ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວປະມົງຈີນ ຖືກເກົາຫຼີເໜືອ ຈັບໂຕ ຮຽກຄ່າໄຖ່


ເຂດທະເລເຫຼືອງ ບ່ອນທີ່ຊາວເກົາຫຼີເໜືອຍຶດກໍ່າປັ່ນປະມົງຈີນ
ເຂດທະເລເຫຼືອງ ບ່ອນທີ່ຊາວເກົາຫຼີເໜືອຍຶດກໍ່າປັ່ນປະມົງຈີນ

ຂະນະ​ນີ້​ຊາວ​ປະມົງ​ຈີນ 29 ຄົນກໍາລັງ​ຖືກ​ຄວບ​ຄຸມ​ຕົວໄວ້​ເພື່ອ​ຮຽກ​ຄ່າ​ໄຖ່ ຫຼັງຈາກຖືກ​ລັກ​ພາ​ຕົວໄປ​ ໂດຍ​ຊາວ​ເກົາຫຼີ​ເໜືອ​ກຸ່ມ​ນຶ່ງ​ເມື່ອ​ຕົ້ນ​ເດືອນ​ນີ້ ທີ່​ເຂດ​ທະ​ເລ​ເຫຼືອງ.

ອົງການຂ່າວປັກ​ກິ່ງ​ເວົ້າວ່າ ພວກ​ຊາວ​ປະມົງ​ຈຸ​ດັ່ງ​ກ່າວ​ກໍາລັງ​ຫາ​ປາ​ຢູ່​ໃນ​ກໍ່າ​ປັ່ນສາມ​ລໍາ​ ໃນ​ເຂດ​ນ່ານນໍ້າຂອງ​ຈີນ ​ເວລາ​ກໍ່າ​ປັ່ນ​ຖືກ​ຍຶດ​ເມື່ອ​ວັນ​ທີ່ 8 ​ເດືອນ​ພຶດສະພາ ​ໂດຍ​ຊາວ​ເກົາຫຼີ​ເໜືອ​ປະກອບ​ອາວຸດ. ພວກ​ລັກພາ ຕົວ​ໄດ້​ນໍາ​ເອົາເຮືອ​ໄປ​ຍັງ​ເຂດ​ແດນ​ຂອງ​ເກົາຫຼີ​ເໜືອ ​ແລະ​ທວງເອົາ​ເງິນ ຄ່າ​ໄຖ່ຈໍານວນ 190,000 ​ໂດ​ລາ ບໍ່​ໃຫ້​ເກີນ​ວັນ​ພະຫັດ​ມື້​ນີ້.

​ໂຄສົກ​ກະຊວງ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ ຕົນ​ກໍາລັງ​ຕິດ​ຕໍ່​ຢ່າງໃກ້​ຊິດ​ກັບ ພຽງ​ຢາງ​ກ່ຽວ​ກັບ​ສະຖານະ​ການ​ດັ່ງ​ກ່າ​ນີ້ ​ແລະ​ກໍ​ຫວັງວ່າ​ຈະ​ແກ້​ໄຂ​ໄດ້ໄວເທົ່າ​ທີ່ຈະ​ໄວ​ໄດ້. ​ປັກ​ກິ່ງເປັນ​ພັນທະ​ມິດ​ທາງ​ການ​ທູດ​ທີ່ສໍາຄັນ​ທີ່​ສຸດ​ຂອງ​ເກົາຫຼີ​ເໜືອ ​ແລະ​ເປັນ​ຜູ້ມີ​ບຸນຄຸນ​ທາງ​ເສດຖະກິດ.

ກໍ່າ​ປັ່ນ​ປະມົງ​ຈີນ ​ແມ່ນ​ໄດ້​ພົວພັນ​ກັບ​ການ​ປະ​ທະ​ກັນ​ຫຼາຍຄັ້ງ ກັບ​ບັນດາ ​ເຈົ້າທີ່​ປະ​ເທດ​ເພື່ອນ​ບ້ານ​ເກົາຫຼີ​ເໜືອໃນໄລຍະ​ບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້​ຢູ່​ໃນ​ນ່ານນໍ້າ​ທີ່​ເປັນ​ຂໍ້​ຂັດ​ແຍ້​ງກັນ​ນັ້ນ ​ແຕ່​ກໍ​ບໍ່​ເປັນ​ທີ່​ແຈ້ງ​ຂາວ​ວ່າ ​ພວກ​ມື​ປືນ​ຊາວ​ເກົາຫຼີເໜືອ​ນັ້ນ​ແມ່ນ​ພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຈາກ​ປະ​ເທດ​ທີ່ຢູ່​ຢ່າງໂດດດ່ຽວ​ນັ້ນຫຼືບໍ່.

XS
SM
MD
LG