ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່າມກາງ ການປະທ້ວງ ຈີນ ຈັດຕັ້ງປະຕິບັດ ການລົງໂທດ ຕໍ່ເກົາຫລີເໜືອ


ແມ່ຄ້າຄົນນຶ່ງຖືກະຕ່າປາສົດ ຢູ່ຕະຫລາດອາຫານທະເລ ທີ່ເມືອງ Quanzhou ແຂວງ Fujian ປະເທດຈີນ.
ແມ່ຄ້າຄົນນຶ່ງຖືກະຕ່າປາສົດ ຢູ່ຕະຫລາດອາຫານທະເລ ທີ່ເມືອງ Quanzhou ແຂວງ Fujian ປະເທດຈີນ.

ບັນດາ​ຜູ້​ຮັບສົ່ງ​ອາຫານ​ທະ​ເລ​ຢູ່​ພາກ​ຕາ​ເວັນ​ອອກສຽງເໜືອຂອງ​ປະ​ເທດ​ຈີນ ​ໄດ້​ພາ
ກັນ​ລົງ​ສູ່ຖະໜົນ​ ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ພາກັນ​ເບິ່ງ ສິນຄ້າ​ແຊ່ເຢັນ​ເປື່ອຍຢູ່​ໃນ​ລົດ​ບັນ
ທຸກ ທີ່​ຖືກຫ້າມ​ບໍ່​ໃຫ້ຂ້າມ​ຊາຍ​ແດນ​ເຂົ້າມາ​ຈາກ​ເກົາຫລີ​ເໜືອ ຫລັງ​ຈາກ​ປັກ​ກິ່ງ ​ໄດ້
​ເລີ້ມ​ຈັດ​ຕັ້ງປະຕິບັດ ການ​ລົງ​ໂທດເສດຖະກິດຮອບ​ໃໝ່ຕໍ່​ປະ​ເທດ​ດັ່ງກ່າວ.

​ເຖິງ​ແມ່ນໄດ້​ມີ​ການ​ຮ້ອງ​ໂຮ​ຈາກສາທາລະນະຊົນ​ຢູ່​ພາຍ​ໃນ​ປະ​ເທ​ດກໍ​ຕາມ ​ແຕ່​ກໍ​ກໍ​ມີການຮຽກຮ້ອງ​ຈາກ​ຕ່າງປະ​ເທດ​ ໃຫ້​ຈີນ​ຫລິ້ນ​ບົດບາດ​ທີ່ໃຫຍ່ຂຶ້ນ​ໃນ​ການ​ລົງ​ໂທ​ດ
ຕໍ່​ພຽງ​ຢາງ ທ່າມກາງ​ທີ່​ຄວາມ​ເຄັ່ງຕຶງເພີ້ມທະວີ​ຂຶ້ນຢູ່​ໃນ​ແຫລມ​ເກົາ​ຫລີ.

ຮູບພາບຂອງໂທລະພາບ ສະແດງໃຫ້ເຫັນ ປະທານາທິບໍດີ ດໍໂນລ ທຣໍາ ແລະຜູ້ນຳເກົຫລີເໝືອ ທ່ານ Kim Jong ຢູ່ສະຖານີລົດໄຟ ໃນນະຄອນໂຊລ ປະເທດເກົາຫລີໃຕ້.
ຮູບພາບຂອງໂທລະພາບ ສະແດງໃຫ້ເຫັນ ປະທານາທິບໍດີ ດໍໂນລ ທຣໍາ ແລະຜູ້ນຳເກົຫລີເໝືອ ທ່ານ Kim Jong ຢູ່ສະຖານີລົດໄຟ ໃນນະຄອນໂຊລ ປະເທດເກົາຫລີໃຕ້.

​ແຕ່​ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ປັກ​ກິ່ງ​ບໍ່​ຕ້ອງການ​ກາຍ​ມາ​ເປັນ​ເປົ້າ​ໝາຍ​ຂອງ​ການ
​ຕອບ​ໂຕ້ ​ແລະໝົດ​ອິດ​ທິພົນ​ໃນ​ເກົາຫລີ​ເໜືອ ​ເຖິງ​ແມ່ນ​ວ່າ​ຕົນໄດ້​ມີ​ຄວາມ​ສຳພັນ​ມາ​
ເປັນ​ເວລາຍາວ​ນານ​ກັບປະ​ເທດ​ທີ່ຢູ່​ໂດດດ່ຽວດັ່ງກ່າວກໍ​ຕາມ.

ຈີນ​ໄດ້​ອອກແຈ້ງ​ການ ​ໃນ​ຕອນແລງວັນ​ອັງຄານ​ທີ່​ຜ່ານ​ມາ ໃຫ້​ຢຸດ​ການ​ນຳ​ເຂົ້າເຫຼັກ
​ຂີ້​ກົ່ວ ຖ່ານ​ຫີນ ​ແລະ​ອາ​ຫານ​ທະ​ເລ ຈາກ​ພຽງ​ຢາງ ທີ່​ເລີ້ມມີ​ຜົນ​ບັງຄັບ​ໃຊ້ ​ໃນ​ມື້ີຕໍ່​ມາ.

ລົດບັນທຸກກຳລັງແລ່ນຂ້າມຂົວ ທີ່ເຊື່ອມຕໍ່ ເກົາຫລີເໜືອ ກັບຈີນ ທີ່ເມືອງຊາຍແດນ Dandong.
ລົດບັນທຸກກຳລັງແລ່ນຂ້າມຂົວ ທີ່ເຊື່ອມຕໍ່ ເກົາຫລີເໜືອ ກັບຈີນ ທີ່ເມືອງຊາຍແດນ Dandong.

​ແຈ້ງ​ການ​ດັ່ງກ່າວ​ນີ້ ໄດ້​ເຮັດ​ໃຫ້​ພວກ​ນຳ​ເຂົ້າອາຫານ​ທະ​ເລ​ຢູ່​ແຂວງ Jilin ຕື່ນ​ຕົກ​ໃຈ
​ເຮັດ​ໃຫ້​ເຂົາ​ເຈົ້າ​ຟ້າວ​ຂົນເອົາ​ອາຫານ​ທະ​ເລ​ທີ່​ແຊ່​ເຢັນຈາກ​ພຽງ​ຢາງ​ເຂົ້າ
ມາ ​ກ່ອນ​ທ່ຽງ​ຄືນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG