້ກ່າວຫາ ຂອງສະຫະລັດ ກ່ຽວກັບ ການອ້າງເອົາກໍາມະສິດ ທາງທະເລຂອງຕົນ (ສະໄລດ໌)


ໂຄສົກກະຊວງການຕ່າງປະເທດຈີນ ທ່ານ Hong Lei ຖະແຫຼງ ຕໍ່ສື່ ຢູ່ນະຄອນຫລວງປັກກິ່ງ. (file photo)
ຈີນ​ໄດ້ປະຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ​ຂອງ​ສະຫະລັດ ທີ່​ວ່າ ຕົນ​ກໍາລັງ
​ໃຊ້​ການ​ກ່າວ​ອ້າງ​ເອົາ​ດິນ​ແດນ​ ແບບ​ຄຸມ​ເຄືອ​ແລະ​ບໍ່​ສອດ
ຄ່ອງ​ກັບ​ກົດໝາຍ​ສາກົນ ​ເປັນເຫດຜົນ ​ໃນ​ການ​ເຂົ້າ​ຄວບ​ຄຸມ
​ເອົາ ​ເທື່ອ​ລະ​ຂັ້ນ ​ຫລາຍໆເຂດໃນ​ທະ​ເລ​ຈີນ​ໃຕ້ ທີ່​ເປັນບັນ
ຫາ​ຖົກ​ຖຽງ​ກັນ​ກັບປະ​ເທດ​ເພື່ອນ​ບ້ານ​ນັ້ນ.

​ໂຄສົກ​ກະຊວງ​ຕ່າງປະ​ເທດ​ຈີນ ທ່ານ Hong Lei ​ໄດ້​ອອກ​ຄໍາ​
ຖະ​ແຫລ​ງ​ໃນ​ແລງ​ວັນ​ເສົາ​ວານ​ນີ້ ຮຽກຮ້ອງ​ໃຫ້​ສະຫະລັດ​ເອົາ
“ທ່າ​ທີ​ທີ່​ມີ​ເຫດ​ມີ​ຜົນ​ແລະ​ຍຸດຕິ​ທໍາ” ​ໃນ​ເລື້ອງ​ນີ້.

ຈີນອ້າງ​ເອົາກຳມະສິດ ເກືອບ​ທັງໝົດ ໃນພື້ນທີ່ 3 ລ້ານ 5 ​ແສນ​ຕະ​ລາງ​ກິ​ໂລ​ແມັດຂອງ​ທະ​ເລ​ຈີນ​ໃຕ້ ​ໂດຍ​ອ້າງ​ເຫດຜົນ​ທີ່​ຕົນ​ເຫັນ​ວ່າ ​ເປັນ​ສິດທິ​ທາງ​ປະ
ຫວັດ​ສາດຂອງ​ຕົນ ພາຍໃຕ້​ອັນ​ທີ່​ຮ້ອງ​ວ່າ ເສັ້ນ​ຂີດ​ຍະ​ຫວ່າງ 9 ຂີດ ຫລື nine-dash line ກໍ​ຄື ​ເສ້ນ​ຂີດໝາຍໃນການອ້າງກຳມະສິດຂອງຈີນ. ຫວຽດນາມ ຟິລິບ​ປີນ ​ໄຕ້​ຫວັນ ​ມາ​ເລ​ເຊຍ ແລະ​ບຣູ​ໄນ ຕ່າງກໍ​ອ້າງ​ເອົາ​ບາງ​ສ່ວນ​ຂອງ​ຂົງ​ເຂດ​ດັ່ງກ່າວ.

​ເມື່ອ​ວັນ​ພຸດ​ຜ່ານ​ມາ​ນີ້ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຕ່າງປະ​ເທດສະຫະລັດ ​ຮັບຜິດ
ຊອບກິດຈະການ ເອ​ເຊຍ​ຕາ​ເວັນ​ອອກ​ແລະ​ຍ່ານ​ມະຫາ​ສະມຸດປາຊີ​ຟິກ ​ທ່ານ Danny Russell ​ໄດ້ໃຫ້ການ​ຕໍ່​ລັດຖະສະພາ​ວ່າ ການ​ນໍາ​ໃຊ້​ເສ້ນ​ຂີດ​ຍະ​ຫວ່າງ 9 ຂີດ​ໃດໆ​ກໍຕາມ
​ເພື່ອ​ອ້າງ​ເອົາ​ສິດທິທາງ​ທະ​ເລ​ນັ້ນ ຈະ​ຕ້ອງ​ອິງ​ຕາມ​ຮູບຮ່າງ​ໜ້າດິນ ​ເຊັ່ນ​ວ່າ ແຄມຝັ່ງ​ທ​ະ​
ເລ​ຂອງ​ປ​ະ​ເທດ ​ຫຼື​ບັນດາ​ໝູ່​ເກາະ​ຕ່າງໆ.

ທ່ານ Russell ຮຽກຮ້ອງ​ໃຫ້ປັກ​ກິ່ງ ໃຫ້​ຄວາມ​ກະຈ່າງ​ແຈ້ງ ​ຫລືດັດ​ແປງແກ້ໄຂ ການ​ອ້າງ
ກຳມະສິດຂອງ​ຕົນ ​ເພື່ອ​ໃຫ້ມັນສອດຄ່ອງກັບກົດ​ໝາຍ​ທາງ​ທະ​ເລ ຂອງນາໆຊາດ.”

Interactive Map of China, Japan, South Korea Air Zones - ແຜນທີ່ ສະແດງເຂດອາກາດ ຂອງຈີນ ຍີ່ປຸ່ນ ແລະເກົາຫລີໃຕ້ ພ້ອມກັບ ຄໍາອະທິບາຍ (ຄລິກແຕ່ລະເຂດເພື່ອອ່ານຄໍາອະທິບາຍເປັນພາສາອັງກິດ):

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ລາຍການວິ​ທະ​ຍຸ-ໂທ​ລະ​ພາບ ວີໂອເອ ລາວ
please wait

No live streaming currently available

0:00 0:00 Live

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG