ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາດເປັນໄປໄດ້ ທີ່ວ່າປະທານປະເທດຈີນ ຈະໄປຢ້ຽມຢາມນະຄອນຫຼວງພຽງຢາງ


ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ຈັບມືກັບ ປະທານ ປະເທດຈີນ ທ່ານສີ ຈິນຜິງ ທີ່ເມືອງ ດາລຽນ ປະເທດຈີນ ຮູບພາບເຜີຍແຜ່ໃນວັນທີ 9 ພຶດສະພາ 2018 ໂດຍສຸນກາງອົງການຂ່າວເກົາຫຼີ (KCNA).
ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ຈັບມືກັບ ປະທານ ປະເທດຈີນ ທ່ານສີ ຈິນຜິງ ທີ່ເມືອງ ດາລຽນ ປະເທດຈີນ ຮູບພາບເຜີຍແຜ່ໃນວັນທີ 9 ພຶດສະພາ 2018 ໂດຍສຸນກາງອົງການຂ່າວເກົາຫຼີ (KCNA).

ມີ​ລາຍ​ງານ​ວ່າ ປະທານ​ປະ​ເທດ​ຈີນ ທ່ານ​ສີ ຈິນຜິງ ຈະ​ໄປ​ຢ້ຽມຢາມ​ເກົາຫຼີ​ເໜືອ​ໃນ
​ເດືອນ​ກັນຍາ​ຈະ​ມາ​ເຖິງ​ນີ້ ທີ່ຈະ​ຍົກເອົາ​ບັນດາກ່ຽວ​ກັບ​ວ່າ ປັກ​ກິ່ງ​ຈະ​ຫລຸດ ຜ່ອນ​ການ​
ລົງ​ໂທດຕ້ານ​ພຽງ​ຢາງຫຼືບໍ່ ​ໃນ​ຂະນະ​ທີ່​ຄວາ​ມສຳພັນ​ລະຫວ່າງ​ຈີນ ​ກັບ​ສະຫະລັດ ​
ເພີ້​ມທະວີ​ຄວາມ​ເຄັ່ງ​ຕືງກ່ຽວ​ກັບ​ການ​ຄ້າຢູ່ນີ້.

“ດັ່ງ​ທີ່​ສຸພາສິດ​ກ່າວ​ໄວ້​ວ່າ ສັດຕູ​ຂອງ​ສັດຕູ​ຂ້າພະ​ເຈົ້າ​ແມ່ນ​ເພື່ອນ​ຂອງ​ຂ້າພະ​ເຈົ້າ.
ຈີນ​ໄດ້​ປະຕິບັດ​ຕາມ​ຄໍາ​ຮຽ​ກຮ້ອງຂອງ​ເກົາຫຼີ​ເໜືອ.” ທີ່​ທ່ານ​ວູ ຊູ-​ເກີນ ນັກວິ​ເຄາະ
ເກົາຫຼີ​ເໜືອ​ ​ແລະ​ສາດສະດາຈານລັດຖະສາດ​ການ​ເມືອງຄົນ​ນຶ່ງ ຢູ່​ມະຫາວິທະຍາ​
ໄລ​ດົງ​ຮົວໄດ້ເວົ້າໄປນັ້ນ.

ຜູ້ປະທ້ວງຄົນນຶ່ງໃສ່ໜ້າກາກ ປ. ດໍໂນລ ທຣໍາ ແລະຮູບທີ່ຕັດຈາກແ່ຜ່ນເຈ້ຍ ຂອງຜູ້ນຳເກົາຫຼີເໜື້ອ ແລະປະທານາທິບໍດີເກົາຫຼີໃຕ້ ທ່ານ ມູນ ແຈອິນ ໃນການປະທ້ວງນະໂຕບາຍສະຫະລັດ.
ຜູ້ປະທ້ວງຄົນນຶ່ງໃສ່ໜ້າກາກ ປ. ດໍໂນລ ທຣໍາ ແລະຮູບທີ່ຕັດຈາກແ່ຜ່ນເຈ້ຍ ຂອງຜູ້ນຳເກົາຫຼີເໜື້ອ ແລະປະທານາທິບໍດີເກົາຫຼີໃຕ້ ທ່ານ ມູນ ແຈອິນ ໃນການປະທ້ວງນະໂຕບາຍສະຫະລັດ.

ໜັງສືພິມ​ສິງກະໂປ​ສະ​ເຕຣດທາຍມ໌ ​ໄດ້​ລາຍ​ງານ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ​ວ່າ ທ່ານ​ສີ
ຈະ​ເຂົ້າ​ຮ່ວ​ມສະ​ຫຼອງ​ວັນຄົບ​ຮອບ 70 ປີ ຂອງ​ການ​ສ້າງ​ຕັ້ງ​ເກົາຫຼີີ​ເໜືອ ຢູ່​ໃນ​ນະຄອນ
ຫຼວງ​ພຽງ​ຢາງ​ ​ໃນວັນ​ທີ 9 ເດືອນ​ກັນຍາ ໂດຍການ​ເຊື້ອ​ເຊີນຂອງ​ຜູ້ນຳ​ເກົາຫຼີ​ເໜືອ
ທ່ານ​ກິມ ຈົງ ອຶນ.

ລາຍ​ງານນີ້​ຍັງ​ບໍ່​ທັນ​ໄດ້​ຢັ້ງຢືນ​ໂດຍ​ກະຊວງ​ຕ່າງປະ​ເທດ​ຈີນເທື່ອ.

ໜັງສືພິມ​ປະຈຳ​ວັນ​ຢູ່​ອິນ​ເຕີ​ແນັດເກົາ​ຫຼີ​ເໜືອ ​ແລະ​ກໍ​ເຣຍທາຍມ໌ ​ໃນ​ນະຄອນ​ໂຊ​ລ
ຫວ່າ​ງມໍ່​ໆ​ມາ​ນີ້ ​ສົງໄສວ່າ ​ເກົາຫລີ​ເໜືອ​ພວມກະກຽມ​ການ​ຢ້ຽມຢາມຂອງ​ປະທານ
​ປະ​ເທດ​ຈີນ ອີງ​ຕາມ​ພາ​ກສ່ວນ​ລາຍ​ງານ​ວ່າ ການ​ລາດຕະ​ເວນ​ຊາຍ​ແດນຈີນ ຢູ່​ເລາະ​
ຕາມ​ຊາຍແດນ​ເກົາຫຼີ​ໄດ້​ເພີ້​ມຂຶ້ນ ​ແລະ​ພຽງ​ຢາງ​ໄດ້​ໂຈະ​ກຸ່ມຢ້ຽມຢາມ​ທ່ອງ​ທ່ຽວ
ໄວ້ກ່ອນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG