ຈີນ ກ່າວວ່າ ການຄ້າຂາຍຂອງພວກເຂົາເຈົ້າກັບເກົາຫຼີເໜືອ ໄດ້ເຕີບໂຕໃນ 6 ເດືອນ
ທຳອິດຂອງປີ 2017 ທຽບໃສ່ໄລຍະດຽວກັນ ໃນປີແລ້ວນີ້.
ຫ້ອງການພາສີຂອງ ຈີນ ໄດ້ປະກາດໃນວັນພະຫັດມື້ນີ້ວ່າ ການຄ້າກັບເກົາຫຼີເໜືອ ທີ່
ຖືກສາກົນຫ້າມນັ້ນ ໄດ້ເຕີບໂຕ 10.5 ເປີເຊັນເປັນ 2.5 ຕື້ໂດລາ ໃນລະຫວ່າງເດືອນ
ມັງກອນ ແລະ ມິຖຸນາ, ດ້ວຍການສົ່ງອອກຂະຫຍາຍຕົວສູງຂຶ້ນ 29.1 ເປີເຊັນໃນລະ
ຫວ່າງໄລຍະເວລານັ້ນ.
ຕົວເລກຕ່າງໆແມ່ນເບິ່ງຄືວ່າ ຈະມີການຮຽກຮ້ອງຫຼາຍຂຶ້ນ ໃຫ້ຈີນ ກົດດັນ ພຽງຢາງ ເຊິ່ງແມ່ນພັນທະມິດ ທາງການທູດ ແລະ ເສດຖະກິດຂອງພວກເຂົາ ໃຫ້ຍັບຢັ້ງໂຄງ
ການທົດລອງລະເບີດນິວເຄລຍ ແລະ ລູກສອນໄຟຂອງພວກເຂົາ. ປະທານາທິບໍດີ
ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຕຳໜິ ຈີນ ຢ່າງແຮງ ກ່ຽວກັບການຄ້າຂອງຈີນກັບ
ເກົາຫຼີເໜືອ ໃນຂໍ້ຄວາມທີ່ຂຽນລົງໃນ Twitter ເມື່ອສັບປະດາແລ້ວນີ້, ໂດຍອ້າງວ່າ
ມັນໄດ້ເຕີບໂຕ “ເກືອບ 40 ເປີເຊັນ” ໃນໄລຍະ 4 ເດືອນທຳອິດຂອງປີນີ້.
ທ່ານ ທຣຳ ໄດ້ຊໍ້າທ້າຍການຂຽນຂໍ້ຄວາມຢ່າງໂມໂຫ ລົງໃນ Twitter ວ່າ “ຍອມຮັບ
ບໍ່ໄດ້ສຳລັບຈີນທີ່ເຮັດວຽກກັບພວກເຮົາ ແຕ່ພວກເຮົາຕ້ອງໄດ້ໃຫ້ເຂົາເຈົ້າລອງເຮັດ
ເບິ່ງ.”
ແຕ່ໂຄສົກຫ້ອງການພາສີ ທ່ານ Huang Songpin ໄດ້ຢືນຢັນວ່າ ຈີນໄດ້ສະໜັບສະ
ໜູນມາດຕະການລົງໂທດຕໍ່ເກົາຫຼີເໜືອຂອງອົງການສະຫະປະຊາຊາດໂດຍອ້າງວ່າ
ຕົວເລກຕ່າງໆ ໄດ້ສະແດງໃຫ້ເຫັນ ການນຳເຂົ້າ ຈາກອຳນາດການປົກຄອງດັ່ງກ່າວ
ຫຼຸດລົງ 13.2 ເປີເຊັນ ໃນໄລຍະເວລາດຽວກັນ ພ້ອມດ້ວຍການຫຼຸດລົງຢ່າງຫຼວງຫຼາຍ
ໃນທຸກໆເດືອນ ນັບຕັ້ງແຕ່ເດືອນມີນາເປັນຕົ້ນມາ.