ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄພຂົ່ມຂູ່ຈາກຈີນ ແລະເກົາຫຼີເໝືອ ຄາດວ່າ ຈະເປັນເລື້ອງ ທີ່ທ່ານບລິງເຄັນ ແລະທ່ານອອສຕິນ ຈະຍົກຂຶ້ນມາໂອ້ລົມ ຂະນະທີ່ເດີນທາງໄປເອເຊຍ


ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເຄັນ ລະຫວ່າງກອງປະຊຸມນັກຂ່າວ ທີ່ກະຊວງຕ່າງປະເທດ ໃນນະຄອນຫຼວງວໍຊິງຕັນ.
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເຄັນ ລະຫວ່າງກອງປະຊຸມນັກຂ່າວ ທີ່ກະຊວງຕ່າງປະເທດ ໃນນະຄອນຫຼວງວໍຊິງຕັນ.

ການຂົ່ມຂູ່ຈາກຈີນ ແລະເກົາຫຼືເໜືອ ຈະກວມເອົາສ່ວນໃຫຍ່ໃນການເດີນທາງ ຂອງລະ
ດັບລັດຖະມົນຕີ ໃນຄະນະລັດຖະບານຂອງທ່ານໄບເດັນ ໄປຕ່າງປະເທດເທຶື່ອທຳອິດ
ໃນຄວາມພະຍາຍາມເພື່ອຈະເສີມຂະຫຍາຍອິດທິພົນຂອງສະຫະລັດ ແລະຫລຸດຄວາມ
ເປັນຫ່ວງ ກ່ຽວກັບບົດບາດຂອງອາເມຣິກາ ຢູ່ໃນເຂດເອເຊຍ ອີງຕາມລາຍງານຂອງອົງ
ການຂ່າວເອພີ.

ເຈົ້າໜ້າທີ່ອາວຸໂສຄົນນຶ່ງ ກ່າວໃນວັນເສົາຜ່ານມາວ່າ ພວກເຈົ້າໜ້າທີ່ສະຫະລັດ ໄດ້ພະ
ຍາຍາມຍື່ນມືຫາເກົາຫຼີເໜືອ ຜ່ານຫຼາຍຊ່ອງທາງນັບແຕ່ເດືອນແລ້ວນີ້ມາ ແຕ່ຍັງບໍ່ທັນໄດ້
ຮັບຄຳຕອບເທື່ອ ຊຶ່ງນັ້ນເຮັດໃຫ້ການປຶກສາຫາລື ກັບບັນດາປະເທດເພື່ອນບ້ານຂອງປະ
ເທດຜະເດັດການດັ່ງກ່າວ ເຊັ່ນ ຍີ່ປຸ່ນ ເກົາຫຼີໃຕ້ ແລະ ຈີນ ຕ່າງກໍມີຄວາມສໍາຄັນເພີ້ມຂຶ້ນ.

ລັດຖະມົນຕີຕ່າງປະເທດ ທ່ານແອນໂທນີ ບລິງເຄັນ ແລະລັດຖະມົນຕີປ້ອງກັນປະເທດ
ທ່່ານລອຍດ໌ ອອສຕິນ ກຳລັງມູ້ງໜ້າສູ່ຍີ່ປຸ່ນ ແລະເກົາຫຼີໃຕ້ ໃນການ ສົນທະນາເປັນເວລາ
ສີ່ວັນ ເລີ້ມແຕ່ວັນຈັນມື້ນີ້ໃນຂະນະທີ່ລັດຖະບານໃໝ່ພະຍາ ຍາມທີ່ຈະເສີມຄວາມເຂັ້ມ
ແຂງໃນຄວາມສຳພັນກັບສອງປະເທດພັນທະມິດທີ່ສຳ ຄັນຢູ່ໃນຂົງເຂດ. ທ່ານບລິງເຄັນ
ແລະທີ່ປຶກສາ ດ້ານຄວາມປອດໄພແຫ່ງຊາດ ຂອງທ່ານໄບເດັນ ຄືທ່ານ ເຈກ ຊູລລິວັນ ຈະ
ພົບປະກັບພວກເຈົ້າໜ້າທີ່ຈີນ ຢູ່ ນະຄອນແອນໂຄເຣດ ລັດອາລາສກາ ໃນວັນພະຫັດຈະ
ມາເຖິງນີ້.

ການເດີນທາງໄປເອເຊຍ ຂອງບັນດາສະມາຊິກໃນຄະນະລັດຖະບານຄັ້ງນີ້ແມ່ນ ມີຄວາມ
ຕັ້ງໃຈ ທີ່ຈະຟື້ນຟູໃນອັນທີ່ທ່ານໄບເດັນຫວັງວ່າ ຈະຫລຸດຜ່ອນຄວາມ ເປັນຫ່ວງ ແລະໃຊ້
ວິທີສ້າງຄວາມກ້ຳເກິ່ງ ໃຫ້ແກ່ສາຍພົວພັນກັບໂຕກຽວ ແລະໂຊລ ຫຼັງຈາກສີ່ປີຂອງການ
ແລກປ່ຽນ ແລະມັກເປັນຄວາມສຳພັນທີ່ໂກດແຄ້ນ ພາຍໃຕ້ອະດີດປະທານາທິບໍດິດໍໂນລ
ທຣໍາ. ທ່່ານໄດ້ປີ້ນ ຫຼັກການດຳເນີນການທາງດ້ານການທູດ ໂດຍການພົບປະບໍ່ແມ່ນພຽງ
ເທືຶ່ອດຽວ ແຕ່ສາມເທື່ອກັບຜູ້ນຳ ຂອງເກົາຫຼີເໜືອ ທ່ານກິມ ຈົງ ອືນ.

ທ່ານບລິງເຄັນ ແລະທ່ານອອສຕິນ ຍັງມີແຜນທີ່ຈະປະຊຸມຜ່ານທາງອອນລາຍນ໌ ກັບບັນດາ
ນັກຂ່າວ ສະມາຊິກກຸ່ມສັງຄົມພົນລະເຮືອນ ແລະອື່ນໆ. ຫຼັງຈາກໃຫ້ ການຄໍ້າປະກັນຕໍ່ຄູ່ຕໍາ
ແໜ່ງຂອງພວກທ່ານໃນຄວາມໝັ້ນໝາຍຂອງສະຫະລັດ ຕໍ່ຄວາມປອດໄພຂອງຍີ່ປຸ່ນ ແລະ
ເກົາຫຼີໃຕ້ແລ້ວ ພວກທ່ານຍັງມີແຜນທີ່ຈະເພັ່ງ ເລັງໃສ່ການເອົາທ່າທີທີ່ແຂງກ້າວຂຶ້ນຂອງຈີນ
ການທ້າທາຍທາງດ້ານນິວເຄລຍ ຈາກເກົາຫຼີເໜືອ ແລະການແຜ່ລະບາດຂອງໄວຣັສ
ໂຄໂຣນາ.

ໃນໄລຍະສອງສາມເດືອນທຳອິດຢູ່ໃນຕຳແໜ່ງນັ້ນ ທ່ານໄບເດັນໄດ້ໃຫ້ສັນຍານ ເຖິງຄວາມປາດຖະໜາຂອງທ່ານ ທີ່ຈະກັບຄືນໄປສູ່ເອເຊຍປາຊິຟິກແມ່ນນະໂຍ ບາຍການນະໂຍບາຍ
ຕ່າງປະເທດທີ່ສຳຄັນສຸດຂອງສະຫະລັດ. ເພື່ອຮັກສາເນື້ອ ໄນແບບກວ້າງຂວາງໃນດ້ານການ
ທູດທີ່ວ່າ “ອາເມຣິກາກັບຄືນມາແລ້ວ” ທ່ານ ໄບເດັນໄດ້ປະກາດທີ່ຈະຮັກສາຄວາມທຸ່ນທ່ຽງ
ຢູ່ໃນຂົງເຂດ ຊຶ່ງເປັນຈຸດໃຈກາງ ຂອງຂໍ້ລິເລີ້ມສາກົນຂອງທ່ານ.

ອ່ານຂ່າວນີ້ເພີ້ມເປັັນພາສາອັງກິດ

XS
SM
MD
LG