ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນຮຽກຮ້ອງໃຫ້ ສປຊ ຄໍ້າປະກັນ ການພັດທະນາ ດ້ານນີວເຄລຍ


ອົງການກວດກາພະລັງປະລະມະນູສາກົນ ຫລື IAEA.
ວັນທີ 2 ພະຈິກ 2011D
ອົງການກວດກາພະລັງປະລະມະນູສາກົນ ຫລື IAEA. ວັນທີ 2 ພະຈິກ 2011D

ເວລານີ້ຈີນກໍາລັງຮຽກຮ້ອງໃຫ້ອົງການສິ້ງຊອມດ້ານນີວເຄລຍຂອງອົງການສະຫະປະ
ຊາຊາດ ຈົ່ງປະຕິບັດການເພີ່ມຂຶ້ນ ເພື່ອຄໍ້າປະກັນການພັດທະນາພະລັງນີວເຄລຍ ທີ່
ມີຄວາມປອດໄພ ໝັ້ນຄົງ ແລະຍືນຍົງຖາວອນ.

ທ່ານ Wang Min ຮອງທູດພິເສດຈີນປະຈໍາອົງການສະຫະປະຊາຊາດ ກ່າວວ່າ ອົງ
ການພະລັງງານປະລະມະນູສາກົນຄວນຈະຖອດຖອນບົດຮຽນທີ່ໄດ້ຮັບຈາກເຫດການ
ລະລາຍຂອງໂຮງງານນີວເຄລຍຍີ່ປຸ່ນ ເພື່ອຍົກລະດັບມາດຕະຖານທີ່ຈະເປັນການປັບ
ປຸງການຮັບມືສຸກເສີນໃນເຫດວິກິດການນີວເຄລຍທີ່ຈະເກີດຂຶ້ນໃນອະນາຄົດນັ້ນໄດ້.

ທ່ານ ຫວັງ ມິນ ໄດ້ຮຽກຮ້ອງໃຫ້ອົງການພະລັງງານປະລະມະນູສາກົນ ຫລື IAEA ເມື່ອ
ວັນອັງຄານວານນີ້ ໃຫ້ເພີ່ມການຊ່ວຍເຫລືອດ້ານວິຊາການແກ່ພວກປະເທດທີ່ກໍາລັງພັດ
ທະນາທັງຫລາຍຕື່ມອີກ ແລະປັບປຸງໂຄງລ່າງພື້ນຖານຂອງພວກປະເທດທີ່ຊົມໃຊ້ໄຟຟ້າ
ນີວເຄລຍເທື່ອທໍາອິດ.

ຈີນແມ່ນພວມພົວພັນໃນໂຄງການກໍ່ສ້າງໂຮງງານນີວເຄລຍທີ່ສໍາຄັນແຫ່ງນຶ່ງ ແລະໄດ້ສະ
ແດງຄວາມສົນໃຈທີ່ຈະຂາຍໂຮງງານນິວເຄລຍ ໃຫ້ແກ່ ພວກປະເທດທີ່ກໍາລັງພັດທະນາ.

ຫລາຍໆປະເທດໄດ້ໂຈະແຜນການສ້າງໂຮງງານນີວເຄລຍແຫ່ງໃໝ່ຂອງພວກຕົນໄວ້ກ່ອນ
ຍ້ອນຄວາມເປັນຫ່ວງຕ່າງໆນາໆຈາກວິກິດການນີວເຄລຍຂອງຍີ່ປຸ່ນທີ່ຜ່ານມານັ້ນ.

XS
SM
MD
LG