ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນສພ​ NY Times ​ວ່າ ພວກ​​ແຮັກເກີ້ຈີນ ໂຈມ​ຕີ​​ ເວັບ​ໄຊ້ຂອງ​ຕົນ (ວີດິໂອ)


ຕຶກສໍານັກງານໃຫຍ່ຂອງໜັງສືພິມ The New York Times ທີ່ຕັ້ງຢູ່ ໃຈກາງນະຄອນນີວຢ໊ອກ
ຕຶກສໍານັກງານໃຫຍ່ຂອງໜັງສືພິມ The New York Times ທີ່ຕັ້ງຢູ່ ໃຈກາງນະຄອນນີວຢ໊ອກ
ໜັງສືພິມ​ New York Times ​ເວົ້າ​ວ່າ ພວກເຈາະເຄືອ​ຂ່າຍ​ຄອມ​ພິວ​ເຕີ ຫຼື Hacker ໄດ້ທຳ​ການໂຈມ​ຕີເວັບ​ໄຊ້ ​ແລະ​ບັນດາ​ນັກ​ຂ່າວ​ຂອງຕົນຊໍ້າ​ແລ້ວຊໍ້າ​ອີກ ເປັນ​ເວລາ​ສີ່​ເດືອນ ນັບ​ຕັ້ງ​ແຕ່​ປັກ​ກິ່ງ​ໂມ​ໂຫ ​ໃຫ້​ໜັງສືພິມ​ດັ່ງກ່າວ​ທີ່ລົງຂ່າວເປີດ​ເຜີຍຄວາມ​ຮັ່ງມີ ​ຂອງ​ນັກ​ການ​ເມືອງ​ອາວຸ​ໂສ​ຄົນ​ນຶ່ງ.

​ໃນ​ລາຍ​ງານກ່ຽວ​ກັບ​ລາຍ​ລະອຽດ ​ທີ່ພິມ​ເຜີຍ​ແຜ່ເມື່ອ​ວັນ​ພະຫັດ​ມື້​ນີ້ ໜັງສືພິມສະບັບ​ນີ້ ເວົ້າ​ວ່າ ພວກ hacker ​ໄດ້ໃຊ້​ຍຸດທະວິທີ ​ທີ່​ກອງທັບ​ຈີນ​ເຄີຍ​ນຳ​ໃຊ້ ​ເພື່ອ​ເຈາະ​ເຂົ້າ​ໄປ​ໃນ​ເຄືອ​ຂ່າຍ​ຂອງ​ຕົນ ​ແລະ​ລັກ​ເອົາລະ​ຫັດ ​ເຂົ້າ​ອີ​ເມລຂອງ​ບັນດາ​ນັກ​ຂ່າວ​ອາວຸ​ໂສ ​ແລະ​ພະນັກງານຫຼາຍໆ​ຄົນ.

ໜັງສືພິມສະບັບ​ນີ້​ເວົ້າ​ອີກ​ວ່າ ການ​ໂຈມ​ຕີ​ດັ່ງກ່າວ​ ໄດ້​ເລີ່​ມຕົ້ນ​ໃນ​ເວລາ​ປະມານ​ດຽວກັບ​ຕົນ​ໄດ້​ລົງ​ພິມ​ເລຶ່ອງ​ສໍາຄັນ​ໃນ​ເດືອນ​ຕຸລາ ທີ່​ໃຫ້​ລາຍ​ລະອຽດ ຈໍານວນເງິນ ສອງ​ພັນ​ເຈັດ​ຮ້ອຍ​ລ້ານ​ໂດ​ລາ ທີ່​ຖືກ​ກ່າວ​ຫາ​ວ່າ ​ໄດ້​ສະ​ສົມ​ໄວ້​ໂດຍຄອບຄົວ​ຂອງ​ທ່ານ ​ເຫ​ວິນ ​ເຈ້ຍ​ບາ​ວ ນາ​ຍົກ​ລັດຖະມົນຕີ​ຈີນ ຜູ້​ກໍາ​ລັງ​ຈະພົ້ນ​ຈາກ​ຕໍາ​ແໜ່​ງນັ້ນ.

ຫຼັງຈາກ​ມີ​ການ​ອອກ​ຂ່າວ​ແລ້ວ ຈີນ​ສະ​ແດງ​ປະຕິກິລິຍາ​ໂກດ​ແຄ້ນ​ຢ່າງ​ໃຫຍ່​ຕໍ່​ເລຶ່ອງທີ່​ລົງ​ພິມໃນ​ໜັງສືພິມ​ດັ່ງກ່າວ ທີ່​ຂົ່ມຂູ່​ຊື່​ສຽງ​ຂອງ​ຜູ້ນໍາ​ທີ່​ຮູ້​ກັນ​ດີ​ວ່າ​ເປັນ​ຄົນ​ມືສະອາດ. ຈີນ​ໄດ້​ປິດ​ກັ້ນໃນທັນທີ ​ເວັບ​ໄຊ້​ເປັນ​ພາສາ​ອັງກິດແລະພາສາ​ຈີນຂອງ​ໜັງສືພິມ Times. ໜັງສື ພິມນີ້ເວົ້າອີກ​ວ່າ ລັດ​ຖະບານຈີນຍັງສັນຍາ​ວ່າ​ ຈະໃຫ້​ທາງ​ໜັງສືພິມ​ໄດ້ຮັບ​ຜົນທີ່​ຕາມ​ມາ
​ທີ່​ບໍ່​ໄດ້​ເຈາະ​ຈົງຈຳນວນ​ນຶ່ງ.

Chinese Hackers Target NY Times Website
please wait

No media source currently available

0:00 0:02:30 0:00
ລິງໂດຍກົງ
XS
SM
MD
LG