ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ປາບປາມ ຊາວເກົາຫຼີເໜືອ ທີ່ເຂົ້າເມືອງ ຜິດກົດໝາຍ


ເມືອງ Yanbian ຊຶ່ງເປັນເຂດປົກຄອງຕົນເອງຂອງຊາວເກົາຫຼີໃນຈີນ
ເມືອງ Yanbian ຊຶ່ງເປັນເຂດປົກຄອງຕົນເອງຂອງຊາວເກົາຫຼີໃນຈີນ

ສື່​ມວນ​ຊົນ​ຂອງທາງ​ການ​ຈີນ ກ່າວ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ເລີ້ມທຳ​ການ​ປາບປາມພວກຄົນເຂົ້າ
​ເມືອງຜິດກົດໝາຍ ຢູ່​ໃນ​ບໍລິ​ເວນ​ຊາຍ​ແດນ​ທາງພາກ​ຕາ​ເວັນ​ອອກ​ສຽ​ງ​ເໜືອຂອງ​ປະ​ເທດທີ່
ມີພວກ​ໂຕນ​ໜີ​ຈາກ​ເກົາ​ຫຼີ​ເໜືອອາ​ໄສ​ຢູ່​ເປັນຈຳນວນ​ຫລວງຫລາຍ​ນັ້ນ.

ໜັງສືພິມ The China Daily ກ່າວໃນ​ວັນ​ສຸກມື້​ນີ້ວ່າ ການ​ປາບ​ປາມເປັນ​ເວລາຫ້າ​ເດືອນ
ທີ່ໄດ້​ເລີ້​ມຂຶ້ນ​ໃນອາທິດ​ແລ້ວ​ນີ້ ຢູ່​ໃນ​ເຂດ Yanbian ຊຶ່ງ​ເປັນ​ເຂດ​ປົກ​ຄອງ​ຕົນ​ເອງຂອງ​ຊາວ​
ເກົາຫຼີ ​ບ່ອນ​ທີ່​ຊາ​ວ​ເກົາຫລີ​ເໜືອ​ຈຳນວນ​ຫລວງ​ຫລາຍ ໄດ້ພາກັນ​ໂຕນ​ໜີ​ເຂົ້າມາ ​ເພື່ອ​ຫຼົບ
ໜີ​ຈາກ​ການ​ປະ​ຫັດ​ປະຫານທາງ​ການ​ເມືອງແລະ​ຄວາ​ມອຶດຢາກນັ້ນ.

ໜັງສືພິມ​ສະບັບ​ນີ້ ​ໄດ້​ອ້າງ​ຄຳ​ເວົ້າຂອງເຈົ້າ​ໜ້າ​ທີ່​ຕໍາຫລວດ​ທ້ອງ​ຖິ່ນທີ່​ກ່າວ​ວ່າ ການ​ປາບ​
ປາມ​ທີ່​ວ່າ​ນີ້ ຈະ​ແນ​ເປົ້າໝາຍໃສ່​ຊາວ​ຕ່າງ​ດ້າວທີ່ອາໄສຢູ່ ​ແລະ​ເຮັດ​ວຽກ​ແບບ​ຜິດ​ກົດໝ​າຍ
ໂດຍ​ເວົ້າວ່າ ພວກ​ເຂົາເປັນ “ບັນຫາທີ່ລີ້​ລັບ” ​ແລະ​ອາດ​ຈະເປັນ​ໄພ​ຂົ່ມຂູ່​ຕໍ່​ສະຖຽນ​ລະ​ພາບ
ດ້ານສັງຄົມ​.

​ເຈົ້າ​ໜ້າ​ທີ່​ຍັງ​ກ່າວ​ອີກ​ວ່າ ການປາບ​ປາມ​ທີ່​ວ່າ​ນີ້ຈະ​ທັບ​ມ້າງ “ກິດຈະກໍາ ທີ່​ບໍ່​ຖືກ​ຕ້ອງຕາ​ມ
ກົດໝາຍຕ່າງໆ” ໂດຍ​ອົງການ​ທີ່ບໍ່​ຂຶ້ນກັບ​ລັດຖະບານ ຫຼື NGO ຂອງ​ຕ່າງປະ​ເທດ ​ແລະ​
ອົງການ​ສາສະໜາ​ຕ່າງໆຊຶ່ງ​ພາ​ໃຫ້ມີຄວາມ​ຢ້ານ​ກົວວ່າ ​ກຸ່ມ​ເຜີຍແຜ່ສາສະໜາຄຣິສຕຽນ
ຂອງ​ເກົາ​ຫລີ​ໃຕ້ຫຼາຍກຸ່ມທີ່ກໍາລັງໃຫ້ການ​ຊ່ວຍ​ເຫລືອ​ແກ່ອົບ​ພະ​ຍົກບຊາວເກົາຫລີ​ເໜື​ອຢູ່
​ນັ້ນອາດ​ເປັນ​ເປົ້າໝາຍ​ໃນ​ການ​ປາບ​ປາມ​ຄັ້ງນີ້.

​ທ່ານ Hong Lei ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນກ່າວໃນ​ວັນ​ສຸກມື້​ນີ້ວ່າທ່ານ​ຮູ້​ເລື່ອງ​
ດີ​ກ່ຽວ​ກັບການ​ປາບ​ປາມດັ່ງກ່າວ.

ຂ່າວ​ກ່ຽວ​ກັບ​ການ​ປາບ​ປາມ ຢູ່​ໃນ​ເຂດ Yanbian ມີຂື້ນ​ສອງ​ສາມ​ມື້ ​ຫຼັງຈາກ​ໄດ້​ມີ​ການ​
ປາບ​ປາມຕໍ່​ຕ້ານ​ຄົນ​ເຂົ້າ​ເມືອງ​ຜິດ​ກົດໝາຍຄ້າຍຄື​ກັນນີ້ທີ່​ກໍາລັງ​ດຳ​ເນີນ​ກັນ​ຢູ່ໃນ​ເຂດ​ນະ​
ຄອນ​ຫລວງ​ປັກ​ກິ່ງ.

XS
SM
MD
LG