ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ນຳ ສະ​ຫະ​ລັດ, ຍີ່​ປຸ່ນ ແລະ ເກົາຫຼີ​ໃຕ້ ຈະ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ສາມ​ຝ່າຍ​ຄັ້ງ​ທຳ​ອິດ ທ່າມ​ກາງ​ໄພ​ຂົ່ມ​ຂູ່ ​ຈາກ ຈີນ ແລະ ເກົາຫຼີ​ເໜືອ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ, ຈັດ​ກອງ​ປະ​ຊຸມ​ລາຍ​ງານ​ຢູ່​ກະ​ຊວງ​ການ​ຕ່າງ​ປະ​ເທດ, ນະ​ຄອນຫຼວງ ວໍ​ຊິງ​ຕັນ, 15 ສິງ​ຫາ 2023.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ, ຈັດ​ກອງ​ປະ​ຊຸມ​ລາຍ​ງານ​ຢູ່​ກະ​ຊວງ​ການ​ຕ່າງ​ປະ​ເທດ, ນະ​ຄອນຫຼວງ ວໍ​ຊິງ​ຕັນ, 15 ສິງ​ຫາ 2023.

ບັນ​ດາ​ຜູ້​ນຳ​ຂອງ ສະ​ຫະ​ລັດ​, ຍີ່​ປຸ່ນ ແລະ ສາ​ທາ​ລະ​ນະ​ລັດ ເກົາຫຼີ ແມ່ນ​ກຳ​ລັງ​ເສີມ​ຂະ​ຫຍາຍ​ການ​ເປັນ​ພັນ​ທະ​ມິດ​ຂອງ​ເຂົາ​ເຈົ້າ​ຜ່ານກອ​ງ​ປະ​ຊຸມ​ສຸດຍອດ​ສາມ​ຝ່າຍ​ປະ​ຈຳ​ປີ ທ່າມ​ກາງ​ໄພ​ຂົ່ມ​ຂູ່​ທີ່​ເພີ່ມ​ຂຶ້ນ​ຈາກ ເກົາຫຼີ​ເໜືອ ແລະ ຈີນ, ອີງ​ຕາມ​ການ​ກ່າວ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ແລະ ນັກ​ວິ​ເຄາະ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ໄດ້​ທຳ​ການ​ພົບ​ທາງ​ຄອມ​ພິວ​ເຕີ​ກັບ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ​ຂອງ ຍີ່​ປຸ່ນ ແລະ ເກົາຫຼີ​ໃຕ້ ເມື່ອ​ວັນ​ອັງ​ຄານ​ວານນີ້, ບໍ່​ເທົ່າ​ໃດ​ວັນ​ກ່ອນ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ມີ​ກຳ​ນົດ​ທີ່​ຈະ​ຕ້ອນ​ຮັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ທ່ານ ​ຟູ​ມິ​ໂອະ ຄິ​ຊິ​ດະ ແລະ ປະ​ທາ​ນາ​ທິ​ບໍ​ດີ ເກົາຫຼີ​ໃຕ້ ທ່ານ ຢູນ ຊຸກ ຢອ​ລ ຢູ່ທີ່ Camp David ໃນ​ວັນ​ສຸກ​ທີ 18 ນີ້.

ມັນ​ຈະ​ເປັນ​ຄັ້ງ​ທຳ​ອິດ​ທີ່​ບັນ​ດາ​ຜູ້​ນຳ​ຕ່າງ​ປະ​ເທດ​ຈະ​ໄດ້​ຢ້ຽມ​ຢາມ​ Camp David ໃນ​ລັດ ແມ​ຣີ​ແລນ ນັບ​ຕັ້ງ​ແຕ່​ປີ 2015, ແລະ ເປັນ​ກອງ​ປະ​ຊຸມ​ສຸດຍອດລະ​ຫວ່າງ​ສາມ​ປະ​ເທດຄັ້ງ​ທຳ​ອິດ​ ທີ່ບໍ່​ໄດ້​ຖືກ​ຈັດ​ຂຶ້ນ​ຢູ່​ໃນ​ບັນ​ດາ​ກອງ​ປະ​ຊຸມຫຼາຍ​ຊາດ.

ທ່ານ ບ​ລິງ​ເຄັນ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ເມື່ອ​ວັນ​ອັງ​ຄາ​ນ​ວານນີ້​ວ່າ “ສິ່ງ​ທີ່​ທ່ານ​ສາ​ມາດ​ຄາດ​ວ່າ​ຈະມີ​ອອກ​ມາ​ຈາກກອງ​ປະ​ຊຸມ​ສຸດຍອດນີ້​ແມ່ນ​ການ​ຮ່ວມ​ມື​ທີ່​ອີງ​ໃສ່​ສາມ​ຝ່າຍ ທີ່​ຈະ​ຖືກ​ເຮັດ​ໃຫ້​ເປັນ​ສະ​ຖາ​ບັນ​ໃນຫຼາຍ​ວິ​ທີ, ທີ່​ລວມ​ມີ​ການ​ປະ​ຊຸມ​ຢ່າງ​ເປັນ​ປະ​ຈຳ​ໃນຫຼາຍ​ລະ​ດັບ, ລະ​ດັບ​ອາ​ວຸ​ໂສ​ໃນ​ລັດ​ຖະ​ບານ​ຂອງ​ພວກ​ເຮົາ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG