ທ່ານ Li Kequiang ຮອງນາຍົກລັດຖະມົນຕີຈີນ ໄດ້ເດີນທາງໄປເຖິງນະຄອນຫລວງພຽງ
ຢາງ ຂອງເກົາຫລີເໜືອໃນວັນອາທິດມື້ນີ້ ໃນການຢ້ຽມຢາມສັນທະວະໄມຕີກັນ.
ການຢ້ຽມຢາມຂອງຜູ້ທີ່ຖືກຄາດກັນຫລາຍທີ່ສຸດວ່າຈະເປັນຜູ້ສືບຕໍາແໜ່ງນາຍົກລັດຖະມົນຕີ
ຕໍ່ຈາກທ່ານເຫວິນ ເຈ້ຍບາວ ນັ້ນ ມີຂຶ້ນມື້ນຶ່ງກ່ອນສະຫະລັດແລະເກົາຫລີເໜືອມີກໍານົດຈະ
ພົບປະກັນ ທີ່ນະຄອນຫລວງເຈນີວາ ປະເທດສວີດເຊີແລນ ໃນຮອບທີ່ສອງຂອງການສົນທະ
ນາຫາລືໂດຍກົງ ທີ່ແນເປົ້າໝາຍໃສ່ການຟື້ນຟູການເຈລະຈາເລຶ່ອງປົດອາວຸດນີວເຄລຍ ຂອງ
ເກົາຫລີເໜືອ ທີ່ໄດ້ຢຸດສະງັກລົງມາດົນແລ້ວນັ້ນ.
ກະຊວງຕ່າງປະເທດຂອງຈີນກ່າວວ່າ ການຢ້ຽມຢາມຂອງທ່ານລີ ເຄກຽງຄັ້ງນີ້ ມີກໍານົດ ຈະສິ້ນສຸດລົງໃນວັນອັງຄານຕໍ່ໜ້ານີ້.
ເວລານີ້ ຍັງບໍ່ມີລາຍລະອຽດໃດໆກ່ຽວກັບວ່າ ພັນທະມິດແລະພາຄີການຄ້າສອງປະເທດນີ້
ຈະປຶກສາຫາລືກັນໃນເລື່ອງໃດກັນແທ້.