ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ, ບໍ່ແມ່ນ ຣັດເຊຍ, ທີ່ຍັງເປັນໄພຂົ້ມຂູ່ສູງສຸດ ຕໍ່ສະຫະລັດ


ແຟ້ມພາບ - ໃນຮູບນີ້ ທີ່ເຜີຍແຜ່ໂດຍ ອົງການຂ່າວ ຊິນຫົວ,​ ຂີປະນາວຸດ ຈາກກອງກຳລັງຈະຫຼວດຂອງກອງບັນຊາການ ກອງທັບປົດປ່ອຍ ຂອງປະຊາຊົນພາກພື້ນຕາເວັນອອກ ເຂົ້າຮ່ວມການປະຕິບັດການ ລະຫວ່າງການລາດຕະເວນ ພ້ອມລົບ ແລະ ການຊ້ອມລົບທົ່ວ ອ້ອມຮອບໄຕ້ຫວັນ ໃນວັນທີ 8 ເມສາ 2024.
ແຟ້ມພາບ - ໃນຮູບນີ້ ທີ່ເຜີຍແຜ່ໂດຍ ອົງການຂ່າວ ຊິນຫົວ,​ ຂີປະນາວຸດ ຈາກກອງກຳລັງຈະຫຼວດຂອງກອງບັນຊາການ ກອງທັບປົດປ່ອຍ ຂອງປະຊາຊົນພາກພື້ນຕາເວັນອອກ ເຂົ້າຮ່ວມການປະຕິບັດການ ລະຫວ່າງການລາດຕະເວນ ພ້ອມລົບ ແລະ ການຊ້ອມລົບທົ່ວ ອ້ອມຮອບໄຕ້ຫວັນ ໃນວັນທີ 8 ເມສາ 2024.

ສົງຄາມຂອງຣັດເຊຍຢູ່ໃນຢູເຄຣນ - ທີ່ເຈົ້າໜ້າທີ່ລະດັບສູງຂອງສະຫະລັດໄດ້ພັນລະນາວ່າ ເປັນໄພອັນຕະລາຍຕໍ່ສະຫະລັດເອງ - ຍັງຄົງຕາມຮອຍມາດ້ວຍຈີນ ເມື່ອເວົ້າເຖິງໄພຂົ່ມຂູ່ຕ່າງໆ ໃນໄລຍະຍາວຕໍ່ຄວາມໝັ້ນຄົງຂອງອາເມຣິກາ, ອີງຕາມເຈົ້າໜ້າທີ່ລະດັບສູງຂອງທຳນຽບຫ້າແຈ.

ຄຳເຕືອນຈາກທ່ານ ອີລາຍ ແຣັດເນີ (Ely Ratner), ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຮັບຜິດຊອບວຽກງານຄວາມໝັ້ນຄົງ ອິນໂດ-ປາຊີຟິກ, ມີຂຶ້ນໃນຄຳໃຫ້ການທີ່ໄດ້ຖືກກະກຽມໄວ້ ສຳລັບການພິຈາລະນາຮັບຟັງ ໃນວັນພຸດມື້ນີ້ ໂດຍຄະນະກຳມະການດ້ານການທະຫານຂອງສະພາສູງ ກ່ຽວກັບສິ່ງທ້າທາຍດ້ານຄວາມໝັ້ນຄົງໃນພາກພື້ນອິນໂດ-ປາຊີຟິກ.

"ສປ ຈີນ ຫຼື ສາທາລະນະລັດ ປະຊາຊົນ ຈີນ ຍັງສືບຕໍ່ສະແດງຄວາມທ້າທາຍທີ່ກວມລວມ ແລະຈິງຈັງທີ່ສຸດ ຕໍ່ຄວາມໝັ້ນຄົງຂອງປະເທດຊາດຂອງພວກເຮົາ,” ທ່ານ ແຣັດເນີ ໄດ້ກ່າວແຈ້ງຕໍ່ບັນດາສະມາຊິກສະພາສູງ ຕາມສຳເນົາຄຳຖະແຫຼງກ່າວເປີດ ຂອງທ່ານ ທີ່ ວີໂອເອ ໄດ້ຮັບມານັ້ນ.

ທ່ານ ແຣັດເນີ ກ່າວເຕືອນອີກວ່າ "ສປ ຈີນ ຫຼື PRC ຍັງຄົງເປັນປະເທດດຽວທີ່ມີເຈດຕະນາ ແລະມີຄວາມສາມາດເພີ້ມຂຶ້ນ ໃນການຄອບງໍາພາກພື້ນອິນໂດ - ປາຊີຟິກ ແລະແທນທີ່ສະຫະລັດ," ແລະກ່າວຕື່ມວ່າ "ສປ ຈີນ ກໍາລັງດຳເນີນການຕາມເປົ້າຫມາຍຂອງການເປັນຜູ້ປັບວິໄສທັດຄືນໃຫມ່ຂອງຕົນ ດ້ວຍກິດຈະກໍາທີ່ບີບບັງຄັບຫຼາຍຂຶ້ນ ໃນຊ່ອງແຄບໄຕ້ຫວັນ, ທະ​ເລ​ຈີນ​ໃຕ້​ ແລະ​ຕາ​ເວັນ​ອອກ, ຕາມ​ເສັ້ນ​ການ​ຄວບ​ຄຸມ​ຕົວ​ຈິງ​ກັບ​ອິນ​ເດຍ, ແລະ​ເກີນໄປກວ່ານັ້ນ.”

ນີ້​ບໍ່​ແມ່ນ​ເທື່ອ​ທຳ​ອິດ ທີ່ ທ່ານ ແຣັດເນີ ​ໄດ້​ກ່າວເຖິງ​ໄພ​ຂົ່ມ​ຂູ່​ທີ່​ເພີ່ມ​ຂຶ້ນ​ຈາກ​ປັກ​ກິ່ງ.

​ໃນ​ເດືອນ​ຕຸລາ ປີ 2023, ທ່ານ​ໄດ້​ຮຽກຮ້ອງ​ກອງທັບ​ຈີນ ​ເວົ້າເຖິງ​ໃນ​ອັນ​ທີ່​ທ່ານ​ໄດ້​ອະທິບາຍ​ວ່າ ເປັນພຶດຕິກຳສ່ຽງ ທີ່ເພີ້ມຂຶ້ນຢ່າງຫຼວງຫຼາຍ​ ຢູ່​ໃນ​ທະ​ເລຈີນ​ຕາ​ເວັນ​ອອກ ​ແລະ​ທະເລຈີນໃຕ້.

ທ່ານ ແຣັດເນີ ຍັງໄດ້ເຕືອນ ອີກຕ່າງຫາກ ວ່າຜູ້ນໍາຂອງຈີນໄດ້ "ຫັນໄປຫາ PLA [ກອງທັບປົດປ່ອຍປະຊາຊົນ] ຫຼາຍຂຶ້ນເລື້ອຍໆ ໃນຖານະເປັນເຄື່ອງມື ໃນການບີບບັງຄັບ."

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG