ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈີນສົ່ງ ຖານເຈາະນຳ້ມັນ ອັນທີສອງ ໄປໃກ້ ເຂດນ່ານນຳ້ ຂອງ ຫວຽດນາມ (ວີດີໂອ)


ເຮືອຍາມຝັ່ງຈີນ ຢູ່ໃກ້ບ່ອ່ນເຈາະນຳ້ມັນຈີນ ໃນທະເລຈີນໃຕ້
ເຮືອຍາມຝັ່ງຈີນ ຢູ່ໃກ້ບ່ອ່ນເຈາະນຳ້ມັນຈີນ ໃນທະເລຈີນໃຕ້
ຈີນ ກຳລັງ​ສົ່ງ​ຖານ​ເຈາະ​ນ້ຳມັນ​ອັນທີ​ສອງ ​ເຂົ້າ​ໃກ້​ກັບເຂດ
​ນ່ານ​ນ້ຳຂອງຫວຽດນາມ​ໃນອັນທີ່ປາກົດວ່າເປັນການ​ເພີ້ມ
ທະວີ​ ການ​ຂັດແຍ້ງ ກັບຮາ​ໂນ່ຍ ກ່ຽວກັບ​ການ​ສວຍໃຊ້ຊັບ
ພະ​ຍາກອນ ຢູ່​ໃນ​ທະ​ເລ​ຈີນ​ໃຕ້.

ອົງກາ​ນຄຸ້ມຄອງ​ຄວາມ​ປອດ​ໄພທາງທະເລຂອງ​ຈີນ ກ່າວ
ວ່າ ຖານເຈາະນ້ຳມັນ ທີ່ບໍລິຫານງານໂດຍບໍລິສັດລັດວິສາ
ຫະກິດນ້ຳມັນນອກຝັ່ງທະເລແຫ່ງຊາດຂອງ ຈີນ ຈະ​ໄປເຖິງ
​ພາກ​ໃຕ້​ ຂອງ​ເກາະ Hainan ຂອງຈີນ ໃນວັນສຸກມື້ນີ້.

ເຖິງແມ່ນ​ມັນ​ຍັງ​ບໍ່​ເປັນ​ທີ່​ແຈ່ມ​ແຈ້ງເທື່ອວ່າ ຖານ​ເຈາະ​ນຳ້
ມັນດັ່ງກ່າວ​ຈະຕິດ​ຕັ້ງ​ຢູ່ ເຂດ ນ່າ​ນນຳ້ທີ່ອ້າງເອົາກຳມະສິດໂດຍ ຫວຽດນາມ ຫລືບໍ່ ແຕ່
ການ​ເຄຶ່ອນ​ໄຫວ​ດັ່ງກ່າວ​ ແມ່ນ ມີທ່າທາງ ທີ່​ຈະ​ເຮັດ​ໃຫ້ຮາ​ໂນ່ຍເຫັນ​ວ່າ ​ເປັນການທ້າ
ທາຍເກາະ ຜິດໃນບັນຫາຂັດແຍ້ງທີ່ເພີ້ມທະວີຄວາມ​ຮ້າຍ​ແຮງຂຶ້ນ ​ໃນ​ເດືອນ​ແລ້ວ​ນີ້.

ການ​ຕິດ​ຕັ້ງ​ຖານ​ເຈາະ​ນຳ້ມັນ​ໃຫຍ່​ທີ່​ສຸດ​ຂອງປັກ​ກິ່ງ ​ໃນ​ເດືອນ​ພຶດສະພາຜ່ານມາ ​ໃກ້ໆ
ກັບໝູ່​ເກາະ​ Paracel ທີ່​ມີ​ການ​ໂຕ້​ຖຽງ​ກັນ​ນັ້ນເຮັດ​ໃຫ້​ເກີດມີ​ການ​ປະ​ທ້ວງ​ ຕໍ່ຕ້ານຈີນ
ຢ່າງຮ້າຍ​ແຮງ ​ໃນຫວຽດນາມ ​ແລະພາໃຫ້ເກີດການ​ປະ​ທະ​ກັນ​ທີ່ເປັນ​ອັນ​ຕະລາຍຢູ່​ໃນ​ທະ​ເລເລິກ.

ການ​ເຄຶ່ອນ​ໄຫວ​ຂອງ​ຈີນ ຍັງ​ສ້າງ​ຄວາ​ມກັງວົນໃຈໃຫ້ແກ່​ບັນດາປະເທດ​ອື່ນໆທີ່​ໄດ້​ແຂ່ງ
ຂັນ​ກັບ​ຈີນ ອ້າງເອົາເຂດ​ນຳ້ ແດນ​ດິນ​ຢູ່ໃນ​ທະ​ເລ​ຈີນ​ໃຕ້ ຮວ​ມທັງ ຟິລິບ ​ປີນ ມາ​ເລ​ເຊຍ
ໄຕ້​ຫວັນ ​ແລະ​ບຣູ​ໄນ​.

ລັດຖະມົນຕີ​ຕ່າງປະ​ເທດອອສ​ເຕຣ​ເລຍ ທ່ານ​ນາງ Julie Bishop ​ໄດ້​ກ່າວ​ຕໍ່ວີ​ ໂອ​ເອ
ວ່າ ທ່ານ​ນາງ ຫວັງ​ວ່າ​ທຸກໆ​ປະ​ເທດ​ ທີ່​ພົວພັນໃນ​ການ​ໂຕ້​ຖຽງ​ກັນ​ນັ້ນຈະ ສາມາດ​ບັນລຸການຕົກລົງ​ກັນດ້ວຍ ການເຈລະຈາ ​ແລະ​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ.
VIETNAM US VO
please wait
Embed

No media source currently available

0:00 0:00:30 0:00
XS
SM
MD
LG