ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນກ່າວວ່າຈະ ບໍ່ມີຜູ້ໃດຈະຊະນະສົງຄາມການຄ້າ


ລັດຖະມົນຕີກະຊວງການຄ້າ ຈີນ ທ່ານ ຊົງ ຊານ ເຂົ້າຮ່ວມ
ໃນກອງປະຊຸມຖະແຫຼງຂ່າວ ຂອງກອງປະຊຸມສະພາ ໃນ
ນະຄອນຫຼວງ ປັກກິ່ງ, ຈີນ. 11 ມີນາ, 2018.
ລັດຖະມົນຕີກະຊວງການຄ້າ ຈີນ ທ່ານ ຊົງ ຊານ ເຂົ້າຮ່ວມ ໃນກອງປະຊຸມຖະແຫຼງຂ່າວ ຂອງກອງປະຊຸມສະພາ ໃນ ນະຄອນຫຼວງ ປັກກິ່ງ, ຈີນ. 11 ມີນາ, 2018.

ຈີນ ໄດ້ເວົ້າໃນວັນອາທິດມື້ນີ້ວ່າ ເຂົາເຈົ້າບໍ່ມີເຈຕະນາທີ່ຈະກໍ່ໃຫ້ເກີດສົງຄາມການຄ້າ
ກັບ ສະຫະລັດ ຍ້ອນວ່າ ການເຄື່ອນໄຫວດັ່ງກ່າວຈະເປັນຫາຍານະສຳລັບທົ່ວໂລກ.

ລັດຖະມົນຕີກະຊວງການຄ້າ ທ່ານ ຊົງ ຊານ "Zhong Shan" ໄດ້ກ່າວຢູ່ນອກກອງ
ປະຊຸມສະພາແຫ່ງຊາດປະຈຳປີຂອງ ຈີນ ວ່າ “ມັນບໍ່ມີຜູ້ໃດຊະນະສົງຄາມການຄ້າ.”

ທ່ານ ຊົງ ໄດ້ເວົ້າວ່າ “ຈີນ ບໍ່ປາຖະໜາທີ່ຈະຕໍ່ສູ້ໃນສົງຄາມການຄ້າ, ຫຼື ຈະເລີ່ມສົງຄາມ
ການຄ້າ, ແຕ່ພວກເຮົາກໍສາມາດຈະຮັບມືກັບທຸກໆສິ່ງທີ່ທ້າທາຍ ແລະ ຈະປ້ອງກັນຜົນ
ປະໂຫຍດຂອງປະເທດ ແລະ ປະຊາຊົນຂອງພວກເຮົາຢ່າງເດັດດ່ຽວ.”

ທ່ານ ທຣຳ ໄດ້ລົງນາມໃນຖະແຫຼງການວ່າດ້ວຍການເກັບພາສີ 25 ເປີເຊັນສຳລັບການ
ນຳເຂົ້າເຫຼັກກ້າ ແລະ ພາສີ 10 ເປີເຊັນໃນການນຳເຂົ້າອາລູມີນຽມເມື່ອວັນພະຫັດທີ່
ຜ່ານມາ, ພາສີໃໝ່ດັ່ງກ່າວຈະມີຜົນບັງຄັບໃຊ້ໃນເດືອນນີ້.

ບັນດາຜູ້ແທນການຄ້າຈາກ ຍີ່ປຸ່ນ ແລະ ສະຫະພາບ ຢູໂຣບ ໄດ້ພົບປະກັບຜູ້ແທນການ
ຄ້າ ສະຫະລັດ ໃນວັນເສົາວານນີ້ ໃນຄວາມພະຍາຍາມທີ່ຈະຫຼີກລ່ຽງສົງຄາມການຄ້າ
ກ່ຽວກັບ ພາສີ ອາລູມີນຽມ ແລະ ເຫຼັກກ້າໃໝ່ຂອງປະທານາທິບໍດີ ດໍໂນລ ທຣຳ.

ທີ່ກອງປະຊຸມໃນນະຄອນຫຼວງ ບຣັສໂຊລສ ປະເທດ ແບລຈຽມ ນັ້ນ, ຕົວແທນການຄ້າ
ສະຫະລັດ ທ່ານ ໂຣເບີດ ໄລໄຕເຊີ (Robert Lighthizer, ກຳມາທິການ ການຄ້າສະ
ຫະພາບ ຢູໂຣບ ທ່ານນາງ ເຊຊີເລຍ ມາມສຕຣອມ (Cecilia Malmstrom) ແລະ ຄູ່
ຮ່ວມຕຳແໜ່ງຈາກ ຍີ່ປຸ່ນ ທ່ານ ຮິໂຣຊິເກະ ເຊໂກະ ໄດ້ປຶກສາຫາລືກັນກ່ຽວກັບ ພາສີ
ນັ້ນ ວ່າເປັນຄວາມພະຍາຍາມສາມຝ່າຍ ເພື່ອຕໍ່ສູ້ກັບການປະຕິບັດທາງການຄ້າທີ່ບໍ່ຍຸ
ຕິທຳ.

ສະຫະພາບ ຢູໂຣບ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ ທັງລັດຖະບານ
ບຣັສໂຊລສ ແລະ ໂຕກຽວ ມີຄວາມເປັນຫ່ວງ ກ່ຽວກັບ ພາສີຂອງ ສະຫະລັດ. ມະຫາ
ອຳນາດທັງສອງ, ເຊິ່ງແມ່ນຄູ່ຮ່ວມການຄ້າທີ່ໃຫຍ່ທີ່ສຸດສອງປະເທດກັບ ສະຫະລັດ
ນັ້ນ, ໄດ້ຂໍຍົກເວັ້ນຈາກພາສີຕ່າງໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG