ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄື້ນສັ່ນສະເທືອນ ທີ່ຖືກຈັບໄດ້ ໃນ ເກົາຫຼີເໜືອ ບໍ່ແມ່ນ ຍ້ອນລະເບີດນິວເຄລຍ


ປະຊາຊົນເບິ່ງລາຍການຂ່າວໂທລະພາບ ທີ່ລາຍງານແຜ່ນດິນ
ໄຫວໃນປະເທດ ເກົາຫຼີເໜືອ. ສະຖານີລົດໄຟໃຕ້ດິນໃນນະ
ຄອນຫຼວງ ໂຊລ, ເກົາຫຼີໃຕ້. 23 ກັນຍາ, 2017.
ປະຊາຊົນເບິ່ງລາຍການຂ່າວໂທລະພາບ ທີ່ລາຍງານແຜ່ນດິນ ໄຫວໃນປະເທດ ເກົາຫຼີເໜືອ. ສະຖານີລົດໄຟໃຕ້ດິນໃນນະ ຄອນຫຼວງ ໂຊລ, ເກົາຫຼີໃຕ້. 23 ກັນຍາ, 2017.

ແຜ່ນດິນໄຫວຂະໜາດນ້ອຍທີ່ເກີດຂຶ້ນໃນປະເທດ ເກົາຫຼີເໜືອ ໃກ້ກັບສະຖານທີ່ທົດ
ລອງນິວເຄລຍຂອງປະເທດໃນວັນເສົາວານນີ້ ເບິ່ງຄືວ່າຈະເປັນການສັ່ນສະເທືອນ
ຈາກທຳມະຊາດ ແລະ ບໍ່ແມ່ນຍ້ອນລະເບີດນິວເຄລຍ, ອີງຕາມການກ່າວຂອງປະ
ເທດທີ່ຢູ່ໃກ້ຄຽງ.

ອົງການອຸຕຸນິຍົມ ເກົາຫຼີໃຕ້ ກ່າວວ່າ ຄື້ນສຽງຈາກການລະເບີດຂອງມະນຸດ ຄວນຖືກ
ຈັບໄດ້ ແຕ່ວ່າບໍ່ເປັນຈັ່ງຊັ້ນ.

ອົງການແຜ່ນດິນໄຫວຂອງ ຈີນ ກ່າວວ່າ ແຜ່ນດິນໄຫວບໍ່ແມ່ນເປັນຍ້ອນການລະເບີດ
ຂອງນິວເຄລຍ ຫຼັງຈາກໄດ້ເວົ້າກ່ອນໜ້ານີ້ວ່າ ການຈັບຄື້ນສັ່ນສະເທືອນ 3.4 ກ່ອນໜ້າ
ນີ້ ໃນເວລາ 8 ໂມງ 29 ຕາມເວລາມາດຕະຖານສາກົນ ແມ່ນ “ສົງໄສວ່າ ເປັນການລະ
ເບີດ.”

ອົງການສຳຫຼວດທໍລະນີວິທະຍາ ສະຫະລັດ, ກ່າວວ່າ ແນວໃດກໍຕາມ, ເຂົາເຈົ້າບໍ່ສາ
ມາດຢືນຢັນໄດ້ວ່າ ກໍລະນີການສັ່ນສະເທືອນຂອງວັນເສົາວານນີ້ ແມ່ນເກີດມາຈາກ
ມະນຸດ ຫຼື ທຳມະຊາດ.

ຫຼັງຈາການສັ່ນສະເທືອນໃນວັນເສົາວານນີ້ແລ້ວ, ເຮືອບິນຮົບກອງທັບ ສະຫະລັດ ກໍ
ໄດ້ບິນຄຸ້ມກັນເຮືອບິນຖິ້ມລະເບີດໃນໜ່ານຟ້າສາກົນ ຢູ່ເທິງໜ່ານນໍ້າກໍ້າຕາເວັນອອກ
ຂອງ ເກົາຫຼີເໜືອ.

ທຳນຽບຫ້າແຈ ກ່າວວ່າ ການບິນລາດຕະເວນ ແມ່ນໄດ້ຖືກອອກແບບມາເພື່ອ ສະແດງ
ໃຫ້ເຫັນທາງເລືອກດ້ານທະຫານຈຳນວນຫຼາຍ ທີ່ທ່ານ ທຣຳ ມີໄວ້ ໃນການປະຕິບັດ
ການ ເພື່ອຕອບໂຕ້ກັບໄພຂົ່ມຂູ່ ໂດຍໂຄງການນິວເຄລຍຂອງ ເກົາຫຼີເໜືອ.

ກໍລະນີການສັ່ນສະເທືອນໃນວັນເສົາວານນີ້ ໄດ້ເກີດຂຶ້ນ ກ່ອນລັດຖະ ມົນຕີການຕ່າງ
ປະເທດ ເກົາຫຼີເໜືອ ທ່ານ Ri Yong Ho ໄດ້ຂຶ້ນກ່າວຄຳປາໄສທີ່ ກອງປະຊຸມສະມັດ
ຊາໃຫຍ່ ອົງການສະຫະປະຊາຊາດ ໃນນະຄອນ ນິວຢອກ.

ທ່ານ Ri ໄດ້ເຕືອນໃນວັນພະຫັດທີ່ຜ່ານມາວ່າ ເກົາຫຼີເໜືອ ອາດພິຈາລະນາການທົດ
ລອງລະເບີດ ໄຮໂດຣເຈັນ ທີ່ມີຂະໜາດໃຫຍ່ກວ່າ ເກົ່າ ໃນພາກພື້ນມະຫາສະໝຸດ
ປາຊີຟິກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG