ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຕາງໜ້າພິເສດຈີນ ຢ້ຽມຢາມ ເກົາຫຼີເໜືອ


ສື່ມວນຊົນ ຂອງທາງການຈີນ ລາຍງານວ່າ ນັກການທູດຈີນ ທ່ານນຶ່ງ ໄດ້ເດີນທາງ ໄປຢ້ຽມ ຢາມເກົາຫຼີເໜືອໃນສັບປະດານີ້ ເພື່ອສົນທະນາຫາລື ກ່ຽວກັບ ການເຈລະຈາ 6 ຝ່າຍ ທີ່ພົວ ພັນກັບໂຄງການສ້າງອາວຸດນິວເຄລຍ ຂອງພຽງຢາງນັ້ນ.

ອົງການຂ່າວຊິນຫົວ ລາຍງານໃນວັນພະຫັດມື້ນີ້ວ່າ ທ່ານ WU DAWEI ຜູ້ຕາງໜ້າ ພິເສດຂອງຈີນ ຮັບຜິດຊອບ ກ່ຽວກັບກິດຈະການແຫຼມເກົາຫຼີ ໄດ້ໄປຢ້ຽມຢາມເກົາຫຼີເໜືອ ແຕ່ມື້ວັນຈັນ ຫາວັນພຸດວານນີ້.

ລາຍງານຂ່າວແຈ້ງວ່າ ທ່ານ WU ໄດ້ສົນທະນາຫາລື ກ່ຽວກັບການ ເຈລະຈາ 6 ຝ່າຍ ຕະຫຼອດທັງ ການຮັກສາສັນຕິພາບ ແລະສະເຖຍລະພາບ ຢູ່ໃນແຫຼມເກົາຫລີ ແຕ່ບໍ່ໄດ້ ໃຫ້ລາຍລະອຽດຫຍັງ ຫຼາຍໄປກວ່ານີ້.

ຈີນໄດ້ເປັນເຈົ້າພາບ ຈັດການເຈລະຈາ ທີ່ແນໃສ່ເພື່ອຊັກຊວນ ໃຫ້ເກົາຫຼີເໜືອ ຍົກເລີກໂຄງການ ນິວເຄລຍຂອງຕົນ. 6 ປະເທດ ທີ່ພົວພັນໃນການເຈລະຈາ ແມ່ນປະກອບ ດ້ວຍຈີນ ເກົາຫຼີເໜືອ ເກົາຫຼີໃຕ້ ຍີ່ປຸ່ນ ຣັດເຊຍ ແລະ ສະຫະລັດ.

ໃນວັນອັງຄານແລ້ວນີ້ ຈີນແລະອົງການ ພະລັງງານປະລະມະນູສາກົນ ໄດ້ໃຫ້ຄຳໝັ້ນ ສັນຍາວ່າ ຈະດຳເນີນງານຮ່ວມກັນ ເພື່ອປັບປຸງ ເລື່ອງຄວາມປອດໄພ ດ້ານນິວເຄລຍ ຢູ່ໃນເຂດເອເຊຍຕາເວັນອອກ.

XS
SM
MD
LG