ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຈີນແຕ່ງຕັ້ງ ອະດີດຫົວໜ້າຮັກສາຄວາມປອດໄພ ແຂວງຊິນຈຽງ ເປັນຜູ້ນຳພັກຄອມມິວນິສຄົນໃໝ່ ຢູ່ທິເບດ


ຜູ້ຊາຍທິເບດ ຄົນນຶ່ງນັ່ງຢູ່ໃກ້ຝາ ທີີ່ມີທຸງຊາດຈີນ ຢູ່ຫ້ອງການຂ່າວຂອງລັດຖະບານ ໃນນະຄອນຫຼວງປັກກິ່ງ.
ຜູ້ຊາຍທິເບດ ຄົນນຶ່ງນັ່ງຢູ່ໃກ້ຝາ ທີີ່ມີທຸງຊາດຈີນ ຢູ່ຫ້ອງການຂ່າວຂອງລັດຖະບານ ໃນນະຄອນຫຼວງປັກກິ່ງ.

ອົງການຂ່າວຂອງລັດຖະບານຈີນ ກ່າວວ່າ ເຈົ້າໜ້າທີ່ຂັ້ນສູງຄົນນຶ່ງ ທີ່ຖືກລົງໂທດໂດຍ
ປະເທດຕາເວັນຕົກ ໃນຂໍ້ກ່າວຫາລະເມີດສິດທິມະນຸດ ຢູ່ແຂວງຊິນຈຽງ (Xinjiang) ທາງ
ພາກຕາເວັນຕົກສຽງເໜືອຂອງປະເທດ ໄດ້ຖືກເລືອກ ໂດຍພັກຄອມມິວນິສ ໃຫ້ໄປເປັນ
ຜູ້ຮັບຜິດຊອບຢູ່ທິເບດ.

ທ່ານຫວັງ ຈຸນເຊັງ (Wang Junzheng) ຈະໄປຮັບໜ້າທີ່ ໃນທິເບດ ຫຼັງຈາກ ຮັບໃຊ້ເປັນ
ຮອງເລຂາພັກ ແລະຫົວໜ້າດ້ານຄວາມປອດໄພ ຢູ່ໃນເຂດຊິນຈຽງທີ່ສອກຫຼີກຫ່າງໄກ
ທາງພາກຕາເວັນຕົກສຽງເໜືອຂອງປະເທດ.

ທ່ານຫວັງ ອາຍຸ 58 ປີ ແມ່ນນຶ່ງໃນບັນດາພວກເຈົ້າໜ້າທີ່ຈີນຫຼາຍຄົນທີ່ຖືກລົງ ໂທດໂດຍ
ສະຫະລັດ ສະຫະພາບຢູໂຣບ ອັງກິດ ແລະການາດາ ຍ້ອນການ ລະເມີດສິດທິມະນຸດ
ຂອງພວກຊົນກຸ່ມນ້ອຍ ຊາວມຸສລິມເຜົ່າວີເກີຢູ່ໃນແຂວງ ຊີນຈຽງຂອງປະເທດຈີນ ຊຶ່ງການ
ເຄື່ອນໄຫວດັ່ງກ່າວເຮັດໃຫ້ຈີນທຳການຕອບ ໂຕ້ຄືນ.

ບັນດາພວກສະໜັບສະໜຸນດ້ານສິດທິມະນຸດ ກ່າວວ່າ ມີຊາວວີເກີປະມານ 1 ລ້ານຄົນ ກຳ
ລັງຖືກກັກໂຕຢູ່ໃນສູນຕ່າງໆ. ຈຳນວນນຶ່ງກ່າວຫາປັກກິ່ງວ່າ ທຳການທໍລະມານ ບັງຄັບໃຫ້
ເຮັດໝັນບໍ່ໃຫ້ມີລູກ ແລະບັງຄັບອອກແຮງງານ.

ຈີນຢືນຢັດວ່າ ການກະທຳຂອງຢູ່ແຂວງຊິນຈຽງ ແມ່ນເພື່ອຖອນຮາກຖອນເຫງົ້າ ພວກຫົວ
ຮຸນແຮງອິສລາມ. ປັກກິ່ງໄດ້ເຂົ້າຄວບຄຸມເຂດທິເບດ ຊຶ່ງປະຊາຊົນສ່ວນໃຫຍ່ນັບຖືສາ
ສາດສະໜາພຸດນັບແຕ່ປີ 1950 ເປັນຕົ້ນມາເວລາກຳລັງຂອງຈີນເຂົ້າໄປໃນຂົງເຂດດັ່ງ
ກ່າວ ພາຍໃຕ້ອັນທີ່ຈີນຮ້ອງວ່າ “ການປົດປ່ອຍແບບສັນຕິ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG