ຈີນເຕືອນປະເທດຕ່າງໆວ່າ ເຂົາເຈົ້າຈະໄດ້ປະເຊີນກັບຜົນ
ທີ່ຕິດຕາມມາຖ້າພວກເຂົາເຈົ້າຫາກໄປຮ່ວມພິທີມອບລາງ
ວັນໂນແບລເພື່ອເປັນກຽດໃຫ້ແກ່ນາຍ Liu Xiaobo ນັກ
ຕໍ່ສູ້ເພື່ອປະຊາທິປະໄຕຈີນທີ່ຖືກຄຸກຢູ່ໃນເວລານີ້.
ແຕ່ແນວໃດກໍຕາມ ມາຮອດປັດຈຸບັນພວກນັກການທູດຢູ
ໂຣບ ທີ່ໄປຮ່ວມພິທີມອບລາງວັນໂນແບລປະຈຳປີ ທີ່ນະ
ຄອນອອັສໂລເປັນປົກກະຕິຢູ່ແລ້ວນັ້ນ ກ່າວວ່າ ພວກຕົນ
ບໍ່ມີຄວາມຕັ້ງໃຈທີ່ຈະບອຍຄອດຫຼືບໍ່ໄປຮ່ວມພິທີມອບລາງ
ວັນດັ່ງກ່າວໃນວັນທີ 10 ທັນວາຈະມານີ້ແຕ່ຢ່າງໃດ.
ເຈົ້າໜ້າທີ່ຈີນ ໄດ້ທຳການໂຈມຕີເກືອບທຸກໆມື້ ຕໍ່ຄະນະກຳມະການລາງວັນໂນແບລທີ່ໄດ້
ເລືອກເອົານາຍ Liu ເປັນຜູ້ຮັບລາງວັນຊຶ່ງເຈົ້າໜ້າທີ່ຈີນເວົ້າວ່າຜູ້ກ່ຽວເປັນອາດຊະຍາກອນ
ນັ້ນ ນາຍ Liu ພວມຮັບໃຊ້ໂທດ ເປັນເວລາ 11 ປີ ໃນຂໍ້ຫາພະຍາຍາມລົ້ມລ້າງລະບອບ
ການປົກຄອງຂອງຈີນ ໂດຍອີງຕາມບົດປະກາດຖະແຫຼງການທີ່ລາວໄດ້ພິມເຜີຍແຜ່ເມື່ອ 2
ປີກ່ອນທີ່ຮຽກຮ້ອງໃຫ້ມີການປັບປຸງການເຄົາລົບນັບຖືສິດທິມະນຸດແລະປະຕິຮູບປະຊາທິປະ
ໄຕຢູ່ໃນປະເທດຈີນ.
ຮອງລັດຖະມົນຕີການຕ່າງປະເທດຈີນ ເອີ້ນລາງວັນດັ່ງກ່າວວ່າເປັນເຫດການທີ່ມີຄວາມສຳ
ຄັນສູງທາງການເມືອງ. ທ່ານກ່າວໃນວັນສຸກວານນີ້ວ່າປະເທດຕ່າງໆມີທາງເລືອກລະຫວ່າງ
ການທ້າທາຍຕໍ່ລະບົບຕຸລາການຂອງຈີນຫລືພັດທະນາຄວາມສຳພັນແບບເພື່ອນມິດກັບປັກກິ່ງ.