ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ ສະຫະລັດ ເຕືອນກ່ຽວກັບ 'ແກນກາງຂອງຄວາມຊົ່ວຮ້າຍ' ໂດຍມີ ຈີນ ເປັນຜູ້ເລີ້ມຕົ້ນ


ແຟ້ມຮູບ-ໃນພາບທີ່ເຜີຍແຜ່ອອກມາໂດຍອົງການຂ່າວຊິນຫົວ, ລູກ​ສອນ​ໄຟ​​ຈາກ​ກອງ​ບັນຊາ​ການ​​ພາກ​ຕາ​ເວັນ​ອອກ​ຂອງ​ກອງທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ ​ເປັນສ່ວນນຶ່ງໃນການ​ປະຕິບັດງານ ໃນລະຫວ່າງການຊ້ອມລົບສໍາລັບຄວາມພ້ອມໃນການລາດຕະເວນ ​ແລະ​ການ​ຊ້ອມ​ຮົບ​ຢູ່​ອ້ອມແອ້ມເກາະ​ໄຕ້​ຫວັນ ​ໃນ​ວັນ​ທີ 8 ​ເມສາ 2023.
ແຟ້ມຮູບ-ໃນພາບທີ່ເຜີຍແຜ່ອອກມາໂດຍອົງການຂ່າວຊິນຫົວ, ລູກ​ສອນ​ໄຟ​​ຈາກ​ກອງ​ບັນຊາ​ການ​​ພາກ​ຕາ​ເວັນ​ອອກ​ຂອງ​ກອງທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ ​ເປັນສ່ວນນຶ່ງໃນການ​ປະຕິບັດງານ ໃນລະຫວ່າງການຊ້ອມລົບສໍາລັບຄວາມພ້ອມໃນການລາດຕະເວນ ​ແລະ​ການ​ຊ້ອມ​ຮົບ​ຢູ່​ອ້ອມແອ້ມເກາະ​ໄຕ້​ຫວັນ ​ໃນ​ວັນ​ທີ 8 ​ເມສາ 2023.

ເຈົ້າ​ໜ້າ​ທີ່​ກອງທັບ ​ແລະປ້ອງ​ກັນ​ປະ​ເທດ​ຂອງ​ສະຫະລັດ ​ມີ​ຄວາມ​ເປັນ​ຫ່ວງ​ຫຼາຍ​ຂຶ້ນ​ວ່າ ​ໃນ​ຂະນະ​ທີ່ ​ຈີນ ​ແລະ ຣັດ​ເຊຍ ຮັດ​ແໜ້ນ​ສາຍ​ພົວພັນໃຫ້ແໜ້ນ​ແຟ້ນຍິ່ງ​ຂຶ້ນ, ພວກເຂົາອາດ​ຈະ​ພະຍາຍາມ​ທ້າ​ທາຍ​ຄວາມ​ສາມັກຄີ​ຂອງ​ລັດຖະ ບານ​ຕາ​ເວັນ​ຕົກ ​ແລະໃນ​ທີ່​ສຸດກໍ​ຈະ​ປ່ຽນ​ຄວາມ​ດຸ່ນດ່ຽງທາງ​ອຳນາດ​ຢູ່ໃນ​ເວທີ​ໂລກ.

ຜູ້ບັນຊາການກອງກຳລັງສະຫະລັດຢູ່ໃນຂົງເຂດອິນໂດ-ປາຊີຟິກ ກ່າວຕໍ່ບັນດາ ສະມາຊິກລັດຖະສະພາຢູ່ໃນຄະນະກຳມາທິການດ້ານການປະກອບອາວຸດຂອງ ສະພາຕໍ່າວ່າ ຄວາມສຳພັນລະຫວ່າງປັກກິ່ງ ແລະມົສກູ ແມ່ນ “ສ່ວນໃຫຍ່” ຂອງ​ສິ່ງ​ທີ່ເຮັດໃຫ້ສະພາບແວດລ້ອມໃນປັດຈຸບັນນີ້​ເປັນ “ອັນຕະລາຍທີ່ສຸດ ທີ່ຂ້າພະເຈົ້າໄດ້ເຫັນມາໃນຮອບ 40 ປີ ຢູ່ໃນໜ້າທີ່ຂອງຂ້າພະເຈົ້າ.”

ພົນເຮືອເອກ ຈອນ ອະກີລີໂນ (John Aquilino) ກ່າວໃນລະຫວ່າງການໃຫ້​ການໃນວັນພຸດວານນີ້ວ່າ "ການຮ່ວມມືກັນຂອງລັດຖະບານທັງສອງປະເທດນັ້ນ ໄດ້ເຮັດໃຫ້ພວກເຮົາຕົກຢູ່ໃນສະພາບແວດລ້ອມດ້ານຄວາມປອດໄພທີ່ແຕກຕ່າງກັນ."

ທ່ານ​ກ່າວ​ວ່າ “ຄວາມ​ຮູ້ສຶກ​ຂອງ​ຂ້າພະ​ເຈົ້າ​ແມ່ນ​ວ່າ ນີ້ແມ່ນວິທີ​ທີ່​ຈະ​ຕໍ່ສູ້​ກັບ​ບັນດາ​ພັນທະ​ມິດ​ຂອງ​ສະຫະລັດ ພ້ອມດ້ວຍຄູ່ຮ່ວມພາຄີ ແລະພັນທະມິດຂອງ ພວກເຮົາທີ່​ມີ​ຄວາມຄິດຄືກັນຢູ່ໃນທົ່ວພາກພື້ນ. ນີ້ແມ່ນການຕໍ່ຕ້ານຂອງພວກ ເຂົາ."

ແຟ້ມຮູບ-ພົນເຮືອເອກ ຈອນ ອະກີລີໂນ ກ່າວປາໄສໃນສິງກະໂປ, ໃນຮູບພາບທີ່ໄດ້ຮັບການເປີດເຜີຍໂດຍ IISS ເມື່ອວັນທີ 16 ມີນາ 2023.
ແຟ້ມຮູບ-ພົນເຮືອເອກ ຈອນ ອະກີລີໂນ ກ່າວປາໄສໃນສິງກະໂປ, ໃນຮູບພາບທີ່ໄດ້ຮັບການເປີດເຜີຍໂດຍ IISS ເມື່ອວັນທີ 16 ມີນາ 2023.

ທ່ານ ອະກີ​ລີໂນ ກ່າວຕື່ມວ່າ ແລະດ້ວຍສັນຍານຂອງການຂະຫຍາຍການ ຮ່ວມມືກັບເກົາຫລີເຫນືອ ແລະອີຣ່ານ, ເນື່ອງຈາກທັງສອງປະເທດດັ່ງກ່າວ ໄດ້ພະ​ຍາ​ຍາມ​ທີ່​ຈະສະໜອງອາວຸດໃຫ້ແກ່ ຣັດເຊຍສໍາລັບສົງຄາມໃນຢູເຄຣນ, "ມັນຄວນເປັນຄວາມກັງວົນສໍາລັບທົ່ວໂລກ."

ເຈົ້າ​ໜ້າ​ທີ່ທໍານຽບ 5 ແຈ ໄດ້​ພະຍາຍາມ​ມາ​ເປັນ​ເວລາ​ດົນ​ນານ​ທີ່​ຈະ​ສະແດງ​ໃຫ້​ເຫັນ​ກ່ຽວກັບລັກສະນະທີ່ແຕກຕ່າງກັນຂອງ ຈີນ ​ແລະ ຣັດ​ເຊຍ​, ການສະແດງ ໃຫ້ເຫັນລັກສະນະໃນການເຕີບໃຫຍ່ຂະຫຍາຍໂຕດ້ານຄວາມສາມາດທາງທະ ຫານຂອງລັດຖະບານປັກກິ່ງ ແລະ​ຄວາມ​ພ້ອມ​ໃນການນໍາໃຊ້ກອງທັບ​ສໍາລັບ ຄວາມທ້າ​ທາຍ​, ​ໃນ​ຂະນະ​ທີ່ສະແດງໃຫ້ເຫັນພາບຂອງ ຣັດ​ເຊຍ ​ແລະ​ການ​ກະທຳ​ຂອງພວກເຂົາວ່າ ​ເປັນ​ໄພ​ຂົ່ມຂູ່ທີ່ເພີ້ມຂຶ້ນ.

ແນວໃດກໍຕາມ, ທ່ານ ອະກີ​ລີໂນ ໄດ້ອະທິບາຍເຖິງຄວາມສໍາພັນລະຫວ່າງຈີນ, ຣັດເຊຍ, ເກົາຫລີເຫນືອ ແລະ ອີຣ່ານ ວ່າເປັນ "ແກນກາງຂອງຄວາມຊົ່ວ ຮ້າຍ" ທີ່ຫາກໍເກີດຂຶ້ນມາໃໝ່.

ທ່ານກ່າວວ່າ "ພວກເຮົາຄວນລົງມືປະຕິບັດໃຫ້ເຫມາະສົມ."

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG