ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັນ​ລະ​ຍາ​ຂອງນາຍ Liu Xiaobo ​ຖືກ​ກັກ​ບໍລິ​ເວນ

Radio telescope antennas of the ALMA (Atacama Large Millimeter/submillimeter Array) project, in the Atacama desert, some 1500 km north of Santiago, Chile. The ALMA, an international partnership project of Europe, North America and East Asia with the cooperation of Chile, is presently the largest astronomical project in the world.

ພັນ​ລະ​ຍາ​ຂອງ​ນັກ​ໂທດ ນາຍ Liu Xiaobo ຜູ້​ທີ່​ຫາ​ກໍໄດ້
ຮັບ​ລາງວັນ Nobel ຂະແໜງ​ສັນຕິພາບ​ນັ້ນ ໄດ້​ບອກ​ໃຫ້
ໂລກ​ຊາບ​ວ່າ ນາງ​ໄດ້​ຖືກ​ກັກ​ບໍລິ​ເວນ.

ນາງ Liu Xia ​ໄດ້​ຂຽນບອກ​ຜ່ານ Twitter ​ທາງອິນ​ເທິ
ເນັດໃນ​ວັນ​ອາທິດວານ​ນີ້​ວ່າ ນາງ​ບໍ່ໄດ້​ຮັບ​ອຸ​ນະຍາດ​ໃຫ້
ອອກ​ຈາກ​ຕຶກ​ອາຄານ​ບ້ານພັກ​ຂອງ​ນາງທີ່​ປັກ​ກິ່ງນັ້ນ​
ຫຼັງ​ຈາກທີ່​ທາງ​ການ​ໄດ້​ປ່ອຍ​ໃຫ້ນາງ​ໄປພົບ​ພໍ້​ກັບສາມີ​ນັກ
ໂທດ​ຂອງນາງ​ໃນ​ຄຸກ​ ກ່ອນ​ໜ້າ​ນັ້ນໃນ​ມື້ວານນີ້. ລາວ​ຍັງ
ເວົ້າ​ວ່າ ​ໂທລະສັບ​ຂອງ​ນາງ​ກໍ​ຖືກ​ຕັດ​ເຊັ່ນ​ກັນ. ໃນ​ວັນ​ຈັນ
ມື້​ນີ້ ປະ​ເທດນໍເວຖະ​ແຫລງ​ວ່າ ຈີນ​ໄດ້​ຍົກ​ເລີກ​ການ​ພົບ​ປະກັບ​ລັດຖະມົນຕີ​ນໍ​ເວ​ທ່ານ​ນຶ່ງ ທີ່​ກໍາລັງຢ້ຽມຢາມ​ຈີນ​ຢູ່​ ນັ້ນ ຊຶ່ງເປັນ​ການປະຕິບັດຕາມ​ຄໍາ​ເຕືອນ​ທີ່​ວ່າ ​ຄວາມ​ສຳ ພັນ​ທາງ​ການ​ທູດລະຫວ່າງທັງ​ສອງ​ປະ​ເທດ​ ຈະ​ໄດ້​ຮັບ​ຜົນ ​ກະທົບ ຖ້າ​ຫາກວ່ານາຍ Liu Xiaobo ​ໄດ້​ຮັບ​ລາງວັນ ດັ່ງກ່າວ.

ທ່ານ Lisbeth Berg-Hansen ລັດ​ຖະ​ມົນ​ຕີການປະມົງຂອງ​ນໍ​ເວ ​ແມ່ນ​ໄດ້​ໄປ​ເຖິງຈີນ
ແລ້ວ ເພື່ອ​ພົບ​ປະ​ກັບ​ທາງ​ການ​ຈີນ​ທີ່ຊຽງ​ໄຮ້​ ໃນ​ວັນ​ພຸດຈະ​ມາ​ນີ້.

ຄະນະ​ກໍາມະການ​ມອບລາງວັນ​ໂນແບ​ລຂະ​ແໜງ​ສັນຕິພາບ ​ແມ່ນປະ​ຈໍາ​ຢູ່​ອ໊ອສ​ໂລ ແຕ່ເປັນ​
ເອກ​ກະລາດ ບໍ່​ຂຶ້ນ​ກັບ​ລັດຖະບານ​ນໍ​ເວ​ແຕ່​ຢ່າງ​ໃດ​ເລີຍ.

XS
SM
MD
LG