ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈີນ ຄັດຄ້ານ ມາດຕະການ ລົງໂທດໃໝ່ຂອງ ສະຫະລັດ ທີ່ເຊື່ອມໂຍງກັບ ເກົາຫຼີເໜືອ


ໂຄສົກກະຊວງການຕ່າງປະເທດ ຈີນ ທ່ານນາງ Hua Chunying ກ່າວຄຳປາໄສ ໃນລະຫວ່າງ ກອງປະຊຸມລາຍງານ ທີ່ກະຊວງ
ການຕ່າງປະເທດ ຈີນ ໃນນະຄອນຫຼວງ ປັກກິ່ງ.
ໂຄສົກກະຊວງການຕ່າງປະເທດ ຈີນ ທ່ານນາງ Hua Chunying ກ່າວຄຳປາໄສ ໃນລະຫວ່າງ ກອງປະຊຸມລາຍງານ ທີ່ກະຊວງ ການຕ່າງປະເທດ ຈີນ ໃນນະຄອນຫຼວງ ປັກກິ່ງ.

ຈີນ ຄັດຄ້ານຕໍ່ມາດຕະການລົງໂທດໃໝ່ທີ່ ສະຫະລັດ ໄດ້ວາງໃສ່ກຸ່ມບັນດາບໍລິສັດ ຈີນ
ແລະ ຣັດເຊຍ ສຳລັບການກ່າວຫາວ່າສະໜັບສະໜູນໂຄງການນິວເຄລຍຂອງ ເກົາຫຼີ
ເໜືອ.

ໂຄສົກກະຊວງການຕ່າງປະເທດ ຈີນ ທ່ານນາງ Hua Chunying ໄດ້ກ່າວໃນກອງປະ
ຊຸມຖະແຫຼງຂ່າວວ່າ ມາດຕະການລົງໂທດຕ່າງໆເຫຼົານັ້ນ ບໍ່ໄດ້ຊ່ວຍເຫຼືອການຮ່ວມມື
ລະຫວ່າງ ສະຫະລັດ ກັບ ຈີນ ກ່ຽວກັບ ຄວາມພະຍາຍາມທີ່ຈະຄວບຄຸມກິດຈະກຳນິວ
ເຄລຍຂອງ ເກົາຫຼີເໜືອ.

ທ່ານນາງກ່າວວ່າ ສະຫະລັດ ຄວນ “ກວດແກ້ຄວາມຜິດຂອງຕົນຢ່າງຮີບດ່ວນ” ແລະ
ໄດ້ກ່າວຢໍ້າເຖິງການຮຽກຮ້ອງຂອງ ຈີນ ເພື່ອຢັບຢັ້ງ ແລະ ຈັດການເຈລະຈາ ເພື່ອແກ້
ໄຂສະຖານະການກັບ ເກົາຫຼີເໜືອ.

ກະຊວງການເງິນ ສະຫະລັດ ໄດ້ປະກາດມາດຕະການລົງໂທດໃນວັນອັງຄານວານນີ້,
ໂດຍກ່າວວ່າ ມັນແມ່ນສ່ວນປະກອບຕໍ່ມະຕິຂອງສະພາຄວາມໝັ້ນຄົງ ອົງການສະຫະ
ປະຊາຊາດ ທີ່ໄດ້ຖືກອະນຸມັດໃນຕົ້ນເດືອນນີ້ ເຊິ່ງໄດ້ນຳໃຊ້ມາດຕະການລົງໂທດໃໝ່ຕໍ່
ເກົາຫຼີເໜືອ ແລະ ກ່າວປະນາມການທົດລອງລູກສອນໄຟຂີປະນາວຸດຂອງປະເທດດັ່ງ
ກ່າວ. ຈີນ ກໍແມ່ນໜຶ່ງໃນບັນດາປະເທດທີ່ໄດ້ຮັບຮອງເອົາມະຕິຂອງສະພາຄວາມໝັ້ນ
ຄົງຢ່າງເປັນເອກະສັນ.

ຖະແຫຼງການຂອງກະຊວງການເງິນ ສະຫະລັດ ໄດ້ຈັດລາຍຊື່ 10 ບໍລິສັດ ແລະ ສ່ວນ
ບຸກຄົນ 6 ຄົນ, ລວມທັງບໍລິສັດຖ່ານຫີນ, ເຫຼັກ ແລະ ການເງິນຂອງ ຈີນ.

ທ່ານ Steven Mnuchin ລັດຖະມົນຕີກະຊວງການເງິນກ່າວວ່າ “ມັນເປັນທີ່ຍອມຮັບບໍ່
ໄດ້ສຳລັບ ບຸກຄົນ ແລະ ບໍລິສັດຕ່າງໆໃນ ຈີນ, ຣັດເຊຍ ແລະ ບ່ອນອື່ນໆທີ່ຈະເຮັດໃຫ້
ເກົາຫຼີເໜືອ ສາມາດສ້າງລາຍໄດ້ທີ່ຖືກໃຊ້ເພື່ອພັດທະນາອາວຸດທຳລາຍລ້າງຜານ ແລະ
ສ້າງຄວາມບໍ່ໝັ້ນຄົງຢູ່ໃນພາກພື້ນ. ພວກເຮົາຈະທຳການປະຕິບັດການທີ່ສອດຄ່ອງກັບ
ມາດຕະການລົງໂທດຂອງອົງການສະຫະປະຊາຊາດ ເພື່ອສະແດງໃຫ້ເຫັນວ່າ ມັນຈະ
ບໍ່ມີຜົນທີ່ຕາມມາສຳລັບຕໍ່ຕ້ານມາດຕະການລົງໂທດ ແລະ ການສະໜອງການສະໜັບ
ສະໜູນໃຫ້ ເກົາຫຼີເໜືອ, ແລະ ຢັບຢັ້ງກິດຈະກຳພວກນີ້ໃນອະນາຄົດ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG