ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຈີນຕັດສິນໂທດຈໍາຄຸກ ພະທິເບດ 2 ອົງ


ພວກຊາວທິເບດພັດຖິ່ນຈຸນຶ່ງພາກັນໄຕ້ທຽນໄຂ ຢູ່ຕໍ່ໜ້າຮູບພາບ
ພະພູນໂຊ ແຫ່ງທິເບດທີ່ເອົາໄຟເຜົາໂຕຕາຍ ໃນເດືອນມີນາ
ຜ່ານມາ.
ວັນທີ 31 ສິງຫາ 2011.
ພວກຊາວທິເບດພັດຖິ່ນຈຸນຶ່ງພາກັນໄຕ້ທຽນໄຂ ຢູ່ຕໍ່ໜ້າຮູບພາບ ພະພູນໂຊ ແຫ່ງທິເບດທີ່ເອົາໄຟເຜົາໂຕຕາຍ ໃນເດືອນມີນາ ຜ່ານມາ. ວັນທີ 31 ສິງຫາ 2011.

ສານ​ແຫ່ງ​ນຶ່ງ​ຂອງ​ຈີນ​ໄດ້​ຕັດ​ສິນ​ລົງ​ໂທດ​ພະສົງ​ທິ​ເບ​ດ 2 ອົງ​ໃຫ້​ຈໍາ​ຄຸກ ​ເປັນ​ເວລາ​ດົນ
​ນານ​ໃນ​ວັນ​ອັງຄານ​ວານ​ນີ້ ​ໃນ​ຄະດີ​ທີ່​ຜິດ​ປົກກະຕິອັນ​ນຶ່ງ ​ທີ່​ໄດ້​ກະ​ຕຸ້ນ​ໃຫ້​ເກີດ​ຄວາມ
​ສົນ​ໃຈ​ຈາກ​ນາໆ​ຊາດ​ຢ່າງ​ແຜ່​ຫລາຍ​ນັ້ນ.

ສະຫະລັດ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ອອກ​ມາ​ ກ່ຽວ​ກັບ​ການ​ຕັດສິນ​ໂທດ​ຈໍາ​ຄຸກ​ເປັນ​ເວລາ 11 ປີ​ຕໍ່​ພະ​ອົງ​ນຶ່ງ​ອີກ​ໃນ​ວັນ​ຈັນ​ມື້ກ່ອນ​ນີ້. ພວກ​ພະສົງ​ທັງ ​3 ອົງຖືກ​ກ່າວ​ຫາ​ວ່າ​ມີ​ສ່ວນ​ພົວພັນ​ກັບ​ການ​ຕາຍ​ຂອງ​ພະ Rigzin Phuntsog (ພຸນໂຊ) ​ໄວ 16 ປີ ທີ່ໄດ້​ເອົາ​ໄຟ​ເຜົາ​ຕົວ​ເອງ​ຕາຍ​ໃນ​ເດືອນ​ມີນາ​ຜ່ານ​ມາ​ໃນ​ວັດ Kirti (ເກຍຕີ)​ໃນ​ແຂວງ​ຊີ​ສວນ​ໃນ​ພາກ​ຕາ​ເວັນ​ຕົກສຽງ​ໃຕ້​ຂອງ​ຈີນ.

ໃນ​ວັນ​ອັງຄານ​ວານ​ນີ້ ສານ​ໄດ້​ຕັດສິນ​ລົງ​ໂທດ​ພະ Tsering Tenzin ໃຫ້​ຈໍາ​ຄຸກ 13 ປີ
ແລະ​ພະ Tenchum ທີ່​ໃຊ້​ນາມສະກຸນດຽວ ​ໃຫ້​ຈໍາ​ຄຸກ​ເປັນ​ເວລາ 10 ປີ. ພະ​ທັງ​ສອງ​
ອົງ​ນີ້​ຖືກ​ກ່າວ​ຫາ​ ຖານ​ຍຸຍົງ​ແລະ​ຊ່ອຍ​ໃນ​ການ​ຕາຍ​ຂອງ​ພະ Phuntsog ນັ້ນ.

ອົງການ​ຂ່າວ​ຊິນ​ຫົວ​ທາງ​ການ​ຈີນ​ກ່າວ​ວ່າ ​ໄດ້​ມີ​ການສະ​ເໜີ​ຫລັກ​ຖານ​ຕໍ່​ສານ​ທີ່​ວ່າ​ພວກ
ພະ​ເຫລົ່າ​ນີ້​ໄດ້​ສົ່ງ​ຮູບ​ພາບ​ຂອງ​ພະ Phunysog ອອກໄປຕ່າງປະເທດ​ເປັນ​ເວລາ​ຫລາຍ​
ມື້ກ່ອນ​ຜູ້ກ່ຽວ​ຂ້າ​ຕົວ​ຕາຍ ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ​ໄດ້​ມີ​ການ​ຄິດ​ກັນ​ລ່ວງ​ໜ້າ ​ແລະ​ເວົ້າ​
ຕື່ມ​ວ່າ ພວກ​ພະ​ເຫລົ່າ​ນີ້ໄດ້​ຍອມຮັບ​ສາລະພາບ​ຜິດ​ຫຼັງ​ຈາກ​ການ​ດໍາ​ເນີນ​ຄະດີ​ໃນ​ສານ​ແລ້ວ.

XS
SM
MD
LG