ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດດິນເຈື່ອນຄັ້ງໃໝ່ ຢູ່ຈີນ


ມີ 60 ກວ່າຄົນຫາຍສາບສູນ ຫຼັງຈາກໄດ້ເກີດຝົນຕົກໜັກ ເປັນເວລາຫຼາຍໆມື້ ທີ່ພາໃຫ້ ເກີດດິນເຈື່ອນຢູ່ໃນພາກຕາເວັນຕົກສຽງໃຕ້ຂອງຈີນ.

ເຈົ້າໜ້າທີ່ກ່າວວ່າ ດິນຖະຫຼົ່ມໄດ້ຕັດຂາດຖະໜົນຫົນທາງຫຼາຍເສັ້ນ ສາຍໄຟຟ້າ ແລະ ສາຍໂທລະສັບໄປຍັງເມືອງ PULADI ໃນແຂວງຢຸນນານ ຊຶ່ງເປັນບໍລິເວນພູຜາ ຕິດກັບ ຊາຍແດນປະເທດມຽນມາ.

ໄພທຳມະຊາດທີ່ແຂວງຢຸນນານໃນວັນພຸດມື້ນີ້ ແມ່ນໄພພິບັດທີ່ພົວພັນກັບດິນຟ້າ ອາກາດຄັ້ງລ່າສຸດຢູ່ຈີນ ໃນໄລຍະຫຼາຍໆເດືອນຜ່ານມາ. ມີຫລາຍກວ່າ 1,200 ຄົນ ເສຍຊີວິດ ໃນເຫດດິນຖະຫຼົ່ມຮ້າຍແຮງ ທີ່ເມືອງ ZHOUQU ໃນແຂວງ GANSU ເມື່ອສັບປະດາແລ້ວນີ້ ຂະນະທີ່ 400 ກວ່າຄົນ ຍັງຫາຍສາບສູນ.

ມີອີກ 15 ຄົນເສຍຊີວິດ ຫຼັງຈາກໄດ້ເກີດດິນເຈື່ອນທີ່ເມືອງ WENCHUAN ໃນແຂວງ SICHUAN ຢູ່ທາງພາກໃຕ້ຂອງຈີນ. ເມືອງ WENCHUAN ເປັນຈຸດສູນກາງຂອງ ແຜ່ນດິນໄຫວຂະໜາດແຮງ ​ເມື່ອປີ 2008 ທີ່ສົ່ງ​ຜົນໃຫ້ມີຜູ້ເສຍຊີວິດ ຫຼາຍກວ່າ 80,000 ຄົນ.

XS
SM
MD
LG