ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະພາ ແຫ່ງຊາດຈີນ ເລືອກເອົາ ທ່ານ Li Keqiang ເປັນ ນາຍົກ (ສະໄລດ໌/ວີດີໂອ)


ທ່ານ Li Keqiang ເຂົ້າຮ່ວມປະຊຸມ ສະພາປະຊາຊົນແຫ່ງຊາດ
ຫລັງຈາກໄດ້ຖືກເລືອກ ໃຫ້ເປັນນາຍົກລັດຖະມົນຕີ
ທ່ານ Li Keqiang ເຂົ້າຮ່ວມປະຊຸມ ສະພາປະຊາຊົນແຫ່ງຊາດ ຫລັງຈາກໄດ້ຖືກເລືອກ ໃຫ້ເປັນນາຍົກລັດຖະມົນຕີ
ສະພາ​ແຫ່ງ​ຊາດ​ຈີນ ​ໄດ້​ເລືອກ​ເອົາ ທ່ານ Li Keqiang ​ເປັນນາ
ຍົກລັດຖະມົນຕີ ​ໃນ​ຂະນະ​ທີ່ພັກ​ຄອມ​ມິ​ວນິສ​ຈີນ ​ໃກ້ຈະ​ສີ້​ນສຸດ
ຂັ້ນຕອນ​ສຸດ​ທ້າຍ ​ໃນ​ການ​ໂອນອໍານາດ​ ຊຶ່ງ​ມີ​ຂຶ້ນທົດ​ສະ​ວັດ​ລະ
ນຶ່ງເທື່ອ​ນັ້ນ.

ດັ່ງ​ທີ່​ໄດ້​ຄາດໝາຍ​ໄວ້​ນັ້ນ ສະພາ​ປະຊາ​ຊົນ​ແຫ່ງ​ຊາດ ​ໃນ​ວັນ​ສຸກ​
ມື້​ນີ້ ​ເກືອບມີ ຄະ​ແນນ​ສຽງ​ຢ່າງ​ເປັນ​ເອກ​ກະສັນ ​ໄດ້ພາກັນ​ເລືອກ​
ເອົາ ທ່ານ Li ຜູ້​ທີ່​ປາກ​ພາສາ​ອັງກິດ​ໄດ້ ເຂົ້າຮັບ​ໜ້າ​ທີ່ແທນ​ທ່ານ
Wen Jiabao. ທ່ານ Li ອາຍຸ 57 ປີ​ຈະ​ເປັນ​ຜູ້​ຮັບຜິດຊອບ ​ໃນບໍ
ລິຫານ​ງານເສດຖະກິດຂອງ​ຈີນ ​ແລະ​ເປັນ​ຜູ້​ນໍາພາລັດຖະບານ ​ໃນແຕ່​ລະ​ວັນ.

ສະພາປະຊາຊົນ​ແຫ່ງ​ຊາດ ​ແມ່ນ​ໄດ້ສະທ້ອນໃຫ້​ເຫັນ​ ເຖິງ​ການ​ຕັດສິນ​ໃຈ​ໃຫ້ ຄວາມ​ສະໜັບ​ສະ​ໜຸນຂອງ​ພັກ​ຄອມມິ​ວນິສທີ່​ໄດ້ເລືອກ​ເອົາ​ທ່ານ Xi Jinping ​ເປັນ​ປະທານ​ປະ​ເທດ ​ໃນ​ວັນ​ກ່ອນ ຊຶ່ງ​ເປັນ​ພິທີການ​ ທີ່​ສໍາ​ເລັດ​ເສັດ​ສິ້ນ ການ​ກ້າວ​ຂື້ນສູ່​ຕໍາ​ແໜ່​ງ ການ​ເປັນ​ຜູ້​ນໍາສູງ​ສຸດຂອງ​ຈີນນັ້ນ.


ນັບ​ຕັ້ງ​ແຕ່​ໄດ້​ຮັບ​ຕໍາ​ແໜ່ງສູງ​ສຸດຂອງ​ພັກ ຢູ່​ໃນກອງ​ປ​ະຊຸມ​ຫຼວງຂອງ​ພັກ​ເມື່ອ ເດືອນ​ພະຈິກປີ​ກາຍ ບຸກຄົນທັງ​ສອງ​ໄດ້​ໃຫ້​ຄໍາໝັ້ນ​ສັນ​ຍາ​ ທີ່​ຈະ​ປັບປຸງ​ເສດຖະ ກິດ​ຂອງ​ຈີນ ຫລຸດຜ່ອນ​ສະພາບ​ແວດ​ລ້ອມ​ທີ່​ເປື້ອນ​ເປິ ​ແລະ​ປາບ​ປາມການ​ສໍ້​ລາດ​ບັງ​ຫລວງທີ່​ມີ​ຢູ່​ຢ່າງ​ແຜ່​ກວ້າງ. ເປັນ​ທີ່​ຄາດ​ວ່າ​ ຜູ້ນຳ​ຂອງ​ຈີນ​ທັງ​ສອງຈະ​ ຢູ່​ໃນ​ໜ້າ​ທີ່​ການ​ຂອງ​ພວກ​ທ່ານ ໃນໄລຍະ 10 ປີຂ້າງ​ໜ້າ.

China Politics
please wait
Embed

No media source currently available

0:00 0:00:36 0:00

ກ່ຽວຂ້ອງກັນ

XS
SM
MD
LG