ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ. ທິລເລີຊັນ ກ່າວວ່າ ສັນຍານ ຄວາມພ້ອມ ສຳລັບ ການເຈລະຈາ ຈະເລີ່ມດ້ວຍການເຊົາ ຍິງລູກສອນໄຟ


ລັດຖະມົນຕີການຕ່າງປະເທດ ທ່ານ Rex Tillerson ວາງທ່າທີ ກ່ອນ ກອງປະຊຸມ ການລິເລີ່ມ ລຸ່ມແມ່ນ້ຳຂອງ ຄັ້ງທີ 10 ລະດັບລັດຖະມົນຕີ, ອັນເປັນສ່ວນນຶ່ງຂອງກອງປະຊຸມ ພາກພື້ນ ສະມາຄົມບັນດາປະເທດ ຕາເວັນອອກສຽງໃຕ້ ຫຼື ASEAN ໃນນະຄອນຫຼວງ ມານີລາ, ຟີລິບປິນ, ວັນທີ 6
ສິງຫາ 2017.
ລັດຖະມົນຕີການຕ່າງປະເທດ ທ່ານ Rex Tillerson ວາງທ່າທີ ກ່ອນ ກອງປະຊຸມ ການລິເລີ່ມ ລຸ່ມແມ່ນ້ຳຂອງ ຄັ້ງທີ 10 ລະດັບລັດຖະມົນຕີ, ອັນເປັນສ່ວນນຶ່ງຂອງກອງປະຊຸມ ພາກພື້ນ ສະມາຄົມບັນດາປະເທດ ຕາເວັນອອກສຽງໃຕ້ ຫຼື ASEAN ໃນນະຄອນຫຼວງ ມານີລາ, ຟີລິບປິນ, ວັນທີ 6 ສິງຫາ 2017.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ໄດ້ກ່າວໃນວັນຈັນ
ມື້ນີ້ ວ່າ ບາດກ້າວທີ່ດີທີ່ສຸດ ທີ່ເກົາຫຼີເໜືອ ອາດຈະກະທຳໄດ້ ເພື່ອສົ່ງສັນຍານ ວ່າ
ຕົນພ້ອມທີ່ຈະປຶກສາຫາລື ນັ້ນ ຄວນເປັນການຍຸຕິ ການທົດລອງລູກສອນໄຟ ຂອງ
ຕົນເສຍ.

ທ່ານ Tillerson ກ່າວວ່າ “ພວກເຮົາບໍ່ເຫັນວ່າ ຈະມີໄລຍະເວລາໃດ ບ່ອນທີ່
ພວກເຂົາເຈົ້າ ຈະບໍ່ໄດ້ກະທຳການເກາະຜິດ ແບບໃດແບບນຶ່ງ ດ້ວຍການຍິງ
ລູກສອນໄຟຂີປະນາວຸດ. ສະນັ້ນແລ້ວ ຂ້າພະເຈົ້າຈຶ່ງຄິດວ່າ ຄວນເປັນຄັ້ງທຳອິດ
ແລະ ເປັນສັນຍານທີ່ແຮງກ້າທີ່ສຸດ ທີ່ພວກເຂົາເຈົ້າ ອາດຈະສົ່ງເຖິງພວກເຮົາ
ນັ້ນ ກໍແມ່ນວ່າ ພຽງແຕ່ຍຸຕິ ການຍິງລູກສອນໄຟເທົ່ານັ້ນ.”

ທ່ານ Tillerson ໄດ້ກ່າວຈາກນະຄອນຫຼວງ ມານີລາ ບ່ອນທີ່ທ່ານ ໄດ້ເຂົ້າ ຮ່ວມ
ໃນກອງປະຊຸມພາກພື້ນ ຂອງສະມາຄົມ ບັນດາປະເທດຕາເວັນອອກສຽງໃຕ້ ຫຼື
ASEAN.

ທ່ານ Tillerson ກ່າວວ່າ ການລົງຄະແນນສຽງຢ່າງເປັນເອກະສັນ ຂອງສະພາ
ຄວາມໝັ້ນຄົງ ອົງການສະຫະປະຊາຊາດ ໃນວັນເສົາມື້ກ່ອນນີ້ ທີ່ເປັນການຮັບຮອງ
ເອົາມາດຕະການລົງໂທດຊຸດໃໝ່ ຕໍ່ເກົາຫຼີເໜືອ ສຳລັບ ການທົດລອງຍິງລູກສອນ
ໄຟຂີປະນາວຸດຂອງຕົນ ນັ້ນ ໄດ້ສົ່ງຂໍ້ຄວາມ ທີີ່ວ່າ ປະຊາຄົມນານາຊາດທັງມວນ
ເຫັນວ່າ ການກະທຳທັງຫຼາຍຂອງເກົາຫຼີເໜືອ ຍອມຮັບບໍ່ໄດ້ ແລະ ວ່າ ຄວາມຄາດ
ໝາຍທີ່ຈະແຈ້ງ ກໍແມ່ນການຫ້າມ ບໍ່ໃຫ້ມີອາວຸດນິວເຄລຍ ໃນແຫຼມເກົາຫຼີ.

ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສະຫະປະຊາຊາດ ທ່ານນາງ Nikki Haley ກ່າວຖະແຫລງ ຕໍ່ບັນດານັກຂ່າວ ທີ່ ກອງປະຊຸມສະມັດຊາໃຫຍ່ ຢູ່ ສຳນັກງານໃຫຍ່ ຂອງອົງການສະຫະປະຊາຊາດ.
ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສະຫະປະຊາຊາດ ທ່ານນາງ Nikki Haley ກ່າວຖະແຫລງ ຕໍ່ບັນດານັກຂ່າວ ທີ່ ກອງປະຊຸມສະມັດຊາໃຫຍ່ ຢູ່ ສຳນັກງານໃຫຍ່ ຂອງອົງການສະຫະປະຊາຊາດ.

ທ່ານໄດ້ເວົ້າວ່າ “ພວກເຮົາຫວັງອີກເທື່ອນຶ່ງ ວ່າ ອັນນີ້ ໃນທີ່ສຸດ ຈະເປັນຜົນເຮັດ
ໃຫ້ເກົາຫຼີເໜືອ ສະຫລຸບໄດ້ວ່າ ຈະເລືອກເສັ້ນທາງໃໝ່ ແລະ ໃນເວລາໃດ ທີ່
ສະພາບການເອື້ອອຳນວຍ ໃນເວລານັ້ນ ພວກເຮົາ ຈະສາມາດນັ່ງລົງ ແລະ ມີ
ການປຶກສາຫາລື ໃນເລື່ອງອະນາຄົດ ຂອງເກົາຫຼີເໜືອ ເພື່ອທີ່ພວກເຂົາເຈົ້າ ຈຶ່ງ
ຈະຮູ້ສຶກ ໝັ້ນຄົງ ແລະ ກໍຈະເກີດມີຄວາມຈະເລີນຮຸ່ງເຮືອງ ໃນດ້ານເສດຖະກິດ.”

ເກົາຫຼີເໜືອ ໄດ້ປະນາມມາດຕະການລົງໂທດ ດັ່ງກ່າວ ໃນວັນຈັນມື້ນີ້ ຢູ່ໃນຖະແຫລງ
ການສະບັບນຶ່ງ ທີ່ອອກອາກາດໂດຍ ສື່ມວນຊົນຂອງປະເທດ ໂດຍປະຕິຍານວ່າ ຈະ
ຍິງຂຶ້ນ “ຫຼາຍພັນເທົ່າ” ເພື່ອແກ້ແຄ້ນ ຕໍ່ສະຫະລັດ ແລະ ກ່າວຢ້ຳເຖິງຈຸດຢືນຂອງຕົນ
ໂດຍກ່າວວ່າ ມາດຕະການລົງໂທດຕ່າງໆນັ້ນ ຈະບໍ່ບັງຄັບຕົນ ໃຫ້ ເຈລະຈາ ກ່ຽວກັບ
ໂຄງການນິວເຄຼຍ. ເກົາຫຼີເໜືອເວົ້າວ່າ “ຕົນຈະເອົາບາດກ້າວ ເພື່ອຄວາມຍຸຕິທຳ”
ໂດຍບໍ່ໄດ້ໃຫ້ລາຍລະອຽດໃດໆ ແລະ ກ່າວວ່າ ສະຫະລັດ ຄິດຜິດ ຖ້າເຂົາເຊື່ອວ່າ
ແຜ່ນດິນໃຫຽ່ຈະປອດໄພ ຍ້ອນວ່າ ມີມະຫາສະໝຸດຂັ້ນຢູ່ ລະຫວ່າງ ສອງປະເທດນີ້.

North Korea
please wait
Embed

No media source currently available

0:00 0:01:10 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG