ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນັກຂຽນຈີນ ທີ່ໄດ້ຮັບ ລາງວັນໂນແບລ ຫວັງວ່າ ທ່ານ Liu ຈະຖືກປ່ອຍ ໃນໄວໆນີ້


ທ່ານ Mo Yan ພວມຖະແຫຼງຂ່າວ ຢູ່ທີ່ເມືອງ Gaomi ບ້ານເກີດຂອງທ່ານ ໃນແຂວງ Shandong (12 ຕຸລາ 2012)
ທ່ານ Mo Yan ພວມຖະແຫຼງຂ່າວ ຢູ່ທີ່ເມືອງ Gaomi ບ້ານເກີດຂອງທ່ານ ໃນແຂວງ Shandong (12 ຕຸລາ 2012)
ທ່ານ Mo Yan ນັກຂຽນຈີນ ທີ່ຫາກໍໄດ້ຮັບ ລາງວັນໂນແບລ
ຂະແໜງວັນນະຄະດີ ໄດ້ອອກມາຖະແຫຼງຢ່າງບໍ່ຄາດຝັນກ່ຽວ
ກັບສະພາບຂອງທ່ານ Liu Xiaobo ທີ່ໄດ້ຮັບລາງວັນໂນແບລ
ຂະແໜງສັນຕິພາບເມື່ອໄວໆມານີ້ຂອງຈີນ ໂດຍເວົ້າວ່າ ທ່ານ
ຫວັງວ່າ ນັກຂຽນທີ່ຄັດຄ້ານລັດຖະບານທ່ານນີ້ ຈະຖືກປ່ອຍ
ອອກຈາກຄຸກໃນອີກບໍ່ດົນ.

ທ່ານ Mo ທີ່ຖືກປະກາດຊື່ ໃຫ້ເປັນຜູ້ໄດ້ຮັບລາງໂນແບລ
ຂະແໜງວັນນະຄະດີໃນວັນພະຫັດວານນີ້ ໄດ້ຖືກຕຳໜິຕິຕຽນ
ໂດຍພວກນັກເຄື່ອນໄຫວຕໍ່ຕ້ານລັດຖະບານດ້ວຍກັນວ່າ ກ່ອນ
ໜ້ານີ້ ບໍ່ເຄີຍກ່າວປ້ອງກັນທ່ານ Liu ຊຶ່ງກຳລັງຖືກໂທດຈຳຄຸກ
ເປັນເວລາ 11 ປີ ຍ້ອນຍຸຍົງໃຫ້ມີການລົ້ມລ້າງລັດຖະບານ.

ທ່ານໃຫ້ຄວາມເຫັນດັ່ງກ່າວ ໃນການຕອບຄຳຖາມຂອງພວກນັກຂ່າວ ໃນລະຫວ່າງການ ຖະແຫຼງຂ່າວ ທີ່ແຂວງ Shandong ບ້ານເກີດຂອງທ່ານ ໃນວັນສຸກມື້ນີ້. ການໃຫ້ຄວາມ ເຫັນຂອງທ່ານ Mo ມີທ່າທາງວ່າຈະສ້າງຄວາມອັບອາຍໃຫ້ແກ່ລັດຖະບານຈີນທີ່ໄດ້ກ່າວ ຊົມເຊີຍຢ່າງໃຫຍ່ຕໍ່ນັກຂຽນອາຍຸ 57 ປີທ່ານນີ້ ທີ່ໄດ້ຕາງໜ້າໃຫ້ໃນອັນທີ່ລັດຖະບານຈີນ ເອີ້ນວ່າ “ຄຸນຄ່າຫຼັກທີ່ສຳຄັນ” ນັ້ນ.

ປະຕິກິລິຍາຂອງເຈົ້າໜ້າທີ່ຈີນ ແມ່ນແມ່ນກົງກັນຂ້າມ ແບບເຫັນໄດ້ແຈ້ງ ກັບເມື່ອສອງປີ ກ່ອນ ເວລາຈີນໄດ້ຕອບໂຕ້ດ້ວຍຄວາມໂກດແຄ້ນຕໍ່ການມອບລາງວັນໂນແບລ ຂະແໜງ ສັນຕິພາບ ໃຫ້ແກ່ທ່ານ Liu. ຊື່ຂອງທ່ານ Liu ໄດ້ຖືກຫ້າມໃນທັນທີໃນການສົນທະນາໂອ້ ລົມຂອງປະຊາຊົນ ແລະທ່ານໄດ້ຖືກເຍາະເຍີ້ຍວ່າ ເປັນເຄື່ອງມືຂອງປະເທດຕາເວັນຕົກ.
XS
SM
MD
LG