ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກເຄື່ອນໄຫວ ເພື່ອສິດທິມະນຸດ ຊາວຈີນ ທີ່ໄດ້ຮັບລາງວັນ Nobel ຖືກປ່ອຍ ອອກຄຸກ


ຮູບພາບ ຂອງທ່ານ Liu Xiaobo ທີ່ພວກປະທ້ວງຖື ໃນຂະນະຮຽກຮ້ອງໃຫ້ປ່ອຍໂຕຜູ້ກ່ຽວ ຢູ່ນອກ ສຳນັກງານພົວພັນຂອງຈີນ ປະຈຳຮົງກົງ. ທ່ານ Liu ອາຍຸ 61 ປີ, ໄດ້ຖືກສານຕັດສິນລົງໂທດ ໃນປີ 2009 ໃຫ້ຈຳຄຸກ 11 ປີ
ຍ້ອນການເຄື່ອນໄຫວຕໍ່ສູ້ເພື່ອປະຊາທິປະໄຕ ຢູ່ໃນຈີນ. 
ຮູບພາບ ຂອງທ່ານ Liu Xiaobo ທີ່ພວກປະທ້ວງຖື ໃນຂະນະຮຽກຮ້ອງໃຫ້ປ່ອຍໂຕຜູ້ກ່ຽວ ຢູ່ນອກ ສຳນັກງານພົວພັນຂອງຈີນ ປະຈຳຮົງກົງ. ທ່ານ Liu ອາຍຸ 61 ປີ, ໄດ້ຖືກສານຕັດສິນລົງໂທດ ໃນປີ 2009 ໃຫ້ຈຳຄຸກ 11 ປີ ຍ້ອນການເຄື່ອນໄຫວຕໍ່ສູ້ເພື່ອປະຊາທິປະໄຕ ຢູ່ໃນຈີນ. 

ທ່ານ Liu Xiaobo ຊາວຈີນ ຜູ້ທີ່ບໍ່ເຫັນດີກັບລັດຖະບານ ທີ່ມີຊື່ສຽງ ແລະໄດ້ຮັບ
ລາງວັນ Nobel ຂະແໜງສັນຕິພາບ ໄດ້ຖືກປ່ອຍອອກຈາກຄຸກ ເປັນການອະໄພ
ໂທດ ຍ້ອນຄວາມເຈັບເປັນ.

ທ່ານ Liu ໄດ້ຖືກວິນິດໄສວ່າ ເປັນໂຣກມະເຮັງໃນຕັບຂັ້ນຮ້າຍແຮງສຸດ ເມື່ອເດືອນ
ແລ້ວນີ້ ແລະ ກຳລັງໄດ້ຮັບການຮັກສາປິ່ນປົວ ຢູ່ທີ່ໂຮງໝໍ ໃນເມືອງ Shenyang
ທາງພາກຕາເວັນອອກສຽງເໜືອ ຂອງຈີນ ອີງຕາມການກ່າວຂອງທະນາຍຄວາມ
ຂອງທ່ານ.

ທ່ານ Liu ອາຍຸ 61 ປີ ໄດ້ຖືກສານຕັດສິນລົງໂທດ ໃນປີ 2009 ໃຫ້ຈຳຄຸກ 11 ປີ
ຍ້ອນການເຄື່ອນໄຫວຕໍ່ສູ້ເພື່ອປະຊາທິປະໄຕ ຢູ່ໃນຈີນ.

ໃນປີ 2010 ຄະນະກຳມະການ Nobel ທີ່ມີຫ້ອງການຕັ້ງຢູ່ໃນປະເທດນໍເເວ ໄດ້ມອບ
ລາງວັນ Nobel ຂະແໜງສັນຕິພາບໃຫ້ ສຳລັບ “ການຕໍ່ສູ້ເພື່ອພື້ນຖານສິດທິມະນຸດ
ອັນຍາວນານຂອງທ່ານ ຢູ່ໃນຈີນ.”
ການຮັບຮູ້ເຖິງບົດບາດຂອງທ່ານ ຈາກຄະນະ
ກຳມະການດັ່ງກ່າວ ໄດ້ເຮັດໃຫ້ລັດຖະບານຂອງຈີນ ບໍ່ພໍອົກພໍໃຈ.

ປະຊາຄົມນານາຊາດ ໄດ້ຮຽກຮ້ອງໃຫ້ລັດຖະບານຈີນ ປ່ອຍໂຕທ່ານ Liu ມາໄດ້
ຫຼາຍປີແລ້ວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG