ຈີນກ່າວວ່າ ໃນໄວໆນີ້ ກອງທັບເຮືອຂອງຕົນຈະເລີ່ມທຳການຊ້ອມລົບໃນເຂດກໍ້າຕາເວັນຕົກ
ຂອງມະຫາສະມຸດປາຊີຟິກຊຶ່ງເປັນການເຄື່ອນໄຫວທີ່ອາດຈະເພີ່ມຄວາມບໍ່ສະບາຍໃຈໃຫ້ແກ່
ເພື່ອນບ້ານບາງປະເທດ.
ການຊ້ອມລົບທີ່ວ່ານີ້ ມີຂຶ້ນທ່າມກາງການອ້າງເອົາກຳມະສິດຢ່າງແຂງຂັນເພີ່ມຂຶ້ນຂອງຈີນໃນ
ເຂດທະເລຈີນໃຕ້ແລະທະເລຈີນຕາເວັນອອກ ແລະພຽງນຶ່ງອາທິດຫຼັງຈາກປະທານາທິບໍດີສະ
ຫະຣັດທ່ານບາຣັກໂອບາມາໄດ້ປະກາດກ່ຽວກັບແຜນການທີ່ຈະສົ່ງທະຫານມາຣີນຂອງສະຫະ ລັດໄປປະຈຳການຢູ່ໃນເຂດພາກເໜືອຂອງອອສເຕຣເລຍ.
ໃນຖະແຫຼງການສະບັບນຶ່ງທີ່ນຳອອກເຜີຍແຜ່ໃນຕອນແລງຂອງວັນພຸດວານນີ້ ກະຊວງປ້ອງ
ກັນປະເທດຂອງຈີນກ່າວວ່າ ການຊ້ອມລົບຈະເລີ່ມຂຶ້ນກ່ອນທ້າຍເດືອນນີ້.
ຖະແຫຼງການເວົ້າວ່າການຊ້ອມລົບດັ່ງກ່າວຈະຢຶດໝັ້ນຕາມກົດໝາຍແລະການປະຕິບັດຕ່າງໆ
ທີ່ກ່ຽວຂ້ອງຂອງສາກົນແລະບໍ່ໄດ້ແນເປົ້າໝາຍໃສ່ປະເທດໃດປະເທດນຶ່ງໂດຍສະເພາະ.
ນອກນັ້ນແລ້ວ ຖະແຫຼງການຍັງເວົ້າວ່າ ສິດທິທີ່ຖືກຕ້ອງຕາມກົດໝາຍຂອງຈີນຮວມທັງການ ເດີນເຮືອຢ່າງເສລີໃນເຂດທະເລທີ່ກ່ຽວຂ້ອງບໍ່ຄວນຈະໄດ້ຮັບການຂັດຂວາງ.
ຈີນໄດ້ເສີມສ້າງແສນຍານຸພາບທາງທະເລຂອງຕົນຮວມທັງການນຳໃຊ້ທົດລອງກຳປັ່ນບັນທຸກ
ເຮືອບິນລຳທຳອິດໃນປີນີ້.