ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ຈີນປະຕິເສດລາຍງານ ສປຊ ກ່ຽວກັບລູກສອນໄຟ ເກົາຫລີເໜືອ


ລູກສອນໄຟນໍາວິຖີຂອງເກົາຫລີເໜືອ ວັນທີ 15 ພຶດສະພາ 2011
ລູກສອນໄຟນໍາວິຖີຂອງເກົາຫລີເໜືອ ວັນທີ 15 ພຶດສະພາ 2011

ຈີນ​ບໍ່​ໃຫ້​ຄວາມ​ສຳຄັນຫຍັງເລີຍກ່ຽວ​ກັບ​ລາຍ​ງານ​ຂອງ​ສະຫະ​ປະຊາ​ຊາດ​ສະບັບ​ນຶ່ງ​ທີ່​ກ່າວ​ວ່າ ​ເກົາຫລີ​ເໜືອ​ຍັງ​ຂາຍ​ເຕັກ​ໂນ​ໂລ​ຈີ​ລູກ​ສອນ​ໄຟ​ນໍາ​ວິຖີ​ໃຫ້​ພວກ​ປະ​ເທດ​ໃນ​ພາກ​ຕາ​ເວັນ​ອອກ​ກາງ​ຢູນັ້ນ ອັນ​ເປັນ​ການ​ທ້າ​ທາຍ​ຕໍ່​ການ​ລົງ​ໂທດ​ຂອງ​ສະຫະ​ປະຊາ​ຊາດ​ຕໍ່​ເກົາຫລີ​ເໜືອ​ນັ້ນ.

ໃນ​ການ​ຖະ​ແຫລ​ງຂ່າວ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ໃນ​ວັນອັງຄານມື້​ນີ້ ທ່ານ​ນາງ Jiang Yu ​ໂຄສົກ​ປະ​ຈໍາ​ກະຊວງ​ໄດ້ຊີ້ໃຫ້ເຫັນວ່າ ລາຍ​ງານ​ສະບັບ​ນີ້​ບໍ່​ໄດ້​ຮັບ​ເຫັນ​ດີ​ຈາກ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ບ່ອນ​ທີ່ຈີນ​ມີ​ສິດ​ໃຊ້​ສຽງ​ຍັບ​ຍັ້ງ​ໄດ້​ນັ້ນ. ນອກນັ້ນ​ທ່ານ​ນາງ Jiang Yu ຍັງ​ໃຫ້​ຂໍ້​ສັງ​ເກດໃນລາຍ​ງານ ທີ່ວ່າ ​ເອກະສານດັ່ງກ່າວບໍ່​ໄດ້​ຮັບ​ລາຍ​ເຊັນ​ຈາກ​ຜູ້ຕາງໜ້າ​ຈີນ​ໃນ​ຄະນະ​ສະມາຊິກນັກ​ຊ່ຽວຊານ 7 ທ່ານ​ທີ່​ເປັນ​ຜູ້​ກະກຽມ​ລາຍ​ງານ​ສະບັບ​ນີ້.

ເອກະສານ​ທີ່ຍັງ​ຖື​ເປັນຄວາມ​ລັບ​ຢູ່ ​ໄດ້​ຖືກ​ຍື່ນ​ຕໍ່​ສະພາ​ຄວາມ​ໜັ້ນຄົງ​ສະຫະ​ປະຊາ​ຊາດ​ໃນ​ສັບປະດາ​ຜ່ານ​ມາ ​ແຕ່​ບໍ່​ສາມາດ​ເປີດ​ເຜີຍ​ໃຫ້ປະຊາຊົນ​ຊາບ​ໄດ້ ​ໂດຍ​ບໍ່​ໄດ້ຮັບການ​ເຫັນ​ດີ​ເຫັນ​ພ້ອມ​ນໍາ​ຢ່າງ​ເປັນ​ເອກະສັນ​ຈາກ​ 15 ​ປະ​ເທດ​ສະມາຊິກ​ຂອງ​ສະພາ​ດັ່ງກ່າວ. ບັນດາ​ນັກການ​ທູດ​ກ່າວ​ວ່າ ຈີນ​ບໍ່​ໄດ້​ກີດ​ກັນ​ໃນ​ການ​ເປີດ​ເຜີຍ​ລາຍ​ງານ​ສະບັບ​ນີ້ ​ແລະ​ໄດ້​ທໍາ​ຄວາມ​ກົດ​ດັນ​ນັກ​ຊ່ຽວຊານ​ຈີນ​ບໍ່​ໃຫ້​ລົງ​ນາມ​ໃນເອກ​ະສານ​ນັ້ນ.

ລາຍ​ງານ ທີ່​ກະກຽມ​ໂດຍ​ຄະນະ​ກໍາມະການ​ຈຸ​ນຶ່ງ​ທີ່​ຕິດຕາມ​ເບິ່ງ​ການຈັດ​ຕັ້ງ​ປະຕິບັດ​ການ​ລົງ​ໂທດ​ສະຫະ​ປະຊາ​ຊາດ​ນັ້ນ ຍັງ​ກ່າວ​ຕື່ມ​ວ່າ ​ເກົາຫລີ​ເໜືອ​ໄດ້​ຂົນ​ສົ່ງ​ເຕັກ​ໂນ​ໂລ​ຈີ​ທີ່​ຕ້ອງ​ຫ້າມ​ນີ້​ໄປໃຫ້​ອິຣ່ານ ຜ່ານ​ປະ​ເທດທີ 3 ທີ່ບໍ່​ໄດ້​ບົ່ງ​ຊື່​ປະ​ເທດ​ອອກ​ມາ​ໃຫ້​ຊາບ. ທ່ານ​ນາງ jiang Yu ບໍ່​ຍອມ​ໃຫ້ຄວາມເຫັນ​ໃດໆ​ໃນ​ວັນ​ອັງຄານ​ມື້​ນີ້ກ່ຽວ​ກັບ​ຂໍ້​ກ່າວ​ອ້າງ​ທີ່​ວ່າ​ ຈີນ​ແມ່ນ​ປະ​ເທດ​ທີ່​ບໍ່​ໄດ້​ບົ່ງ​ຊື່​ອອກ​ມາ​ໃຫ້​ຊາບ​ນັ້ນ.

ອີຣ່ານໄດ້ປະຕິເສດໃນວັນອັງຄານມື້ນີ້ວ່າ ຕົນບໍ່ໄດ້ຮັບເທັກໂນໂລຈີລູກສອນໄຟຈາກເກົາຫຼີ
ເໜືອ ໂດຍເວົ້າວ່າ ຕົນມີຄວາມສາມາດຢ່າງເຕັມທີ່ໃນການພັດທະນາເທັກໂນໂລຈີຂອງຕົນ
ໄດ້.

XS
SM
MD
LG