ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ປິດບັນຊີ ຂອງຕົນ ໃນທະນາຄານ ເກົາຫຼີເໜືອ


ຊາຍ Guangzhou ອ່ານໜັງສືພິມ ຢູ່ຂ້າງນອກທະນາຄານ​​ແຫ່ງ​ຊາດ​ຈີນ
ຊາຍ Guangzhou ອ່ານໜັງສືພິມ ຢູ່ຂ້າງນອກທະນາຄານ​​ແຫ່ງ​ຊາດ​ຈີນ
ຈີນ​ໄດ້​ປິດ​ບັນຊີ​ທີ່​ສໍາຄັນ​ຂອງ​ຕົນ ຢູ່​ໃນ​ທະນາຄານແລກ
ປ່ຽນເງິນຕາແຫ່ງ​ໃຫຍ່ຂອງ​ເກົາຫຼີ​ເໜືອ ຊຶ່ງ​ເປັນຮ່ອງຮອຍ​
ອັນ​ຫລ້າ​ສຸດ ຂອງຄວາມ​ບໍ່ພໍໃຈຂອງ​ຈີນ​ທີ່​ເພີ້​ມຂຶ້ນ​ເລື້ອຍໆ
ກັບ ກຸງ​ພຽງ​ຢາງ.

ທະນາຄານແຫ່ງ​ຊາດ​ຈີນ ກ່າວ​ວ່າ​ ຕົນ​ໄດ້​ຢຸດ​ເຊົາ​ການ​ທໍາ​
ທຸລະ​ກໍາ​ທຸກ​ຢ່າງແລ​ະປິດ​ບັນຊີ​ຂອງ​ຕົນ ​ກັບທະນາຄານ​ແລກ
ປ່ຽນ​ການ​ຄ້າ​ຕ່າງປະ​ເທດຂອງ​ເກົາຫຼີ​ເໜືອ. ​ໂຄສົກທະນາຄານ
ກາງຂອງ​ຈີນ ​ບໍ່​ໄດ້ໃຫ້ລາຍ​ລະອຽດ​ເພີ່ມ​ຕື່ມ​ແຕ່​ຢ່າງ​ໃດ.

ການ​ເຄື່ອນ​ໄຫວ​ດັ່ງກ່າວຂອງ​ຈີນ​ ແມ່ນ​ເປັນ​ຄັ້ງ​ທໍາ​ອິດ​ທີ່ຈີນ​ໄດ້
​ເອົາ​ບາດກ້າວຕ້ານເກົາຫຼີ​ເໜືອຢ່າງ​ເປີດ​ເຜີຍ ທີ່​ຕິດຕາມມາ​ຫລັງ​ຈາກ​ການ​ປະນາມ​ຂອງ​
ນາໆ​ປະ​ເທດ ຕໍ່ການ​ຂົ່ມຂູ່​ສະ​ແດງ​ອໍານາດຄັ້ງ​ຫຼ້າ​ສຸດ​ຂອງເກົາຫຼີ​ເໜືອນັ້ນ.

ຈີນ​ແມ່ນ​ເປັນ​ຄູ່​ຄ້າຂາຍທີ່ໃຫຍ່​ທີ່​ສຸດຂອງ​ເກົາຫລີ​ເໜືອ ​ແລະຖື​ວ່າ ເປັນສາຍ​ຊູຊີບທາງ​
ດ້ານ​ເສດ​ຖະກິດຂອງ​ເກົາຫຼີ​ເໜືອ. ຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວ​ເທື່ອວ່າ ການ​ປິດ​ປັນ​ຊີ​ຂອງ​ຈິນ
ຈະ​ກະທົບ​ຕໍ່ການ​ຄ້າ​ສອງ​ຝ່າຍ ຫລາຍ​ປານ​ໃດ.

ກະຊວງການ​ຄັງ​ຂອງ​ສະຫະລັດ​ກໍໄດ້ທໍາ​ການ​ລົງໂທດຕໍ່​ທະນາຄານແລກປ່ຽນການ​ຄ້າ​
ຕ່າງປະ​ເທດຂອງ​ເກົາຫຼີ​ເໜືອ ​ໃນ​ເ​ດືອນມີນາຜ່ານ​ມາ ຫລັງຈາກສະຫະ​ປະຊາ​ຊາດ​
ໄດ້​ປະກາດການ​ລົງໂທດອີກ​ຮອບ​ນຶ່ງ ຕໍ່​ເກົາຫລີ​ເໜືອ. ສະຫະລັດ​ກ່າວ​ວ່າ ທະນາຄານ
ດັ່ງກ່າວ​ຂອງ​ເກົາຫລີ​ເໜືອ ​ໄດ້​ມີ​ບົດບາດ​ອັນ​ສໍາຄັນໃນ​ການ​ຊ່ອຍ​ເຫຼືອກຸງ​ພຽງ​ຢາງ
ຫາ​ເງິນ​ທຶນ​ສໍາລັບ ໂຄງການສ້າງ​ນີວ​ເຄລຍ ​ແລະ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ຂອງ​ເກົາຫລີ​ເໜືອ.
XS
SM
MD
LG