ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍຫລິວ ຊ່ຽວໂບ ເຈົ້າຂອງລາງວັນໂນແບລ ຂະແໜງສັນຕິພາບ


ຮູບຂອງທ່ານ Liu Xiaobo ທີ່ພວກສະໜັບສະໜູນຂອງທ່ານ ໄດ້ຖືໃນຂະນະທີ່ ເດີນຂະບວນ ໄປຍັງຫ້ອງການຕິດຕໍ່ພົວພັນຂອງຈີນ ທີ່ຮົງກົງ ໃນວັນທີ 11 ຕຸລາ 2010 ເພື່ອຮຽກຮ້ອງ ໃຫ້ປ່ອຍຕົວຜູ້ກ່ຽວອອກຈາກຄຸກ (file photo)
ຮູບຂອງທ່ານ Liu Xiaobo ທີ່ພວກສະໜັບສະໜູນຂອງທ່ານ ໄດ້ຖືໃນຂະນະທີ່ ເດີນຂະບວນ ໄປຍັງຫ້ອງການຕິດຕໍ່ພົວພັນຂອງຈີນ ທີ່ຮົງກົງ ໃນວັນທີ 11 ຕຸລາ 2010 ເພື່ອຮຽກຮ້ອງ ໃຫ້ປ່ອຍຕົວຜູ້ກ່ຽວອອກຈາກຄຸກ (file photo)

ນາຍຫລິວ ຊ່ຽວໂບ ອາຍຸ 54 ປີ ເປັນນັກຂຽນແລະເປັນຜູ້ປຸກລະດົມ ຕໍ່ສູ້ເພື່ອປະຊາທິປະ ໄຕໃນຈີນ ທີ່ມີປະສົບປະການມາເປັນເວລາດົນນານ. ໃນໄລຍະ 20 ປີທີ່ຜ່ານມານີ້ ນາຍ ຫລິວແມ່ນໄດ້ເຂົ້າໆອອກໆຄຸກ ເກືອບວ່າເປັນປະຈໍາ ຍ້ອນການກ້າປາກກ້າເວົ້າຂອງລາວ ໃນການ ສະໜັບສະໜຸນໃຫ້ມີການປະຕິຮູບສິດທິມະນຸດແລະການເມືອງ ໃນປະເທດຈີນນັ້ນ.

ນາຍຫລິວ ຊ່ຽວໂບ ຜູ້ໄດ້ຮັບລາງວັນໂນແບລຂະແໜງສັນ
ຕິພາບຄົນໃໝ່ລ່າສຸດ ຄົງ​ຈະບໍ່ສາມາດໄປຮັບລາງວັນອັນ
ມີກຽດນີ້ ດ້ວຍຕົນເອງໄດ້ ເນື່ອງຈາກວ່າເວລານີ້ຜູ້ກ່ຽວ
ກໍາລັງຮັບ​ໃຊ້​ໂທດຈຳຄຸກ 11 ປີ ຢູ່ໃນຄຸກຈີນແຫ່ງນຶ່ງ.

ເມື່ອເດືອນທັນວາປີຜ່ານມານີ້ ເຈົ້າໜ້າທີ່ຈີນ​ໄດ້ຕັດສິນວ່າ
ນາຍຫລິວ ຊ່ຽວໂບ ມີ​ຄວາມຜິດ ໃນຂໍ້ຫາສ້າງ​ຄວາມ​ປັ່ນ
ປ່ວນ​ເພື່ອໂຄ່ນລົ້ມລັດ​ຖະບານ ແຕ່ບໍ່ໄດ້ໃຫ້ລາຍລະອຽດ
ໃດໆເລີຍ ກ່ຽວກັບວ່ານາຍຫລິວໄດ້ລະເມີດກົດໝາຍມາດ
ກາໃດຂອງຈີນນັ້ນ. ຜູ້ກ່ຽວໄດ້ຖືກຈັບ​ແລະ​ກັກ​ຂັງໄວ້ ​ເມື່ອ
ນຶ່ງປີກ່ອນໜ້ານັ້ນ ຄືໃນເດືອນທັນວາປີ 2008 ບໍ່ດົນກ່ອນ
ການພິມເຜີຍແຜ່ອັນ​ທີ່​ເອີ້ນ​ວ່າ ກົດບັດ 08 ຊຶ່ງເປັນກົດບັດ
ທີ່ນາຍຫລິວ ໄດ້ຊ່ວຍຮ່າງຂຶ້ນມາ ທີ່ຮຽກຮ້ອງໃຫ້ມີການ
ປະຕິຮູບການເມືອງຢ່າງກວ້າງຂວາງ ໃນຈີນ.

ນາຍບາວ ຕົງ ຜູ້ຮ່ວມລົງນາມ​ໃນກົດບັດ 08 ແຕ່ເລີ່ມແລກ
ຜູ້ນຶ່ງ ເວົ້າວ່າ ລາວຄິດວ່າ ການ​ທີ່ນາຍຫລິວ​ໄດ້​ຮັບລາງວັນ
ໂນແບລນັ້ນ ຖືວ່າເປັນສິ່ງທີ່ຍິ່ງໃຫຍ່ອັນນຶ່ງສໍາລັບຈີນ.

