ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ຈີນ ເປີດຖານທັບໃໝ່ ໃນປະເທດ ຈີບູຕີ


ເຈົ້າໜ້າທີ່ກອງທັບປົດປ່ອຍປະຊາຊົນ ຈີນ ເຂົ້າຮ່ວມໃນພິທີ ເປີດຖານທັບໃໝ່ຂອງ ຈີນ ໃນປະເທດ ຈີບູຕີ. 1 ສິງຫາ, 2017.
ເຈົ້າໜ້າທີ່ກອງທັບປົດປ່ອຍປະຊາຊົນ ຈີນ ເຂົ້າຮ່ວມໃນພິທີ ເປີດຖານທັບໃໝ່ຂອງ ຈີນ ໃນປະເທດ ຈີບູຕີ. 1 ສິງຫາ, 2017.

ຖານທັບ ແລະ ສາງ​ເກັບ​ເຄື່ອງທະຫານແຫ່ງໃໝ່ຂອງ ຈີນ ໃນປະເທດ ຈີບູຕີ ໄດ້ເຮັດ
ໃຫ້ມະຫາອຳນາດຕ່າງປະເທດອື່ນໆ ມີຄວາມເປັນຫ່ວງ, ແຕ່ບັນດາຜູ້ສັງເກດການເຊື່ອ
ວ່າ ແຜນຍຸດທະສາດຂອງ ຈີນ ຢູ່ໃນພາກພື້ນແມ່ນກ່ຽວກັບ ການເຕີບໂຕທາງເສດຖະ
ກິດຫຼາຍກວ່າອຳນາດທາງທະຫານ.

ຫຼັງຈາກຫຼາຍເດືອນແຫ່ງການລໍຄອຍ ນັບຕັ້ງແຕ່ໄດ້ມີ​ການປະກາດແຜນການ​ ​ໃນ​ການ
ຕັ້ງຖານທັບໃນຕ່າງປະເທດແຫ່ງທຳອິດຂອງເຂົາ ເຈົ້ານັ້ນ, ຈີນ ກໍໄດ້ເປີດສິ່ງທີ່ພວກ
ເຂົາເຈົ້າເອີ້ນວ່າ ສາງເກັບເຄື່ອງໃນວັນທີ 1 ສິງຫາທີ່ຜ່ານມາ. ຖານທັບດັ່ງກ່າວຈະຖືກ
ໃຊ້ສ່ວນໃຫຍ່ເພື່ອເຕີມສິນຄ້າໃໝ່ໃຫ້ກຳປັ່ນທີ່ເດີນທາງຜ່ານອ່າວ Aden ແລະ ທະເລ
ແດງ ແລະ ສະໜັບສະໜູນການປະຕິບັດການດ້ານມະນຸດສະທຳ ແລະ ຮັກສາສັນຕິ
ພາບໃນອາຟຣິກາຕາເວັນອອກ, ອີງຕາມການຖະແຫຼງຂອງ ຈີນ.

ແນວໃດກໍຕາມ, ຮູບພາບຈາກດາວທຽມ ໄດ້ນຳໄປສູ່ການພິຈາລະນາ ກ່ຽວກັບ ພື້ນທີ່
ໃຕ້ດິນທີ່ກວ້າງຂວາງ ບ່ອນທີ່ອຸປະກອນທີ່ບໍ່ສາມາດເຫັນໄດ້ຖືກຕິດຕັ້ງຢູ່, ແລະ ສະ
ຖານທີ່ດັ່ງກ່າວອາດຈະປ່ຽນແປງຄວາມດຸ່ນດ່ຽງຂອງອຳນາດຢູ່ໃນພາກພື້ນ.

ທ່ານນາງ Janet Eom, ນັກຄົ້ນຄວ້າ ຂອງ​ສະ​ຖາ​ບັນການສຶກສາ ກ່ຽວກັບ ສາກົນລະ
ດັບສູງ, ໂຄງການຄົ້ນຄວ້າ ກ່ຽວກັບ ຈີນ ແລະ ອາຟຣິກາ ທີ່ມະຫາວິທະຍາໄລ John
Hopkins ໄດ້ກ່າວວ່າ ຖານທັບດັ່ງກ່າວ ແມ່ນສ່ວນໜຶ່ງໃນແຜນການຂອງ ຈີນ ທີ່ຈະ
ຂະຫຍາຍໂຄງການໜຶ່ງແລວທາງ, ໜຶ່ງເສັ້ນທາງຂອງເຂົາເຈົ້າ, ເປັນແຜນການໜຶ່ງພັນ
ຕື້ໂດລາ ທີ່ຈະເຊື່ອມຕໍ່ ຈີນ ກັບ 68 ປະເທດໃນ ອາຟຣິກາ, ເອເຊຍ ແລະ ຢູໂຣບ ຜ່ານ
ຂໍ້ຕົກລົງການຄ້າ ແລະ ໂຄງການພື້ນຖານໂຄງລ່າງ. ຂໍ້ລິເລີ່ມດັ່ງກ່າວໄດ້ຖືກປະກາດ
ຂຶ້ນໃນປີ 2013 ທີ່ຜ່ານມາ ແລະ ລວມທັງການມີໜ້າຂອງ ຈີນ ຢູ່ບໍລິເວນຊາຍຝັ່ງພາກ
ຕາເວັນອອກຂອງ ອາຟຣິກາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG