ໃນພິທີມອບລາງວັນໃນວັນສຸກວານນີ້ທີ່ກຸງອອສໂລ ປະເທດ
ນໍເວ ລາງວັນໂນແບລຂະແໜງສັນຕິພາບປະຈໍາປີນີ້ ໄດ້ຖືກ
ວາງໃສ່ຕັ່ງອີ້ໜ່ວຍນຶ່ງ ຊຶ່ງສົມມຸດວ່າເປັນບ່ອນນັ່ງຂອງທ່ານ
Liu Xiaobo ຜູ້ຄັດຄ້ານລັດຖະບານຈີນ ທີ່ບໍ່ໄດ້ມາຮ່ວມນໍາ
ເພາະຜູ້ກ່ຽວຍັງຖືກກັກຂັງຢູ່ໃນຄຸກ ໃນກຸງປັກກິງນັ້ນຢູ່.
ທ່ານ Liu ໄດ້ຮັບການຕົບມືຊົມເຊີຍຢ່າງຄຶກຄື້ນໃນຂະນະ ທີ່ມີການມອບລາງວັນເປັນເງິນຈໍານວນ 1 ລ້ານ 4 ແສນ ໂດລາໃຫ້ຜູ້ກ່ຽວ ໃນອັນທີ່ຄະນະກໍາມະການມອບລາງວັນເອີ້ນວ່າ ການເສຍສະລະຂອງທ່ານ Liu Xiaobo ໃນດ້ານສິດທິມະນຸດ ປະຊາທິປະໄຕແລະສັນຕິພາບນັ້ນ.
ໃນຖ້ອຍຖະແຫລງໃນລະຫວ່າງການທໍາພິທີນັ້ນ ທ່ານThorbjoem Jagland ປະທານ
ຄະນະກໍາມາທິການມອບລາງວັນໂນແບລປະຈໍາປີ 2010 ກ່າວວ່າທ່ານ Liu ບໍ່ໄດ້ກະທໍາ
ສິ່ງໃດຜິດເລີຍ ແລະຈະຕ້ອງຖືກປ່ອຍໂຕເປັນອິດສະລະ ອັນເປັນການຮຽກຮ້ອງທີ່ໄດ້ຮັບ
ການສະໜັບສະໜຸນໂດຍປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ ທີ່ໄດ້ຮັບລາງ
ວັນໂນແບລປະຈໍາປີແລ້ວນີ້.
ຈີນໄດ້ເອີ້ນການມອບລາງວັນດັ່ງກ່າວວ່າ ເປັນລະຄອນການເມືອງອິງຕາມຄວາມຂີ້ຕົວະ
ແລະໄດ້ກີດກັນບໍ່ໃຫ້ໂທລະພາບສາຍພາບຂອງການມອບພິທີດັ່ງກ່າວໃຫ້ປະຊາຊົນໄດ້ຊົມ ໄດ້ເຫັນ.
ທ່ານ Liu Xiaobo ວັຍ 54 ປີກໍາລັງຮັບໃຊ້ໂທດຈໍາຄຸກເປັນເວລາ 11 ປີໃນຈີນໃນຂໍ້ຫາ
ທໍາການຫາທາງໂຄ່ນລົ້ມລັດຖະບານ ຊຶ່ງຜູ້ກ່ຽວໄດ້ພົວພັນຢ່າງໃກ້ຊິດກັບການເດີນຂະບວນ
ປະທ້ວງເພື່ອປະຊາທິປະໄຕທີ່ຈັດຕຸລົດ Tiamen ໃນປີ 1989 ໃນກຸງປັກກິງແລະໃນຫວ່າງ
ໄວໆມານີ້ ໄດ້ສະໜັບສະໜຸນຂະບວນການກົດບັດ 08 ຫລື ‘Charter 08” ທີ່ຮຽກຮ້ອງ
ໃຫ້ມີການປະຕິຮູບດ້ານການເມືອງໃນຈີນນັ້ນ.