ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນຖືກກົດດັນໃຫ້ ສະໜັບສະໜຸນ ການລົງໂທດບັ້ນໃໝ່ ຕໍ່ເກົາຫຼີເໜືອ


ທຸງຈີນປິວສະບັດ ຢູ່ໃກ້ຂົວ Hekou ທີ່ເຊື່ອມຕໍ່ຈີນໃສ່ກັບ ເກົາຫລີເໜືອ ຊຶ່ງຖືກລະເບີດຖິ້ມໃສ່ ໃນຊຸມປີ 1950 ໃນສົງຄາມເກົາຫລີ ທີ່ເມືອງ Hekou, ວັນທີ 7 ກຸມພາ 2013.
ທຸງຈີນປິວສະບັດ ຢູ່ໃກ້ຂົວ Hekou ທີ່ເຊື່ອມຕໍ່ຈີນໃສ່ກັບ ເກົາຫລີເໜືອ ຊຶ່ງຖືກລະເບີດຖິ້ມໃສ່ ໃນຊຸມປີ 1950 ໃນສົງຄາມເກົາຫລີ ທີ່ເມືອງ Hekou, ວັນທີ 7 ກຸມພາ 2013.
ຂະນະນີ້ ຈີນກໍາລັງໄດ້ຮັບຄວາມກົດດັນຈາກນາໆຊາດໃຫ້
ສະໜັບສະໜຸນການລົງໂທດບັ້ນໃໝ່ຕໍ່ເກົາຫຼີເໜືອ ຖ້າຫາກວ່າ
ພຽງຢາງ ປະຕິບັດຕາມຄໍາຂູ່ຂອງຕົນ ທີ່ຈະທໍາການທົດລອງ
ນີວເຄຼຍຄັ້ງທີສາມ ນັ້ນ.

ລຸນຫຼັງທີ່ເກົາຫຼີເໜືອໄດ້ທົດລອງຍິງລູກສອນໄຟໄລຍະໄກລູກນຶ່ງ ໃນເດືອນທັນວາຜ່ານມານີ້ ຈີນກໍໄດ້ສະໜັບສະໜຸນມະຕິໃໝ່ສະ ບັບນຶ່ງຂອງສະຫະປະຊາຊາດ ທີ່ຮັດແໜ້ນການລົງໂທດ ທີ່ມີຢູ່
ແລ້ວ ໃຫ້ໜັກໜ່ວງຂຶ້ນຕື່ມອີກ ໂດຍມີເປົ້າໝາຍເພື່ອລົງໂທດ ເກົາຫຼີເໜືອສໍາລັບໂຄງການນີວເຄຼຍຂອງຕົນ.

ມະຕິດັ່ງກ່າວໃນສ່ວນນຶ່ງ ແມ່ນຮຽກຮ້ອງໃຫ້ບັນດາປະເທດສະ
ມາຊິກຂອງຢູເອັນຕິດຕາມເບິ່ງກິດຈະກໍາຂອງອົງການການ
ເງິນຕ່າງໆຂອງເກົາຫຼີເໜືອ ຢູ່ພາຍໃນປະເທດຂອງພວກເຂົາເຈົາ. ນອກນີ້ແລ້ວ ມະຕິເລກທີ
2087 ນັ້ນ ຍັງຮຽກຮ້ອງ ໃຫ້ສັ່ງຫ້າມເດີນທາງ ຕໍ່ບຸກຄົນທີ່ຕ້ອງສົງໄສວ່າ ມີສ່ວນພົວພັນ
ກັບໂຄງການນີວເຄຼຍຂອງເກົາຫຼີເໜືອ.

ຄໍາຖາມເວລານີ້ ກໍແມ່ນວ່າ ຈີນຈະມີປະຕິກິລິຍາແນວໃດ ຖ້າຫາກວ່າເກົາຫຼີເໜືອທໍາການ ທົດລອງນີວເຄຼຍອີກຄັ້ງນຶ່ງ? ຄາດກັນວ່າ ສະພາຄວາມໝັ້ນຄົງ ຊຶ່ງຈີນເອັງກໍເປັນສະມາ ຊິກຖາວອນປະເທດນຶ່ງຢູ່ໃນນັ້ນ ຈະຕອບສະໜອງໂດຍໄວ ຊຶ່ງອາດເປັນໄປໄດ້ວ່າດ້ວຍ ການລົງໂທດເສດຖະກິດບັ້ນໃໝ່ ທີ່ຈະຂະຫຍາຍການກັກຊັບສິນ ແລະຫ້າມການເດີນ ທາງ ອອກໄປຕື່ມອີກ ຕໍ່ບໍລິສັດຕ່າງໆຂອງເກົາຫຼີເໜືອນັ້ນ.

ເບິ່ງຄືວ່າ ຈີນຈະສະໜັບສະໜຸນມາດຕະການດັ່ງກ່າວຢູ່ ອິງຕາມນັກວິເຄາະ ແລະນັກວິ ຊາການທີ່ກ່ຽວພັນກັບຂົງເຂດເອເຊຍ ທີ່ຖືກສໍາພາດໂດຍວີໂອເອ ເຊັ່ນທ່ານ Zhou Bing ຊ່ຽວຊານອາວຸໂສເລື້ອງການສຶກສາດ້ານ ສື່ ທີ່ຮ່ອງກົງ ເປັນຕົ້ນ ທີ່ກ່າວວ່າ ຈີນອາດຈະ ລົງໂທດດ້ວຍການກັກເງິນໃນບັນຊີທະນາຄານຂອງເກົາຫລີເໜືອ ຫລືວ່າຍົກເລີກສັນຍາ ການຄ້າ.

ທາງອົງການຂ່າວ ຢົນຮັບ ຂອງເກົາຫຼີໃຕ້ ລາຍງານວ່າ ບາງບໍລິສັດຂອງເກົາຫຼີເໜືອ ແລະ ວົງການທຸລະກິດທີ່ເຊື່ອມໂຍງກັບລັດຖະບານ ກໍາລັງພາກັນເອົາມາດຕະການລ່ວງໜ້າ ເພື່ອຫຼີກລ່ຽງການລົງໂທດການເງິນຈີນບັ້ນ ໃໝ່.

ອົງການຂ່າວຢົນຮັບ ໄດ້ອ້າງເອົາຄໍາເວົ້າຈາກແຫຼ່ງຂ່າວນຶ່ງໃນປັກກິ່ງ ທີ່ຮູ້ເລື້ອງນີ້ດີ ທີ່ເວົ້າວ່າ ມີຮ່ອງຮອຍຫລາຍໆຢ່າງທີ່ສະແດງວ່າບໍລິສັດຕ່າງໆຂອງເກົາຫຼີເໜືອກໍາລັງພາກັນຖອນເງິນ
ອອກຈາກບັນຊີຝາກຢູ່ທະນາຄານຈີນ ຫຼືປ່ຽນຊື່ບໍລິສັດຂອງຕົນ ຢູ່ໃນປະເທດຈີນນັ້ນ.
XS
SM
MD
LG