ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນ ຕອບໂຕ້ຕໍ່ ທາງດ້ານເສດຖະກິດ ຕໍ່ເກົາຫຼີ ໃຕ້ ໃນການຕິດຕັ້ງ ລະບົບຕໍ່ຕ້ານ ລູກສອນໄຟ THAAD


ພວກນັກທ່ອງທ່ຽວຊາວຈີນ ພາກັນຢືນຖ່າຍຮູບ ໃນ ລາດຊະວັງ Gyeongbok, ໂຊລ, ເກົາຫຼີໃຕ້, 5 ຕຸລາ, 2016.
ພວກນັກທ່ອງທ່ຽວຊາວຈີນ ພາກັນຢືນຖ່າຍຮູບ ໃນ ລາດຊະວັງ Gyeongbok, ໂຊລ, ເກົາຫຼີໃຕ້, 5 ຕຸລາ, 2016.

ມີ​ລາຍ​ງານ​ວ່າ ປັກກິ່ງ ໄດ້ທຳ​ການ​ຕອບ​ໂຕ້ທາງດ້ານເສດຖະກິດຕໍ່ເກົາຫຼີໃຕ້ ​
ໃນ​ການ​ຕິດຕັ້ງລະບົບຕໍ່ຕ້ານລະບົບລູກສອນໄຟ ທີ່ຍິງມາໃນລະດັບສູງ ຫຼື THAAD ຂອງສະຫະລັດ ​ແມ່ນຍັງສືບຕໍ່​ແນເປົ້າໝາຍ ​ໃສ່ບາງພາກສ່ວນ ເຊັ່ນ ການນຳເຂົ້າ
ຂອງເຄື່ອງສຳອາງເກົາຫຼີໃຕ້ ການຍົກເລີກການສະແດງຂອງພວກນັກສິນລະປິນປ໊ອບ
ຂອງເກົາຫຼີໃຕ້ ແລະການເກຶອດຫ້າມພວກນັກທ່ອງທ່ຽວຊາວຈີນ ເຂົ້າໄປຍັງເກົາຫຼີໃຕ້.

ໃນຕຶກຫໍຄອຍ Namsam ໃນນະຄອນຫຼວງໂຊລ ມີຜູ້ຄົນທີ່ໜ້ອຍກວ່າປົກກະຕິ
ໄດ້ພາກັນໂຮມຕົວກັນ ເພື່ອຊົມການສະແດງແບບພື້ນເມືອງທາງດ້ານວັດທະນະທຳ
ແລະຊົມທິວ​ທັດພາບລວມໆຂອງຕົວເມືອງ ຈາກຈຸດສູງສຸດ​ໃນ​ນະຄອນ​ດັ່ງກ່າວ.

ລົດເມທີ່ລຳລຽງພວກນັກທ່ອງທ່ຽວ ຈາກຫຼາຍໆປະເທດເຊັ່ນ ມາເລເຊຍ ຫວຽດນາມ
ແລະຮົງກົງ ໄດ້ພາກັນເຂົ້າໄປຍັງສະຖານທີ່ດັ່ງກ່າວ ຊຶ່ງທີ່ນິຍົມກັນນັ້ນຢູ່, ແຕ່ວ່າ
ມັນຍັງມີນັກທ່ອງທ່ຽວ ໂດຍລວມ ໜ້ອຍກວ່າປົກກະຕິ ຈາກເທົ່າທີ່ເຄີຍຜ່ານມາ
ເພາະວ່ານັກທ່ອງທ່ຽວຊາວຈີນ ແມ່ນໄດ້ຫຼຸດນ້ອຍຖອຍລົງ ໃນເດືອນທີ່ຜ່ານມາ.

ນັກທ່ອງທ່ຽວຊາວຈີນ ປະກອບ​ເປັນ​ເກືອບເຄິ່ງນຶ່ງຂອງພວກຜູ້ຄົນທີ່ມາຢ້ຽມຢາມ
ຈຳນວນ17 ລ້ານຄົນຢູ່ເກົາຫຼີໃຕ້ ໃນປີກາຍນີ້. ແຕ່ວ່າ ​ໂຕ​ເລກຂອງລັດຖະບານຫຼ້າສຸດ
ໄດ້ຊີ້ໃຫ້ເຫັນວ່າ ຈຳນວນນັກທ່ອງທ່ຽວຈາກຈີນ ຫຼຸດຕ່ຳລົງເກືອບ 20 ເປີເຊັນໃນເດືອນ
ມີນານີ້. ຫ້ອງການທ່ອງທ່ຽວຕ່າງໆໃນທ້ອງ​ຖິ່ນ ບັນດາສາຍການບິນ ໂຮງແຮມ
ເຮືອສຳລານ ແລະຫ້າງສັບພະສິນຄ້າປອດພາສີ ຕ່າງ​ກໍ​ໄດ້​ຮັບ​ຜົນກະທົບທັງໝົດ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG