ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຳປັ່ນບັນທຸກລຳນຶ່ງຫຼົ້ມ ຫຼັງຈາກຕຳກັນ ຢູ່ນອກແຄມຝັ່ງທະເລຈີນ


ແຜນທີ່ຈີນ
ແຜນທີ່ຈີນ

ຈີນກ່າວວ່າ ກຳປັ່ນບັນທຸກສິນຄ້າ 2 ລຳໄດ້ເກີດອຸບັດຕິເຫດຕຳກັນຢູ່ນອກແຄມຝັ່ງທະເລ
ຂອງເມືອງຈິງດາວ ເຮັດໃຫ້ກຳປັ່ນບັນທຸກສິນຄ້າລຳນຶ່ງຫຼົ້ມ.

ອົງການຂ່າວຊິນຫົວ ຂອງທາງການຈີນລາຍງານວ່າ ລູກເຮືອ 9 ຄົນຂອງກຳປັ່ນທີ່ຫຼົ້ມນັ້ນ
ໄດ້ຖືກຊ່ອຍຊີວິດໄວ້ ໄດ້ໃນຕອນແລງຂອງມື້ວັນສຸກວານນີ້ ຂະນະທີ່ອີກ 10 ຄົນຍັງຫາຍ
ສາບສູນ. ລາຍງານເວົ້າວ່າພວກລູກເຮືອທັງໝົດທີ່ຢູ່ເທິງກຳປັ່ນທີ່ຫຼົ້ມເຊື່ອກັນວ່າເປັນຊາວ
ເກົາຫຼີ.

ເຈົ້າໜ້າທີ່ເວົ້າວ່າ ພວກທີ່ຖືກຊ່ອຍຊີວິດມາໄດ້ 3 ຄົນໄດ້ຖືກສົ່ງໄປຮັບການປິ່ນປົວຢູ່ທີ່ໂຮງ
ໝໍ.

ອົງການຂ່າວຊິນຫົວ ບໍ່ໄດ້ແຈ້ງໃຫ້ຊາບກ່ຽວກັບສັນຊາດພວກລູກເຮືອຂອງກຳປ່ັນອີກລຳ
ນຶ່ງທີ່ພົວພັນໃນອຸບັດຕິເຫດຄັ້ງນີ້ ຫຼືແຈ້ງໃຫ້ຊາບວ່າ ແມ່ນໃຜເປັນເຈົ້າຂອງກຳປັ່ນທັງສອງ
ລຳນີ້.

ລາຍງານຂ່າວແຈ້ງວ່າ ເວລານີ້ມີກຳປັ່ນ 13 ລຳຢູ່ໃນບໍລິເວນທີ່ເກີີດເຫດເພື່ອຊ່ອຍໃນການ
ຊອກຄົ້ນຫາແລະການປະຕິບັດງານກູ້ໄພ.

XS
SM
MD
LG