ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນສະເໜີ ໃຫ້ການຊ່ອຍເຫລືອ ແກ່ເກົາຫລີເໜືອ


ຈີນສົ່ງເຄື່ອງຊ່ອຍເຫລືອບັນເທົາທຸກແກ່ເກົາຫລີເໜືອ
ວັນທີ 1 ສິງຫາ 2011
ຈີນສົ່ງເຄື່ອງຊ່ອຍເຫລືອບັນເທົາທຸກແກ່ເກົາຫລີເໜືອ ວັນທີ 1 ສິງຫາ 2011

ເກົາຫລີ​ເໜືອ​ກ່າວ​ວ່າ ກຸງ​ປັກ​ກິ​ງ​ແລະ​ສະພາກາ​ແດງ​ຈີນ​ໄດ້​ສະ​ເໜີ​ໃຫ້ການ​ຊ່ອຍ​ເຫລືອ
ສຸກ​ເສີນ​ດ້ານ​ວັດຖຸ​ບັນ​ເທົາ​ທຸກ​ຕ່າງໆ​ໃຫ້ແກ່​ລັດຖະບານພຽງ​ຢ້າງ​ ເພື່ອ​ຊ່ວຍຮັບ​ມື​ກັບ
​ໄພ​ນໍ້າ​ຖ້ວມ​ຢ່າງ​ຮ້າຍ​ແຮງ​ໃນ​ສັບປະດາ​ແລ້ວ​ນີ້.

ໃນ​ການ​ປະກາດ​ຂ່າວ​ສັ້ນໆ​ໃຫ້​ຮູ້​ໃນ​ວັນ​ອາທິດ​ວານ​ນີ້ ອົງການ KCNA ຂອງ​ທາງ​ການ
ເກົາຫລີ​ເໜືອ​ກ່າວ​ວ່າ ​ເຄື່ອງ​ບັນ​ເທົາ​ທຸກ​ທີ່ວ່າ​ນີ້ ຈະຊຸກຍູ້ ແລະໃຫ້​ກໍາລັງ​ໃຈ​ແກ່ປະຊາ
ຊົນຢ່າງ​ຫລວງ​ຫລາຍ ​ໃນ​ການພະຍາຍາມ​ຟື້ນໂຕຄືນນັ້ນ.

ຄໍາ​ປະກາດບໍ່​ໄດ້​ກ່າວ​ເຖິງ​ຈໍານວນ​ການ​ຊ່ອຍ​ເຫລືອ​ວ່າມີ​ເທົ່າ​ໃດ ​ແລະ​ບໍ່​ໄດ້​ບອກ​ໃຫ້​ຊາບ
​ກ່ຽວ​ກັບວ່າ ​ເ​ປັນການ​ຊ່ອຍ​ເຫລືອ​ໃນ​ຮູບ​ແບບ​ໃດ​ນັ້ນ.

ເກົາຫລີ​ເໜືອ​ບໍ່​ໄດ້​ກ່າວ​ເຖິງ​ຈໍານວນຜູ້​ຄົນ​ທີ່​ໄດ້​ຮັບ​ບາດ​ເຈັບ​ແລະ​ເສຍ​ຊີວິດ ​ແຕ່​ຝົນຕົກ​ໜັກ
​ໃນ​ເກົາຫລີ​ໃຕ້​ໄດ້​ເອົາ​ຊີວິດ​ປະຊາຊົນໄປຫລາຍ​ສິບ​ຄົນໃນ​ສັບປະດາ​ແລ້ວ​ນີ້.

XS
SM
MD
LG