ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນສືບຕໍ່ຕິຕຽນການມອບລາງວັນໂນແບລ


ໂຄສົກ ກະຊວງການຕ່າງປະເທດຈີນ ທ່ານ Ma Zhaoxu
ໂຄສົກ ກະຊວງການຕ່າງປະເທດຈີນ ທ່ານ Ma Zhaoxu

ຈີນກ່າວວ່າການຕັດສິນໃຈມອບລາງວັນໂນແບລຂະແໜງສັນຕິພາບ ໃຫ້ແກ່ນັກຄັດຄ້ານລັດ ຖະບານຈີນ ທີ່ຖືກຄຸກຢູ່ນັ້ນ ແມ່ນຄືກັນກັບເປັນການຊຸກຍູ້ ໃຫ້ມີການກໍ່ອາດຊະຍາກຳ ຢູ່ໃນ ປະເທດຈີນ.

ການຖະແຫຼງດັ່ງກ່າວ ຂອງໂຄສົກກະຊວງການຕ່າງປະເທດຈີນ ທ່ານ Ma Zhaoxu ໃນ ວັນພະຫັດມື້ນີ້ແມ່ນເປັນການຕອບໂຕ້ແບບໂກດແຄ້ນລ່າສຸດທີ່ມີມາເປັນລຳດັບຕໍ່ການປະກາດ ມອບລາງວັນໂນແບລ ຂະແໜງສັນຕິພາບ ໃນມື້ວັນສຸກແລ້ວ ໃຫ້ແກ່ນັກເຄື່ອນໄຫວເພື່ອ ປະຊາທິປະໄຕ ນາຍ Liu Xiaobo.

ຫຼາຍໆປະເທດຮຽກຮ້ອງໃຫ້ຈີນປ່ອຍນາຍ Liu ແລະໃນວັນພະຫັດມື້ນີ້ ນາຍົກລັດຖະມົນຕີ ຍີ່ປຸ່ນທ່ານ Naoto Kan ກໍເວົ້າວ່າ ມັນຈະເປັນເລື່ອງທີ່ໜ້າຍິນດີຖ້າມີການປ່ອຍນາຍ Liu ໃຫ້ເປັນອິດສະຫຼະ. ນາຍ Liu ພວມຮັບໃຊ້ໂທດ ຈຳຄຸກເປັນເວລາ 11 ປີ ໃນຂໍ້ຫາຍຸແຍ່ ໃຫ້ມີການລົ້ມລ້າງອຳນາດປົກຄອງ.

ແຕ່ທ່ານ Ma ບໍ່ໄດ້ສະແດງຮ່ອງຮອຍໃດໆ ກ່ຽວກັບການຜ່ອນຜັນປະນີີປະນອມກັນ ໃນ ການຖະແຫຼງຂ່າວ ໃນວັນພະຫັດມື້ນີ້. ທ່ານເວົ້າວ່າ ລາງວັນທີ່ວ່ານີ້ ແມ່ນທໍ່ກັບເປັນການ ຊຸກຍູ້ ໃຫ້ມີການກໍ່ອາດຊະຍາກຳໃນຈີນ ແລະເປັນການລະເມີດ ຕໍ່ອະທິປະໄຕ ທາງດ້ານ ຕຸລາການ ຂອງຈີນນຳດ້ວຍ.

XS
SM
MD
LG