ໃນວັນພະຫັດມື້ນີ້ ຈີນ ພ້ອມກັບ ນໍເວ ຮ່ວມກັນປະນາມການ
ສັງຫານ ພົນລະເມືອງຂອງພວກຕົນ ຜູ້ທີ່ໄດ້ຖືກຈັບເປັນຕົວ
ປະກັນ ໂດຍກຸ່ມພວກຫົວຮຸນແຮງລັດອິສລາມ.
ປະທານປະເທດຈີນ ທ່ານສີ ຈິ້ນຜິງ ເວົ້າວ່າ “ລັດທິກໍ່ການ
ຮ້າຍ ແມ່ນເປັນສັດຕູຂອງມວນມະນຸດ ໂດຍທົ່ວໄປ” ແລະ
ວ່າປະເທດຂອງທ່ານ ຄັດຄ້ານມັນໃນທຸກຮູບແບບ. ລັດຖະບານ
ຂອງທ່ານໄດ້ປະຕິຍານວ່າ ຈະນຳເອົາພວກທີ່ຮັບຜິດຊອບ ມາ
ລົງໂທດໃຫ້ໄດ້.
ພວກຫົວຮຸນແຮງລັດອິສລາມ ໄດ້ໃຊ້ວາລະສານ Dabiq ພາສາ
ອັງກິດ ທາງອອນລາຍເພື່ອອ້າງວ່າ ຕົນໄດ້ສັງຫານ ທ່ານ Fan Jinghui ອາຍຸ 50 ປີ
ສັນຊາດຈີນ ແລະ ທ່ານ Ole-Johan Grimsgaard-Ofstad ອາຍຸ 48 ປີ ສັນຊາດນໍເວ.
ມັນສະແດງໃຫ້ເຫັນຮູບພາບຕ່າງໆ ຂອງສອງສົບ ແລະ ມີຄຳອະທິບາຍ ວ່າ ສອງຄົນນີ້
“ຖືກສັງຫານ ຫຼັງຈາກ ທີ່ໄດ້ຖືກປ່ອຍປະລະເລີຍໂດຍບັນດາປະເທດ ແລະ ອົງການ
ນອກສາສະໜາ.”
ນາຍົກລັດຖະມົນຕີນໍເວ ທ່ານນາງ Erna Solberg ກ່າວໃນວັນພຸດວານນີ້ ວ່າ ການສັງ
ຫານນັ້ນ ເປັນ “ການກະທຳທີ່ປ່າເຖື່ອນ.”