ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ແຈ້ງໃຫ້ປະເທດ ເຂດລຸ່ມແມ່ນໍ້າຂອງຊາບ ກ່ຽວກັບການກັກນໍ້າ ຫລັງຈາກເລີ້ມ ກັກນໍ້າໄວ້ໄດ້ຫລາຍມື້ແລ້ວ


ແຜນທີ່ແມ່ນໍ້າຂອງ
ແຜນທີ່ແມ່ນໍ້າຂອງ

ຈີນໄດ້ແຈ້ງໃຫ້ບັນດາປະເທດເພື່ອນບ້ານເຂດລຸ່ມແມ່ນໍ້າຂອງຊາບກ່ຽວກັບມີການກັກນໍ້າເປັນເວລາ 20 ວັນ ຢູ່ເຂື່ອນໃຕ້ສຸດຂອງຕົນໃນເສັ້ນທາງສາຍນ້ໍາຕອນທີ່ໄດ້ 6 ມື້ແລ້ວຫລັງຈາກປະເທດດັ່ງກ່າວໄດ້ເລີ່ມກັກນໍ້າໄວ້ແຕ່ວັນທີ 31 ທັນວາຜ່ານມາ, ຊຶ່ງເປັນການໄດ້ຮັບຄວາມຊົມຊອບແບບບໍ່ເຕັມສ່ວນ ໃນການໄດ້ແບ່ງ ປັນຂໍ້ມູນໃຫ້ລັດຖະບານປະເທດທີ່ຢູ່ເຂດລຸ່ມໃຫ້ຮູ້ນໍາ ແລະກໍໄດ້ຮັບການວິພາກວິຈານທີ່ບໍ່ໄດ້ແຈ້ງໃຫ້ໄທ, ກຳປູເຈຍແລະປະເທດອື່ນໆ ໃຫ້ຊາບລ່ວງໜ້າ.

ໃນຖະແຫຼງການສະບັບນຶ່ງທີ່ເຜີຍແຜ່ອອກມາໃນວັນພຸດວານນີ້ ໂດຍຄະນະກຳ ມາທິການແມ່ນໍ້າຂອງສາກົນເຊິ່ງເປັນອົງການລະຫວ່າງລັດຖະບານທີ່ເຮັດວຽກຮ່ວມກັນກັບລັດຖະບານລາວ, ຫວຽດນາມ, ໄທ ແລະກຳປູເຈຍໃນການຄຸ້ມຄອງຊັບພະຍາກອນແມ່ນໍ້າຂອງ ທີ່ມີຄວາມຍາວ 2,703 ໄມນັ້ນກ່າວວ່າ ຈີນໃຫ້ສັນ ຍາວ່າກະແສແມ່ນໍ້າຂອງທີ່ກັກກັ້ນໄວ້ຢູ່ໃນເຂື່ອນຈິງຮັອງ (Jinghong) "ຈະໄດ້ຖືກຟື້ນຟູໃຫ້ກັບຄືນສູ່ສະພາບການດຳເນີນງານຕາມປົກກະຕິຢ່າງສະໝໍ່າສະເໝີໃນວັນທີ 25 ມັງກອນນີ້."

ຫ້ອງການຊັບພະຍາກອນນໍ້າທຳມະຊາດຂອງໄທ ຫລື ONWR ກ່າວວ່າ ຕົນໄດ້ຮັບແຈ້ງການ ຈາກປະເທດຈີນໃນວັນອັງຄານຜ່ານມານີ້ ວ່າການປ່ອຍນໍ້າເກືອບຈະໄດ້ເຄິ່ງນຶ່ງແລ້ວ.

"ກະຊວງຊັບພະຍາກອນນໍ້າຂອງຈີນໄດ້ແຈ້ງໃຫ້ຫ້ອງການຊັບພະຍາກອນນໍ້າທຳມະຊາດ ... ວ່າ ຕົນໄດ້ຫຼຸດການລະບາຍນໍ້າອອກຈາກເຂື່ອນຈິງຮັອງ(Jinghong) ຢູ່ຊາຍແດນຈີນ ລົງແຕ່ 1,904 ແມັດກ້ອນຫາ 1,000 ແມັດກ້ອນຕໍ່ວິນາທີ ນັບແຕ່ວັນທີ 5 ຫາວັນທີ 24 ເດືອນມັງກອນ. ຫລັງຈາກນັ້ນ ການປ່ອຍນໍ້າກໍຈະເພີ່ມຂຶ້ນໄປຫາລະດັບເປັນປົກກະຕິ," ນັ້ນຄືຄໍາເວົ້າ ຂອງທ່ານສົມຄິດ ປຣະຈໍາວົງ (Somkiat Prajamwong) ຜູ້ອຳນວຍການ ONWR ກ່າວຢູ່ໃນຖະແຫຼງການນັ້ນ.

ການແຈ້ງການດັ່ງກ່າວມີຂຶ້ນບໍ່ດົນຫລັງຈາກລະບົບຕິດຕາມກວດກາທີ່ໄດ້ຮັບທຶນຈາກສະຫະລັດເປີດເຜີຍວ່າ ຈີນບໍ່ໄດ້ແຈ້ງໃຫ້ບັນດາປະເທດເຂດລຸ່ມແມ່ນໍ້າຂອງຮູ້ວ່າຕົນກຳລັງກັກນໍ້າ ໄວ້ ທີ່ເລີ່ມແຕ່ວັນທີ 31 ທັນວາເປັນຕົ້ນມາ.

ຫ້ອງການຕິດຕາມເຂື່ອນໃນແມ່ນໍ້າຂອງ ຂອງສູນກາງສຕິມສັນ (Stimson) ທີ່ຕັ້ງຢູ່ນະຄອນຫຼວງວໍຊິງຕັນ ທີ່ໃຊ້ພາບຖ່າຍທາງດາວທຽມ ເພື່ອຮັກສາການຕິດ ຕາມເບິ່ງລະດັບນໍ້າຢູ່ຕາມລໍາແມ່ນໍ້າຂອງກ່າວວ່າ ລະດັບນໍ້າແມ່ນຢູ່ໃນລະດັບຕໍ່າຢູ່ຫລາຍຈຸດກວດກາ ໃນສາມປະເທດເຂດລຸ່ມແມ່ນໍ້າຂອງ ໃນການໃຫ້ຂໍ້ມູນຫລ້າສຸດຂອງຫ້ອງການນັ້ນ ໃນອາທິດຂອງວັນທີ 28 ທັນວາ 2020, ເຖິງວັນທີ 3 ມັງກອນ, 2021 ຜ່ານມານີ້. (ລາຍງານຂອງເອເຊຍເສລີ)

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG