ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະກໍາມະການໂນແບລ ຈັດພິທີມອບລາງວັນ ໃຫ້ ນາຍຫລິວ ຊ່ຽວໂບ


ປະທານຄະນະກໍາມະການລາງວັນໂນແບລ ທ່ານ Thorbjorn Jagland ກັບກໍາມະການຄົນນຶ່ງ ນັ່ງຢູ່ຂ້າງ ຕັ່ງທີ່ເປົ່າວ່າງ ມີແຕ່ໃບປະກາດສໍາລັບລາງວັນໂນແບລ ຂະແໜງສັນຕິພາບ ທີ່ມອບໃຫ້ນາຍ Liu Xiaobo ໃນລະຫວ່າງພິທີ ທີ່ໂຮງການກໍາແພງນະຄອນຫລວງອອສໂລ, ປະເທດນໍຣ໌ເວ, ວັນສຸກ ທີ 10 ທັນວາ 2010 ມື້ນີ
ປະທານຄະນະກໍາມະການລາງວັນໂນແບລ ທ່ານ Thorbjorn Jagland ກັບກໍາມະການຄົນນຶ່ງ ນັ່ງຢູ່ຂ້າງ ຕັ່ງທີ່ເປົ່າວ່າງ ມີແຕ່ໃບປະກາດສໍາລັບລາງວັນໂນແບລ ຂະແໜງສັນຕິພາບ ທີ່ມອບໃຫ້ນາຍ Liu Xiaobo ໃນລະຫວ່າງພິທີ ທີ່ໂຮງການກໍາແພງນະຄອນຫລວງອອສໂລ, ປະເທດນໍຣ໌ເວ, ວັນສຸກ ທີ 10 ທັນວາ 2010 ມື້ນີ

ໃນ​ການ​ເຄື່ອນ​ໄຫວທີ່​ບໍ່​ເອົາ​ຫົວຊາ​ຕໍ່​ຄວາມ​ໂກດ​ແຄ້ນຈາກ
ປະເທດຈີນນັ້ນ ຄະນະກໍາມະການລາງວັນໂນແບລໄດ້ປະ
ກອບພິທີ ໃນວັນສຸກມື້ນີ້ ທີ່ນະຄອນຫລວງອອສໂລຂອງ
ນໍຣ໌ເວ ເພື່ອໃຫ້ກຽດແກ່ນັກໂທດຊາວຈີນທີ່ຄັດຄ້ານລັດຖະ
ບານ ນາຍ ຫລິວ ຊ່ຽວໂບ ຜູ້ໄດ້ຮັບລາງວັນໂນແບລຂະ ແໜງສັນຕິພາບປະຈໍາປີນີ້.

ແຕ່​ວ່າ​ຈະ​ມີ​ແຕ່ຕັ່ງນັ່ງທີ່ວ່າງເປົ່າ ​ເປັນ​ໂຕ​ແທນນາຍຫລິວ
ຊ່ຽວໂບ ​ໃນພິທີມອບລາງວັນໃນມື້ນີ້ ເນຶ່ອງຈາກວ່າຜູ້ກ່ຽວ
ກໍາລັງຮັບໃຊ້ໂທດເປັນເວລາ 11 ປີ ຢູ່ໃນຄຸກ​ທີ່ປະເທດຈີນ
ໃນຂໍ້ຫາປຸກ​ປັ່ນ​ເພື່ອ​ພະຍາ​ຍາມໂຄ່ນລົ້ມອໍານາດລັດ. ພ້ອມດຽວກັນ ລັດຖະບານຈີນກໍໄດ້
ກັກບໍລິເວນເມຍຂອງນາຍຫລິວ ບໍ່​ໃຫ້​ອອກ​ຈາກ​ບ້ານ ເພື່ອທີ່ນາງຈະບໍ່ສາມາດໄປຮ່ວມໃນ
ພິທີມອບລາງວັນແທນສາມີຂອງນາງໄດ້.

ທີ່ນະຄອນຫລວງປັກກິ່ງ ພວກເຈົ້າໜ້າທີ່ໄດ້​ເອົາ​ຕໍາຫລວດ​ໄປເຝົ້າຍາມຫລາຍຂຶ້ນ ຢູ່ຕໍ່ໜ້າ
ຕຶກອະພາດເມັ້ນບ່ອນຢູ່ຂອງນາງຫລິວເຊຍ ພັນລະຍາຂອງນາຍຫລິວ ຊ່ຽວໂບ. ພວກຄົນ
ຍາມໄດ້ກວດຄົ້ນບັດປະຈໍາຕົວ ຂອງທຸກໆຄົນທີ່ເຂົ້າໄປໃນຕຶກອະພາດເມັ້ນ ແລະມີລົດຕໍາ
ຫລວດຈອດ ປະຈໍາການຢູ່ທຸກໆແຈ ອ້ອມຂ້າງຕຶກ.

ຈີນໄດ້ພະຍາຍາມກົດດັນ ໃຫ້ທົ່ວໂລກລວມຕົວກັນ ສະ​ແດງ​ການ​ຄັດຄ້ານພິທີມອບລາງວັນ
ໂນ​ແບ​ລທີ່ນະຄອນອອສໂລ ໃນວັນສຸກມື້ນີ້. ມາ​ຮອດປັດຈຸບັນນີ້ ມີ 18 ປະເທດ ທີ່ບໍ່ຮັບຄໍາ
ເຊື້ອເຊີນ ​ແລະມີປະມານ 45 ປະເທດ ທີ່​ໄດ້ຕົກລົງຈະເຂົ້າຮ່ວມໃນພິທີດັ່ງກ່າວ.

ສ່ວນສະຫະລັດ ກ່າວ​ໃນວັນພະຫັດວານນີ້ວ່າ ເອກອັກຄະລັດຖະທູດສະຫະລັດປະຈໍານໍຣ໌​ເວ
ທ່ານ Barry White ຈະເຂົ້າຮ່ວມໃນພິທີ ຊຶ່ງພ້ອມດຽວກັນນີ້ ທາງທໍານຽບຂາວກໍຍັງກ່າວ
ຊໍ້າອີກ ຄໍາຮຽກຮ້ອງໃຫ້ຈີນຈົ່ງປ່ອຍຕົວນາຍ ຫລິວ ຊ່ຽວໂບ ນັ້ນ.

XS
SM
MD
LG