ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີິນ ຄິດຫາວິທີຕອບໂຕ້ ການກໍ່ການຮ້າຍ ຫຼັງຈາກຖືກພວກ IS ຂົ່ມຂູ່


ພະນັກງານສະຖານທູດ ຈີນ ກວດກາປ່ອງຢ້ຽມທີ່ແຕກຫັກ ຢູ່ສະຖານທູດ ຫຼັງຈາກເຫດການລະເບີດສະຫຼະຊີບໃນນະ
ຄອນຫຼວງ Bishkek, ປະເທດ Kyrgyzstan, 30 ສິງຫາ, 2016.
ພະນັກງານສະຖານທູດ ຈີນ ກວດກາປ່ອງຢ້ຽມທີ່ແຕກຫັກ ຢູ່ສະຖານທູດ ຫຼັງຈາກເຫດການລະເບີດສະຫຼະຊີບໃນນະ ຄອນຫຼວງ Bishkek, ປະເທດ Kyrgyzstan, 30 ສິງຫາ, 2016.

ກຸ່ມກໍ່ການຮ້າຍລັດອິສລາມ ໄດ້ເປີດເຜີຍວິດີໂອໃນຕົ້ນເດືອນນີ້ ຂົ່ມຂູ່ຢ່າງຊັດເຈນວ່າ ຈະທຳການໂຈມຕີຢູ່ໃນດິນແດນຂອງປະເທດ ຈີນ. ບັນດານັກວິເຄາະກ່າວວ່າ ໃນຂະນະ
ທີ່ ຈີນ ພະຍາຍາມທີ່ຈະຂະຫຍາຍອິດທິພົນໃນເອເຊຍກາງ, ຕາເວັນອອກກາງ ແລະ
ອາຟຣິກາ ນັ້ນ, ປະຊາຊົນຂອງພວກເຂົາເຈົ້າແມ່ນມີຄວາມສ່ຽງຢ່າງຍິ່ງຕໍ່ໄພຂົ່ມຂູ່ກໍ່ການ
ຮ້າຍ ແລະ ປັກກິ່ງ ຕ້ອງປັບຕົວກັບການຕອບໂຕ້ຂອງພວກເຂົາ.

ວິດີໂອຂອງພວກລັດອິສລາມໄດ້ສະແດງໃຫ້ເຫັນ ຊົນເຜົ່າ ວີເກີ ຂອງ ຈີນ ກຳລັງຕໍ່ສູ້ໃຫ້ ກັບກຸ່ມຫົວຮຸນແຮງ IS ໃນ ອີຣັກ. ພວກເຂົາຂົ່ມຂູ່ຈະກັບຄືນສູ່ບ້ານ ແລະ ຂ້າຄົນ “ໃຫ້ ເລືອດນອງແມ່ນ້ຳ.”

ນັກວິເຄາະ ທ່ານ Raffaello Pantucci ຈາກສະຖາບັນ Royal United Services
ຂອງ ອັງກິດ ກ່າວວ່າຂ່າວການໂຄສະນາຊວນເຊື່ອແມ່ນສ່ວນໜຶ່ງຂອງຄວາມພະຍາ ຍາມຂອງພວກລັດອິສລາມ ທີ່ພະຍາຍາມຈະຕໍ່ສູ້ຄືນເຖິງແມ່ນຈະຜ່າຍແພ້ຢ່າງໜັກໃນ
ອີຣັກ ແລະ ຊີເຣຍ ກໍຕາມ. ທ່ານໄດ້ກ່າວວ່າ “ຖ້າພວກເຂົາສາມາດເວົ້າວ່າພວກເຂົາ
ຈະຕໍ່ສູ້ໄປຂ້າງໜ້າແລ້ວ, ພວກເຂົາມີກຸ່ມຂອງຄົນພວກນີ້ຈາກທຸກຫົນແຫ່ງໃນໂລກ ຜູ້ທີ່ຕໍ່ສູ້ຢູ່ຄຽງຂ້າງພວກເຂົາ ທີ່ໃນທີ່ສຸດຈະກັບຄືນສູ່ບ້ານ ແລະ ເຮັດສິ່ງທີ່ໂຫດຮ້າຍ
ຕ່າງໆຢູ່ຫັ້ນ, ແລ້ວພວກທ່ານກໍຈະບັນລະຍາຍເຫດການທີ່ມີຄວາມຮຸນແຮງກວ່າ
ແລະ ນັ້ນເປັນສິ່ງທີ່ກຸ່ມດັ່ງກ່າວຢາກຈະເຜີຍແຜ່.”

ວິດີໂອທີ່ວ່າໄດ້ເຮັດໃຫ້ສຳນຶກເຫັນການປະຫັດປະຫານໂດຍ ປັກກິ່ງ ຕໍ່ຊົນເຜົ່າມຸສລິມ
ກຸ່ມນ້ອຍ ວີເກີ ໃນແຂວງ Xinjiang ທີ່ຕັ້ງຢູ່ພາກຕາເວັນຕົກຂອງປະເທດ. ຈີນ ຄວບຄຸມ
ການເຂົ້າເຖິງພາກພື້ນດັ່ງກ່າວຢ່າງເຄັ່ງຄັດ ແລະ ໄດ້ຢືນຢັນໃນລາຍງານຫຼາຍສະບັບ
ວ່າ ການໂຈມຕີໃສ່ສະຖານທີ່ດັ່ງກ່າວແມ່ນເກີດຂຶ້ນໄດ້ຍາກ, ອີງຕາມທ່ານ Pantucci.

ທ່ານ Pantucci ໄດ້ກ່າວວ່າ “ໃນປີນີ້ ມາຮອດດຽວນີ້ມີການໂຈມຕີທີ່ສາມາດເກີດຂຶ້ນ
ໄດ້ຢ່າງໜ້ອຍສອງຄັ້ງ ແລະ ໄດ້ມີເຫດການຜິດປົກກະຕິອື່ນໆຈຳນວນໜຶ່ງເກີດຂຶ້ນ.
ແລະ ພວກເຮົາກໍໄດ້ເຫັນຜູ້ປົກຄອງແຂວງ Xinjiang ທຳການຫ້າມຈັດກິດຈະກຳ
ຕ່າງໆຢ່າງໜັກ ແລະ ໄດ້ເພີ່ມການມີໜ້າຮັກສາຄວາມປອດໄພໃນພາກພື້ນຢ່າງ
ເຫັນໄດ້ຊັດ, ເຊິ່ງທັງໝົດນັ້ນໄດ້ເຮັດໃຫ້ຮູ້ວ່າ ຈີນ ແມ່ນເປັນຫ່ວງກ່ຽວກັບ ບັນຫາ
ຕ່າງໆທີ່ກ່ຽວພັນກັບລັດທິກໍ່ການຮ້າຍ ແລະ ລັດທິຫົວຮຸນແຮງຍິ່ງຂຶ້ນ, ແລະ ເຫັນ
ໄດ້ຢ່າງຊັດເຈນວ່າພວກ IS ແມ່ນສ່ວນໜຶ່ງຂອງພາບນັ້ນ.”

ພວກລັດອິສລາມອາດຈະເປັນສັດຕູໂດຍທົ່ວໄປ, ແຕ່ມັນກໍມີການປະສານງານກັນ ລະ
ຫວ່າງ ຈີນ ກັບພັນທະມິດທົ່ວໂລກທີ່ຕໍ່ສູ້ກັບກຸ່ມດັ່ງກ່າວຫຼາຍປານໃດ, ອີງຕາມການ ກ່າວຂອງທ່ານ Mathieu Duchatel ຈາກສະພາ ຢູໂຣບ ກ່ຽວກັບ ການພົວພັນຕ່າງ
ປະເທດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

China Mulls Response After Islamic State Terror Threat
please wait

No media source currently available

0:00 0:02:52 0:00

XS
SM
MD
LG