ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວຈີນພາກັນສະເຫລີມສະຫລອງປີໃໝ່ ດ້ວຍການຈູດກະໂພກ ແລະບັ້ງໄຟດອກ


ຊາວຈີນຈູດບູຊາບັນພະບູຮຸດ ໃນວັນປີໃໝ່ ຕາມປະເພນີ.
ຊາວຈີນຈູດບູຊາບັນພະບູຮຸດ ໃນວັນປີໃໝ່ ຕາມປະເພນີ.

ຈີນໄດ້​ເລີ້ມທໍາການສະເຫລີມສະຫລອງວັນ​ຂຶ້ນ​ປີໃໝ່ປີເຖາະ ດ້ວຍການຈູດບັ້ງ​ໄຟ​ດອກຢ່າງ ສວຍ​ງາມໃຫຍ່ໂຕ ແລະການ ເຕົ້າໂຮມພີ່ນ້ອງພ້ອງ​ມິດ. ນາຍົກລັດຖະມົນຕີຈີນ ທ່ານ ເຫວິນ ເຈ້ຍບາວ ​ໄດ້ບອກພວກປະຊາຊົນຈີນ ໃນສານປີໃໝ່ປະຈໍາປີຂອງທ່ານວ່າ ລັດຖະບານຈະຕໍ່ ສູ້ເພື່ອຄວບຄຸມສະພາວະເງິນເຟິ້ໃຫ້ໄດ້ ແລະກວາດລ້າງຜູ້ເກັງເອົາກໍາໄລຈາກ​ການ​ຄ້າຊັບສິນ ທີ່ດິນ ຊຶ່ງເປັນສອງ​ໃນບັນຫາໃຫຍ່ໆທີ່ປະເຊີນໜ້າປະເທດຊາດໃນ​ໄລ​ຍະ 12 ເດືອນຕໍ່ໜ້ານີ້.

ຊາວຈີນທົ່ວປະເທດພາກັນສະຫລອງປີໃໝ່ປີເຖາະດ້ວຍການ
ຈູດ​ກະ​ໂພ​ກ​ແລະບັ້ງ​ໄຟ​ດອກ ຢ່າງ​ຟົດ​ຟື້ນນອງນັນ ແລະມີ
ສີສັນຫລາກຫລາຍ ຊຶ່ງເປັນປະເພນີທີ່​ມີ​ມາ​ແຕ່ດຶກດໍາບັນ
ເພື່ອຂັບໄລ່ຜີສາງ ແລະ​ເພື່ອໃຫ້ນໍາ​ໂຊກ​ລາບມາ​ໃຫ້.

ພວກພີ່ນ້ອງໄດ້ມາເຕົ້າໂຮມກັນຢູ່ນອກບ້ານ ໃນຕອນທ່ຽງ
ຄືນຂອງວັນພຸດວານນີ້ ເພື່ອຈູດ​ແລະຊົມການ​ຈູດ​ກະ​ໂພ​ກ
ແລະ​ບັ້ງ​ໄຟ​ດອກ ​ຕ້ອນຮັບການ​ມາ​ເຖິງ​ຂອງປີໃໝ່ ແລະສະ
ແດງຄວາມຫວັງ ແລະຄວາມຢ້ານກົວຕ່າງໆ ຂອງ​ພວກ​ເຂົາ ​ເຈົ້າ ສໍາລັບ​ໄລຍະ 12 ເດືອນຕໍ່ໜ້ານີ້.

ການຈູດບັ້ງກະໂພກສະຫລອງກຸດຈີນ
ການຈູດບັ້ງກະໂພກສະຫລອງກຸດຈີນ

ນາງລີຢັງ ເຮັດວຽກຢູ່ໃນ Forbiden City
ຫລື​ເຂດ​ພະລາດ​ຊະ​ວັງ​ເກົ່າ ແລະໃຊ້ເວລາ
ໃນ​ຄືນ​ສົ່ງ​ທ້າຍ​ປີ​ເກົ່າ ຕ້ອນຮັບປີໃໝ່ຢູ່ກັບ
ຄອບຄົວຂອງລາວ ເຮັດຂະໜົມກິນກັນ
ຕາມປະເພນີ​ ກ່ອນຈະພາກັນອອກໄປເບິ່ງ ການຈູດບັ້ງກະໂພກນັ້ນ.

ນາງລີຢັງກ່າວວ່າ ນາງຫວັງວ່າຈະມີການ
ເຕີບໂຕທາງເສດຖະກິດທີ່ລາບລື່ນສໍາລັບ
ຄອບຄົວ ແລະປະເທດຊາດ ຂອງລາວ.

ນາງລີຢັງກ່າວອີກວ່າ ນາງເຊື່ອໃຈໃນລັດຖະບານ ຊຶ່ງນາງ​ເວົ້າ​ວ່າ ມີຄວາມສາມາດຈະນໍາພາ
ປະເທດຊາດກ້າວ​ເດີນໄປຂ້າງໜ້າ ແລະປັບປຸງຊີວິດຄວາມເປັນຢູ່ຂອງປະຊາຊົນຈີນໃຫ້ດີຂື້ນ.

ແຕ່ກໍບໍ່ແມ່ນວ່າທຸກໆຄົນຈະມອງເຫັນສະພາບ​ການໃນແງ່ດີ. ນາຍ ໝາ ຊົ່ງຮົວ ເປັນຄົນຂັບ
ແທ໊ກຊີ້ ທີ່ທໍາງານຂັບແທ໊ກຊີ້​ເພື່ອຫາເງິນໃນໄລຍະວັນພັກນີ້.

ຊາວຈີນໄຕ້ຫວັນພາກັນອອກທ່ຽວ ສະຫລອງປີໃໝ່ ທີ່ຕະຫລາດປີໃໝ່ ຢູ່ຖະໜົນ Dihua ໃນນະຄອນ ຫລວງໄຕເປ, ວັນທີ 2 ກຸມພາ 2011.
ຊາວຈີນໄຕ້ຫວັນພາກັນອອກທ່ຽວ ສະຫລອງປີໃໝ່ ທີ່ຕະຫລາດປີໃໝ່ ຢູ່ຖະໜົນ Dihua ໃນນະຄອນ ຫລວງໄຕເປ, ວັນທີ 2 ກຸມພາ 2011.

ນາຍ ໝາ ຊົ່ງຮົ່ວ ກ່າວວ່າ ມັນ
ເປັນການຍາກລໍາບາກຫລາຍຂຶ້ນ
ເລື້ອຍໆທີ່ຈະຫາ​ເງິນ​ມາ​ລ້ຽງ​ປາກ​
ລ້ຽງ​ທ້ອງ​ໃຫ້ກຸ້ມ​ໄປ​ຈົນຮອດ​ໝົດ​
ເດືອນໄດ້. ລາວຄິດວ່າ ເວລານີ້
ມັນແທບຈະເປັນໄປບໍ່ໄດ້ສໍາລັບ
ລາວເອງ ທີ່ຈະຫາເງິນໄດ້ຢ່າງ
ພຽງພໍ ເພື່ອຊື້ບ້ານຢູ່ອາໃສ
ເນຶ່ອງຈາກລາຄາບ້ານເຮືອນ ​ແພງເກີນໄປໂພດ.

ແຕ່ຄືກັບຊາວຈີນສ່ວນຫລາຍນັ້ນ
ນາຍໝາ ຊົ່ງຮົ່ວ ກໍ​ຫວັງ​ຢາກ​
ເຫັນສັງຄົມ​ແລະ​ປະ​ເທດ​ຊາດ ທີ່ຈະເຣີນຮຸ່ງເຮືອງ.

ປີຂານ ຫລືປີເສືອ ທີ່ຫາ​ກໍສິ້ນສຸດລົງໄປນັ້ນ ເປັນປີທີ່​ທັງ​ດີ​ແລະ​ບໍ່​ດີ ສໍາລັບປະ​ເທດຈີນ.

ການເຕີບໂຕທາງເສດຖະກິດທີ່ໜ້າປະ​ທັບໃຈ ຍັງ​ດໍາ​ເນີນສືບຕໍ່ມາ ​ ແຕ່ວ່າສະພາວະເງິນເຟີ້
ແລະລາຄາຊັບສິນ ທີ່ກໍາລັງຖີບຕົວສູງຂື້ນນັບມື້ນັ້ນ ​ໄດ້ ສ້າງຄວາມລໍາບາກຍາກແຄ້ນໃຫ້ແກ່ ຊາວຈີນຫລາຍໆຄົນ.

ນອກນີ້ແລ້ວ ການນັດປະທ້ວງຢຸດງານ ແລະຄ່າແຮງເພີ່ມສູງຂື້ນນັ້ນ ກໍໄດ້ສ້າງຄວາມສັ່ນສະ ເທືອນໃຫ້ແກ່ປະເທດຊາດ.

ຄືກັນກັບພວກຫາເລາະຊື້ເຄຶ່ອງຂອງໃນຕະຫລາດປີໃໝ່ນັ້ນ ລັດຖະບານຈີນກໍມີຄວາມເປັນ
ຫ່ວງເປັນໃຍຄື​ກັນ. ທ່ານ ເຫວີີນ ເຈ້ຍບ່າວ ນາຍົກລັດຖະມົນຕີຈີນກ່າວໃນສຸນທອນພົດ
ເນຶ່ອງໃນວັນດິຖີປີໃໝ່ນັ້ນວ່າ ລັດຖະບານຈະພະຍາຍາມຄວບຄຸມລາຄາເຄຶ່ອງອຸບປະໂພກ ບໍລິໂພກໃຫ້ທຸ່ນທ່ຽງ.

ແຕ່ທ່ານເຫວິນ ຍັງໄດ້ຕຸກເຕືອນພວກຊາວຈີນທັງຫລາຍວ່າ ພວກເຂົາເຈົ້າ ແມ່ນຈະຕ້ອງ
ໄດ້ຈັດການກັບບັນຫາທີ່ຫຍຸ້ງ​ຍາກ​ຫລາຍ​ສິ່ງ​ຫລາຍ​ປະການ ໃນປີຕໍ່ໜ້າ.

ໃນປະເທດຈີນ ເຖິງແມ່ນຈະມີ​ຄໍາ​ເຕືອນ​ດັ່ງກ່າວ​ນີ້ກໍຕາມ ປະຊາຊົນສ່ວນໃຫຍ່ກໍກໍາລັງ
ສວາຍໂອກາດໃນວັນພັກຍາວສຸດສັບປະດາ ເພື່ອໃຊ້ເວລາ ຢູ່ກັບພວກຄົນທີ່ຮັກແພງຂອງ
ຕົນ ເບິ່ງການຈູດກະໂພກ​ແລະ​ບັ້ງ​ໄຟ​ດອກ ແລະຫວັງໃຫ້ມີ ສັນຕິພາບແລະຄວາມຈະເຣີນ ຮຸ່ງເຮືອງໃນປີເຖາະປີນີ້.

// ສຽງຮ້ອງໂຮວ່າ “ສຸກສັນວັນປີໃໝ່” ຂອງພວກຊາວໜຸ່ມຈີນ //

ຊາວຫວຽດນາມສະຫລອງປີໃໝ່ 2011 ທີ່ລັດເວີຈີເນຍ ໃນສະຫະລັດ.
ຊາວຫວຽດນາມສະຫລອງປີໃໝ່ 2011 ທີ່ລັດເວີຈີເນຍ ໃນສະຫະລັດ.

ນອກຈາກ​ປະ​ເທດ​ຈີນ ເກົາຫລີໃຕ້ ສິງຄະໂປ
ອິນໂດເນເຊຍ ແລະ ຫວຽດນາມ ກໍພາກັນ
ສະເຫລີມສະຫລອງ ຕ້ອນຮັບປີໃໝ່ໃນອາ
ທິດນີ້ເຊັ່ນກັນ. ທຸລະກິດຕ່າງໆໃນປະເທດ
ເຫລົ່ານີ້ ສ່ວນໃຫຍ່ໄດ້ປິດລົງແລະພວກພີ່ໆ
ນ້ອງໆໄດ້ພົບປະຊຸມແຊວກິນເຂົ້າສັງສັນກັນ ຕາມປະເພນີ.

XS
SM
MD
LG