ນາຍບາວ​ເວົ້າວ່າ ຜ່ານກົດບັດ 08 ນັ້ນ ນາຍຫລິວໄດ້ຮຽກຮ້ອງໃຫ້ ລັດຖະບານຈີນຮັບຜິດ ຊອບ ຕໍ່ລັດຖະທຳມະນູນຂອງປະເທດຊາດ ແລະຮັບຜິດຊອບຕໍ່ປະຊາຊົນຈີນ. ລາວ​ເອີ້ນ​ຄວາມ​ພະຍາຍາມ​ອັນ​ນີ້​ ວ່າເປັນການປະກອບສ່ວນ​ເຂົ້າ​ໃນສັນຕິພາບໂລກ.

ຈະຕຸລັດຕຽນອັນເໝິນ ບ່ອນທີ່ນາຍ ຫລີວ ຊຽວໂບ ແລະກຸ່ມນັກສຶກສາ ທໍາການປະທ້ວງຕໍ່ຕ້ານລັດຖະບານ ຈີນ ໃນປີ 1989.
ຈະຕຸລັດຕຽນອັນເໝິນ ບ່ອນທີ່ນາຍ ຫລີວ ຊຽວໂບ ແລະກຸ່ມນັກສຶກສາ ທໍາການປະທ້ວງຕໍ່ຕ້ານລັດຖະບານ ຈີນ ໃນປີ 1989.

ນາຍບາວເປັນເຈົ້າໜ້າທີ່ຂັ້ນສູງທີ່ສຸດຂອງຈີນ ທີ່ໄດ້ຖືກຈໍາ
ຄຸກ ລຸນຫລັງການກວາດລ້າງພວກປະທ້ວງຢ່າງນອງ
ເລືອດ ໃກ້ໆຈະຕຸລັດຕຽນອັນເໝິນ ໃນປີ 1989 ນັ້ນ.

ນາຍຫລິວ​ເອງກໍໄດ້ຖືກ​ໂທດຈໍາຄຸກ​ ທີ່ພົວພັນກັບການປະ
ທ້ວງໃຫຍ່ຄັ້ງປີ 1989 ນັ້ນ​ເຊ່ນ​ກັນ. ຕໍ່ມາ ນາຍຫລິວກໍ
ໄດ້ຖືກຈໍາຄຸກອີກ ຍ້ອນ​ໄດ້ຂຽນບົດຄວາມ ທີ່ຕັ້ງຄໍາຖາມ
ກ່ຽວ​ກັບລະບົບພັກການເມືອງ ພຽງພັກດຽວຂອງຈີນ ນັ້ນ.

ນາງ ຫລິວ ເຊຍ ພັນລະຍາຂອງນາຍຫລິວ ກ່າວວ່າ
ນາງຮູ້ສຶກ​ຕື້ນ​ຕັນ​ໃຈນໍາການສະໜັບສະໜຸນທັງໝົດທີ່ນາງໄດ້ຮັບ​ ​ໃນລະຫວ່າງການ​ພິຈາ
ລະນາ​ ມອບ​ລາງວັນ​ໂນ​ແບ​ລ​ໃຫ້ສາມີຂອງ​ນາງ​ນັ້ນ. ນັບຕັ້ງແຕ່ນາຍຫລິວຖືກຈໍາຄຸກ
ເທື່ອ​ຫລ້າ​ສຸດນີ້ ນາງຫລິວເຊຍໄດ້ຮັບອະນຸຍາດ ໃຫ້ເຂົ້າຢ້ຽມຢາມສາມີ ເດືອນລະເທື່ອ.

Liu Xiaobo ກັບພັນລະຍາ ນາງ Liu Xia ຢູ່ບ້ານ ຕອນທີ່ຍັງບໍ່ຖືກຄຸກ.
Liu Xiaobo ກັບພັນລະຍາ ນາງ Liu Xia ຢູ່ບ້ານ ຕອນທີ່ຍັງບໍ່ຖືກຄຸກ.

ນາງຫລິວເຊຍ​ເວົ້າ​ວ່າ ສາມີຂອງນາງມີ​ຈິດ​ໃຈ​ແລະກໍາລັງ​ໃຈດີ​ຢູ່ ຕະຫລອດ​ເວລາ ແຕ່ກໍມີ ບັນຫາສຸຂະພາບ ໂຮມທັງ​ເປັນໂຣກຕັບ.

ການສະໜັບສະໜຸນສໍາລັບນາຍຫລິວ ບໍ່​ແມ່ນ
ມີຢູ່ທົ່ວ​ໄປ. ພວກຊາວຈີນທີ່ຄັດຄ້ານລັດຖະ
ບານບາງຄົນ ທີ່ອາໃສຢູ່ຕ່າງປະເທດ ບໍ່​ເຫັນ
ພ້ອມ​ນໍາ​ການ​ມອບລາງວັນໂນແບລ ​ໃຫ້​ນາຍ
ຫລິວ ແລະໄດ້ພາກັນຂຽນຈົດໝາຍເປີດຊອງ
ກ່າວຫານາຍຫລິວວ່າ ໃສ່ຮ້າຍເພື່ອນນັກ
ເຄື່ອນໄຫວນໍາກັນ ແລະບໍ່​ແຂັງ​ກະດ້າງພໍກັບ ພວກຜູ້ນໍາຈີນນັ້ນ.

ທາງລັດຖະບານຈີນ​ເອງ ກໍ​ໄດ້ສະ​ແດງ​ການ​ຄັດຄ້ານ​ຂອງ​ຕົນ​ອອກ​ມາ ຢ່າງແຈ້ງຂາວ. ໃນການຖະແຫລງຂ່າວເມື່ອໝໍ່ໆມານີ້ ທ່ານນາງ ຈຽງ ຢູ ​ໂຄສົກ​ລັດຖະບານຈີນ ບໍ່ໄດ້​ເອີ່ຍຊື່ນາຍຫລິວ ແຕ່ກ່າວວ່າ ນາຍຫລິວບໍ່ເໝາະສົມ ທີ່ຈະໄດ້ຮັບລາງວັນໂນແບລ ເນື່ອງຈາກຜູ້ກ່ຽວຝ່າຝືນກົດໝາຍ.

ທ່ານນາງຈຽງກ່າວຕໍ່ໄປວ່າ ທ່ານນາງເຊື່ອວ່າ ລາງວັນໂນແບລຂະແໜງສັນຕິພາບ ຄວນ​ຈະ ມອບໃຫ້ຜູ້​ທີ່​ທໍາ​ງານ ​ເພື່ອສົ່ງເສີມຄວາມຖືກຕ້ອງ​ປອງ​ດອງແລະກົມກຽວກັນ ໃນລະຫວ່າງຊົນ ເຜົ່າ ສົ່ງເສີມມິດຕະພາບໃນທົ່ວໂລກ ແລະການລົດຜ່ອນອາວຸດ.

ຢູ່​ທີ່ສະຫະລັດ​ນັ້ນ ບັນດາສະມາຊິກລັດຖະສະພາ ໄດ້ພາກັນຮຽກຮ້ອງ ໃຫ້ປະທານາທິບໍດີ ໂອບາມາ ຍົກເອົາກໍລະນີຂອງນາຍຫລິວຂຶ້ນມາສົນທະນາ ເວລາທ່ານພົບປະກັບປະທານາ ທິບໍດີຈີນ ທ່ານ ຫູຈິນເຖົາ ທີ່ກອງປະຊຸມສຸດຍອດ ຈີ 20 ໃນເດືອນພະຈິກ ຄືເດືອນໜ້ານີ້.

ທ່ານ Patrick Poon ແຫ່ງສູນກາງ PEN ຂອງຊາວຈີນອິສະລະ ຊຶ່ງເປັນອົງການຊົມລົມ ພວກນັກຂຽນ ກ່າວວ່າ ທ່ານຄິດວ່າລາງວັນໂນແບລຈະເຮັດໃຫ້ເກີດຄວາມສົນໃຈຫລາຍຂຶ້ນ ກ່ຽວກັບຄວາມຄິດຂອງນາຍຫລິວ ຢູ່ພາຍໃນຈີນ​ເອງ. ຊຶ່ງທ່ານ ພູນ ກ່າວຕື່ມວ່າ:

“ພວກເຮົາຮູ້ສຶກຄ້າຍໆກັບວ່າ ລາງວັນໂນແບລຄັ້ງນີ້ ຈະມີອິດທິພົນຢ່າງ​ໃຫຍ່​ຫລວງ ໃນ​ການດຶງດູດ​ໃຫ້​ພວກ​ຄົນ​ໃໝ່ໆ ມີ​ຄວາມສົນໃຈຢາກຈະຮູ້ຈັກ​ກ່ຽວ​ກັບ ກົດໝາຍ 08 ວ່າ ມັນກ່ຽວກັບຫຍັງກັນແທ້ ແລະນອກນີ້ແລ້ວ ກໍຍັງຢາກຈະ ອ່ານບົດຂຽນຂອງນາຍຫລິວ ຊຽວໂບ ນັ້ນນໍາ.”

ໃນເບື້ອງຕົ້ນນັ້ນ ກົດບັດ 08 ໄດ້ຖືກລົງນາມ ໂດຍພວກປັນຍາຊົນ ທະນາຍຄວາມ ຊາວ ໄຮ່ຊາວນາ ແລະກໍາມະກອນ 300 ຄົນ ແຕ່ຕໍ່ມາ ໄດ້ມີການນໍາເອົາເອກະສານສະບັບນີ້ ອອກໝຸນວຽນໃນອິນເທີແນດ ແລະເວລານີ້ ແມ່ນມີລາຍເຊັນສະໜັບສະໜູນຮອດ ສິບພັນ ແລ້ວ.

XS
SM
MD
LG