ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນແລະໄນຈີເຣຍສ້າງເຂດການຄ້າ ເສລີຮ່ວມກັນ


ຈີນ​ແລະ​ໄນ​ຈີ​ເຣຍກໍາລັງ​ຮ່ວມ​ກັນສ້າງ​ເຂດ​ການ​ຄ້າ​ເສລີ​ແຫ່ງ​ນຶ່ງ​ຂຶ້ນ​ ຊຶ່ງຈະ​ເປັນ​ນຶ່ງໃນ​ບັນດາ​ເຂດ​ການ​ຄ້າ​ເສລີ​ທີ່ໃຫຍ່​ທີ່​ສຸດ ​ໃນ​ທະວີບ​ອາຟຣິກາ​ ຢູ່ນະຄອນຫລວງ​ການ​ຄ້າ Lagos. ຜູ້​ສື່​ຂ່າວ​ວີ​ໂອ​ເອປະ​ຈໍາ​ອາຟຣິກາ​ຕາ​ເວັນ​ລາຍງານ​ວ່າ ພວກ​ບໍລິສັດ​ຈີນ​ຈະ​ໃຊ້​ສະຖານ​ທີ່​ແຫ່ງ​ນີ້ ເປັນບ່ອນ​ຜະລິດ​ສິນຄ້າ​ສົ່ງ​ອອກ​​ຈໍາໜ່າຍ​ ໃນ​ທົ່ວ​ທະວີບ​ອາຟຣິກາ​.

ຢູ່​ທີ່​ທາງ​ສົ້ນສຸດ​ຂອງ​ແຫລມ Lekki ​ໃນ​ນະຄອນ Lagos ນັ້ນ​ ໄນ​ຈີເຣຍ​ແລະ​ຈີນ​ກໍາລັງ​ສ້າງ​ເຂດ​ການ​ຄ້າເສລີຂຶ້ນ ໃນ​ເນື້ອ​ທີ່ 16 ພັນ​ເຮັກຕາ​ ເພື່ອ​ພັດທະນການ​ຜະລິດ​ສິນຄ້າ​ໃນ​ທ້ອງ​ຖິ່ນແລະ​ລົດ​ຜ່ອນ​ການ​ກາງ​ຕໍ່ຂອງໄນ​ຈີ​ເຣຍ​ນໍາສິນຄ້າ​ ອຸບປະ​ໂພ​ກບໍລິ​ໂພ​ກ ທີ່​ນໍາ​ເຂົ້າຈາກ​ຕ່າງປະ​ເທດ​ນັ້ນ.

ເຂດ​ການ​ຄ້າ​ເສລີ​ແຫ່ງ​ນີ້​ແມ່ນ​ນຶ່ງ​ໃນ​ບັນດາ​ຂົງ​ເຂດ​ທີ່​ກໍາລັງ​ ເຕີບ​ໂຕ​ຂຶ້ນໄວ​ທີ່​ສຸດ​ໃນ​ລັດ Lagos ​ແລະ​ໃນ​ອີກ​ບໍ່​ດົນ​ນີ້ ກໍ​ຈະ​ມີ​ທ່າ​ກໍາ​ປັ່ນ​ນໍ້າເລິກ​ແຫ່ງ​ໃໝ່ ພ້ອມ​ທັງ​ສະໜາມ​ບິນ​ນາໆຊາດ​ ແລະ​ໂຮງ​ແຮມ​ໃໝ່ຫລາຍຫລັງ ອັນ​ເປັນ​ການ​ລົງທຶນ​ຮ່ວມ​ກັນ​ໃນ​ສັດສ່ວນ 60-40 ​ເປີ​ເຊັນ ລະຫວ່າງ​ລັດຖະບານ​ຈີນ​ແລະລັດ Lagos.

ທ່ານ Adeyemo Thompson ຮອງ​ຜູ້​ອໍານວຍ​ການ​ຝ່າຍຈັດການຂອງ​ບໍລິສັດ​ພັດທະນາ ເຂດ​ການ​ຄ້າເສລີ ​Lekki ກ່າວ​ວ່າ ການ​ກໍ່ສ້າງກໍາລັງດໍາ​ເນີນ​ໄປຕາມ​ກໍານົດ​ເວລາ​ ສໍາລັບ​ພວກ​ຖື​ຮຸ້ນ​ຈີນ​ທີ່​ຮວມທັງ​ບໍລິສັດ​ກໍ່ສ້າງ​ທາງ​ລົດໄຟ​ຈີນ ​ແລະ​ກອງ​ທຶນ​ພັດທະນາ​ລະຫວ່າງ ​ຈີນ- ອາ​ຟຣິກາ ຊຶ່ງ​ທ່ານ Thompson ກ່າວ​ຊີ້​ແຈງ​ວ່າ:

“ອີງ​ຕາມ​ແຜນ​ແມ່​ແບບ​ແລະ​ການຄາດ​ຄະ​ເນ​ຕ່າງໆ​ ທີ່​ພວກ​ເຮົາ​ໄດ້ຕັ້ງ​ໄວ້​ນັ້ນ ຂ້າ ພະ​ເຈົ້າຄິດ​ວ່າ ຂັ້ນ​ທໍາ​ອິດ​ຂອງ​ເຂດ​ການ​ຄ້າ​ເສຣີນີ້ ຄື​ເຂດພື້ນ​ທີ່ 3,000 ​ເຮັກ​ຕ້າ ນັ້ນ ຄົງ​ຈະ​ມີ​ງົບ​ລົງທຶນເກືອບ​ຮອດ 5,000 ​ລ້ານ​ໂດ​ລາ ຊຶ່ງໂຮ​ມທັງ​ໂຄງ​ລ່າງ​ພື້ນຖານ​ທີ່​ເຮົາ​ຈະ​ສ້າງ​ຢູ່​ເທິງ​ໜ້າ​ດິນ ຖະໜົນ​ຫົນທາງ ​ໂຮງ​ໄຟຟ້າ ​ໂຮງ​ກັ່ນກອງ​ ນໍ້າ.”

ວິ​ກິດ​ການ​ການ​ເງິນ​ຂອງ​ໂລກ​ໄດ້​ສົ່ງ​ຜົນ​ໃຫ້​ຄວາມ​ຮຽກຮ້ອງ​ຕ້ອງການ​ສິນຄ້າ​ຂອງ​ຈີນ​ ຫລຸດ​ນ້ອຍລົງ​ຢູ່ໃນ​ສະຫະລັດ​ແລະ​ຢູ​ໂຣບ. ທ່ານ Thompson ກ່າວ​ວ່າ ​ເຂດ​ເສລີ​ການ​ຄ້າ​ໄນ​ຈີເຣຍຈະ​ອໍານວຍ​ໃຫ້​ພວກ​ບໍລິສັດ​ຈີນ​ ສາມາດເຂົ້າຫາ​ພວກ​ຕະຫລາດ​ໃນ​ອາ​ຟຣິກາ​ທີ່​ກໍາລັງ​ເຕີບໂຕ​ຂຶ້ນນັບ​ມື້ນັ້ນ​ ໄດ້​ຫລາຍ​ຂຶ້ນ ສໍາລັບ​ພວກ​ສິນຄ້າ​ອຸບປະ​ໂພ​ກບໍລິ​ໂພ​ກ ອຸບປະ​ກອນ​ໄຟຟ້າ​ ແລະຜະລິດ​ຕະພັນ​ດ້ານ​ອຸດສາຫະກໍາ. ທ່ານ Thompson ອະທິບາຍ​ຕື່ມວ່າ:

“ເຫດຜົນ​ສ່ວນ​ນຶ່ງ​ທີ່ວ່າ​ ເປັນ​ຫຍັງ​ເຂດ​ການ​ຄ້າ​ເສຣີ Lekki Free Zone ຈຶ່ງ​ເປັນ​ທີ່​ສົນ​ໃຈຫລາຍ​ສໍາລັບ​ພວກ​ບໍລິສັດ​ຈີນ ກໍ​ຍ້ອນ​ວ່າລັດຖະບານ​ຈີນ​ກໍາລັງ​ຊຸກຍູ້​ໃຫ້​ພວກ​ບໍລິສັດເຫລົ່າ​ນີ້ ທີ່​ກໍາລັງ​ປິດ​ກິດຈະການ​ລົງຢູ່​ໃນ​ຈີນ​ນັ້ນ​ ໃຫ້​ຍ້າຍ​ອອກໄປ​ຕ່າງປະ​ເທດ. ທາງລັດຖະບານຈີນ​ມີ​ງົບປະມານ​ຈັດໄວ້ຊ່ວຍ​ເຫລືອ​ພວກ​ບໍລິສັດເຫ​ລົ່ານີ້ ​ເພື່ອ​ໃຫ້​ກໍາລັງ​ໃຈ​ພວກ​ເຂົາ​ເຈົ້າ​ໃຫ້​ຍ້າຍອອກ​ຈາກ​ຈີນ ​ແລ້ວ​ເຂົ້າມາ​ຕັ້ງ​ໂຮງ​ຈັກ​ໂຮງງານ​ຢູ່ໃນ​ເຂດ​ອື່ນໆ​ຂອງ​ໂລກ. ພວກ​ເຮົາແມ່ນມີ​ຕະຫລາດ​ປະ​ເພດ​ນັ້ນ. ​ແລະ​ເວລາ​ນີ້​ ລັດຖະບານ​ໄນ​ຈີ​ເຣຍກໍ​ກໍາລັງ​ຊຸກຍູ້​ສົ່ງ​ເສີມ ​ໃຫ້​ພວກ​ນັກ​ລົງທຶນ​ທັງ ຫລາຍໄປ​ສໍາ​ຫລວດ​ເບິ່ງ​ປະ​ເທດ​ຈີນ ​ແລະ​ອາດ​ຕົກລົງຊື້​ໂຮງ​ຈັກ​ໂຮງງານເຫລົ່ານັ້ນ ທີ່​ປິດ​ກິດຈະການ​ໄປ​ແລ້ວ ​ໃນ​ລາຄາ​ທີ່​ອາດ​ຈະເທົ່າ​ກັບ​ພຽງ​ນຶ່ງ​ສ່ວນ​ສີ່​ຂອງລາຄາ​ ໂຕ​ຈິງ ​ແລະກໍ​ນໍາເຂົ້າ​ມາຍັງ​ເຂດ​ການ​ຄ້າ​ເສຣີທີ່ Lekki ນີ້ ​ຕັ້ງ​ບໍລິສັດ ຕັ້ງ​ໂຮງ ງານ​ຂຶ້ນ ແລ້ວຜະລິດພວກ​ສິນຄ້າ​ເຫລົ່າ​ນັ້ນ​ຂຶ້ນມາ ​ໂດຍ​ທີ່ເຂົາ​ເຈົ້າ​ຮູ້​ດີ​ວ່າ​ ​ເຂົາ​ເຈົ້າ​ມີ​ຕະຫລາດຮອງ​ຮັບ​ສິນຄ້າ​ເຫລົ່າ​ນັ້ນ ​ເຖິງ 100​ເປີ​ເຊັນ ຢູ່​ທີ່​ນີ້.”

ຜະລິດ​ຕະພັນ​ຕ່າງໆທີ່ໃຊ້ກັນ​ຢູ່​ໃນ​ໄນ​ຈີ​ເຣຍນັ້ນ ເກືອບ 90%​ ​ແມ່ນມາ​ຈາກ​ນອກປະ​ເທດ. ​ເຂດ​ການ​ຄ້າ​ເສລີ​ແຫ່ງນີ້​ຈະ​ອໍານວຍ​ໃຫ້​ປະຊາຊົ​ນໄນ​ຈີ​ເຣຍ ຊື້​ສິນຄ້າ​ຫລື​ຜະລິດ​ຕະພັນ​ແນວ​ດຽວ​ ກັນກັບທີ່ຜະລິດຢູ້​ໃນ​ຈີນໃນ​ປັດຈຸບັນ​ນີ້​ໄດ້​ຫລາຍ​ຢ່າງ ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ​ນໍາເຂົ້າປະ​ເທດ ໃນ​ຂະນະ​ດຽວ​ກັນ​ກໍຈະ​ສ້າງ​ໜ້າ​ວຽກໃຫ້ພວກ​ແຮງ​ງານ​ ໄນ​ຈີ​ເຣຍນໍາ.

ສ່ວນພວກ​ບໍລິສັດ​ຈີນ​ ກໍ​ແມ່ນຈະ​ມີ​ທາງ​ເຂົ້າ​ຫາ​ຕະຫລາດ​ໃນ​ອາ​ຟຣິກາ​ໄດ້​ໂດຍ​ກົງແລະ​ໂດຍ​ທັນທີ ແລະເສຍ​ຄ່າ​ຂົນ​ສົ່ງ​ຖືກ​ກວ່າ​ເກົ່າ​ຫລາຍ​ ສໍາລັບ​ສົ່ງ​ພວກ​ສິນຄ້າ​ ທີ່ມີ​ກາ "ຜະລິດ​ຫລື​ເຮັດ​ຢູ່​ໄນ​ຈີ​ເຣຍ” ຂອງ​ເຂົາ​ເຈົ້າ ​ໄປ​ຂາຍ​ໃນ​ທະວີບຢູ​ໂຣບນັ້ນ.

XS
SM
MD
LG